spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 5 ພະຈິກ 

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 5 ພະຈິກ 

Published on

ວັນທີ 5 ພະຈິກ ປີ 1998 ຫຼືມື້ນີ້ເມື່ອ 18 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Dokapon! Ikari no Tekken ເທິງເຄື່ອງ PS1 ທີ່ປະເທດຍີ່ປຸ່ນ. ເຊິ່ງ Dokapon! ເປັນເກມແນວບອຣ໌ດເກມຄ້າຍກັບເກມເສດຖີທີ່ຕ້ອງຍ່າງຕາມຊ່ອງດ້ວຍການທອຍລູກເຕົ໋າ ໂດຍພາກນີ້ຖືເປັນພາກທີ 2 ຂອງຊີຣີ ແລະເກມເມີ້ສ່ວນໃຫຍ່ມັກຈະເອີ້ນເກມນີ້ວ່າ: “ອະພິມະຫາເກມທຳລາຍມິດຕະພາບຂອງຊາວເກມເມີ້” ເວົ້າໄດ້ວ່າຫາກໃຜຢາກຕັດສຳພັນກັບໝູ່ແບບໄວໆ ນີ້ຄືໂຕເລືອກທີ່ດີທີ່ສຸດ. 

ຮູບແບບໂດຍລວມຂອງ Dokapon! ພາກນີ້ຈະຄ້າຍກັບເກມ RPG ທີ່ມີການເກັບເລເວວ, ຂ້າສັດຕູ ແລະຊື້ໄອເທັມ. ແຕ່ວ່າເກມຈະໃຊ້ຮູບແບບການຫຼິ້ນແບບເກມທອຍລູກເຕົ໋າເປັນຫຼັກຄື: ຍ່າງຕາມຊ່ອງແທນການຍ່າງແບບອິດສະຫຼະ ທັງໝົດນີ້ຄືໄຮໄລ້ຂອງເກມ ເພາະເຮົາບໍ່ຈຳເປັນທີ່ຈະຕ້ອງຕີສັດຕູ ແຕ່ເຮົາຈະຕີໝູ່ເຮົາເພື່ອກວນມັນບໍ່ໃຫ້ໄດ້ຮັບໄຊຊະນະໄດ້, ອາລົມຄ້າຍຄືພວກບອຣ໌ດເກມທົ່ວໄປມີຕັ້ງແຕ່ຍິງເວດ, ບຸກຕີລັກເຄື່ອງ, ຍຶດເມືອງໝູ່ ແລະຍັງມີເຫດການພິເສດທີ່ມີທັງເກີດຜົນດີກັບເຮົາ ຫຼືເຮົາເປັນຝ່າຍຊວຍເອງນຳ. ນອກຈາກນີ້ໂຕເກມຍັງສະໜັບສະໜູນສຳລັບບ້ານຄົນທີ່ບໍ່ມີຈອຍ 2 ໃຫ້ສາມາດຄວບຄຸມໂຕລະຄອນທັງໝົດດ້ວຍຈອຍດຽວໄດ້ອີກນຳ. 

Fact ເລັກນ້ອຍຂອງເກມ Dokapon! Ikari no Tekken

  • ຍອດຂາຍຂອງເກມນີ້ໃນຍີ່ປຸ່ນຖືວ່າພໍໃຊ້ໄດ້ຢູ່ ເຮັດໃຫ້ມີການເຮັດພາກຕໍ່ມາໄດ້ອີກໄລຍະໜຶ່ງ ເຖິງວ່າຈະມີພາກທີ່ລົງໃຫ້ກັບເຄື່ອງ PS2 ແລະເຮັດເວີຊັ່ນພາສາອັງກິດເທິງເຄື່ອງດັ່ງກ່າວອອກມານຳ ແຕ່ຍອດຂາຍໃນຝັ່ງຕາເວັນຕົກຍັງບໍ່ຫຼາຍພໍທີ່ຈະເຮັດຊີຣີນີ້ໃນຕະຫຼາດນານາຊາດໄດ້ ຈຶ່ງເປັນເຫດໃຫ້ອະນາຄົດຂອງຊີຣີນີ້ຕ້ອງດັບໄປກ່ອນເວລາອັນຄວນ.

  • Asmik Ace Entertainment ຜູ້ພັດທະນາເກມ Dokapon! ພາກນີ້ ໄດ້ກໍ່ຕັ້ງຂຶ້ນມາຕັ້ງແຕ່ປີ 1985 ເຊິ່ງໃນຕອນທຳອິດບໍລິສັດຍັງໃຊ້ຊື່ວ່າ Asmik Corporation ຈົນມາຮອດປີ 1997 ຫຼືກ່ອນທີ່ເກມ Dokapon! ເວີຊັ່ນ PS1 ວາງຈຳໜ່າຍພຽງປີດຽວ ຈຶ່ງໄດ້ຄວບລວມບໍລິສັດ Ace Entertainment ທີ່ເປັນບໍລິສັດສັນຊາດຍີ່ປຸ່ນຄືກັນ ກໍເລີຍໄດ້ປ່ຽນເປັນຊື່ Asmik Ace Entertainment ຢ່າງທີ່ເຫັນໃນປັດຈຸບັນ, ແຕ່ທຸລະກິດດ້ານການພັດທະນາເກມຂອງ Asmik Ace ໄດ້ເບົາບາງລົງນັບຕັ້ງແຕ່ພົ້ນຍຸກຂອງ Nintendo GameCube ແລະຫັນມາເນັ້ນທີ່ທຸລະກິດການເປັນຜູ້ຈັດຈຳໜ່າຍຮູບເງົາຂອງຄ້າຍ DreamWorks ຈາກຮໍລີ້ວູດລົງສູ່ໂຮງຮູບເງົາພາຍໃນຍີ່ປຸ່ນແທນ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...