spot_img
Homeນານາສາລະເປີດປະຫວັດ ປູ່ພະ ຖືກລັກແລ້ວ 3 ເທື່ອ ແຕ່ລອດທຸກເທື່ອ

ເປີດປະຫວັດ ປູ່ພະ ຖືກລັກແລ້ວ 3 ເທື່ອ ແຕ່ລອດທຸກເທື່ອ

Published on

ມື້ນີ້, ວັນທີ 4 ພະຈິກ 2016 ມີການຈັບໂຈນລັກພະພຸດທະຮູບສັກສິດອົງໜຶ່ງ ຈາກບ້ານຄຳກູນາ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ເຫດການຄັ້ງນີ້ເປັນຄັ້ງທີ 3 ປະຊາຊົນໝົດບ້ານພາກັນນຳຫາ ທັງຮ້ອງທັງໄຫ້ ແລະເມື່ອໄດ້ອົງພະມາແລ້ວກໍພາກັນຮ້ອງໄຫ້ດີໃຈ.

ປູ່ພະ
ປູ່ພະ ຫຼືພະພຸດທະຮູບສັກສິດທີ່ ປະຊາຊົນບ້ານຄຳກູນາ ໃຫ້ຄວາມເຄົາລົບນົບໄຫວ້
ດັ່ງນັ້ນ, ມື້ນີ້ສຳນັກຂ່າວລາວໂພສຕ໌ຂໍຄົ້ນຫາປະຫວັດຄວາມເປັນມາຂອງພະພຸດທະຮູບສັກສິດດັ່ງກ່າວມານຳສະເໜີຕໍ່ເພື່ອນຜູ້ອ່ານ ເພື່ອໃຫ້ໄດ້ຊື່ນຊົມ ສາທຸການ ແລະພາກພູມໃຈນຳກັນດັ່ງນີ້:

ເພື່ອນທີມຂ່າວລາວໂພສຕ໌ຜູ້ໜຶ່ງ ຊື່ ຄຳສະໄຫວ ເປັນທະຫານປະຈຳການຢູ່ ໂຮງໝໍ 103 ໄດ້ເລົ່າໃຫ້ຟັງຜິວເຜີນວ່າ: ປະມານປີ 2002-2003 ຕົນເອງ (ຕອນບວດເປັນຈົວນ້ອຍ) ມີໂອກາດໄດ້ເດິນທາງໄປບ້ານຄຳກູນາ ເພື່ອຫົດສົງ ປູ່ພະສັກສິດ ດັ່ງກ່າວ (ປະຊາຊົນບ້ານຄຳກູນາແລະໃນຂົງເຂດນັ້ນເອີ້ນພະພຸດທະຮູບອົງນີ້ວ່າ ປູ່ພະ ) ແລະໄດ້ຮັບຟັງການເລົ່າປະຫວັດຈາກ ປູ່ພະອິນ ເຈົ້າກົກເຈົ້າເຫຼົ່າຂອງບ້ານຄຳກູນາ ກໍຄືຊົນເຜົ່າລາວເທິງໃນຂົງເຂດນັ້ນ ປີນັ້ນປູ່ພະອິນມີອາຍຸ 87 ປີ.

ປູ່ພະອິນເລົ່າວ່າ: ເມື່ອຫຼາຍປີກ່ອນ ມີເດັກນ້ອຍໄປພົບເຫັນ ປູ່ພະ ຢູ່ທ່ານ້ຳ ແລ້ວຈຶ່ງພາກັນໄປຍົກເພິ່ນຂຶ້ນມາແຕ່ຍົກຈັ່ງໃດກໍບໍ່ຂຶ້ນ ຕົນເອງຈຶ່ງໄດ້ແຕ່ງຂັນໄປອາລາທະນາເພິ່ນຂຶ້ນມາ ຈຶ່ງສາມາດຍົກຂຶ້ນມາໄດ້ ຈາກນັ້ນຈຶ່ງໄດ້ພາກັນປຸກຫໍນ້ອຍໆ ໄວ້ແຄມຕະຝັ່ງທ່ານ້ຳນັ້ນ.

ຈາກນັ້ນມາບໍ່ດົນຈຶ່ງມີໂຈນມາລັກເອົາ ໂດຍນຳໃຊ້ເຮືອລ່ອງຂຶ້ນມາຕາມແມ່ນ້ຳ (ຕອນນັ້ນບໍ່ມີເສັ້ນທາງລົດ) ແຕ່ບໍ່ສາມາດເອົາໄປໄດ້ຍ້ອນເກີດເຮືອຫລົ່ມກ່ອນ ເມື່ອຮູ້ວ່າພະຖືກລັກປະຊາຊົນພາຍໃນບ້ານຈຶ່ງພາກັນໄປຊອກຫາ ຈຶ່ງໄປພົບຢູ່ແຄມນ້ຳ. ບາງຄຳເລົ່າລືວ່າເກີດນ້ຳແຫ້ງກະທັນຫັນເລີຍບໍ່ສາມາດລ່ອງເຮືອໄດ້ (ຖືກລັກເທື່ອທຳອິດ).

ຫຼາຍປີຕໍ່ມາຈຶ່ງມີຄົນມາລັກໄປອີກ ໂດຍເທື່ອນີ້ໂຈນໄດ້ເອົາຊ້າງມາແກ່ເອົາ ແຕ່ຊ້າງບໍ່ຍອມລຸກ (ຊ້າງລຸກບໍ່ຂຶ້ນ) ຈຶ່ງວາງອົງພະພຸດທະຮູບລົງໄວ້ຢູ່ຂ້າງໆ ບ້ານນັ້ນ (ເປັນການລັກເທື່ອທີສອງ).

ປູ່ພະອິນເລົ່າວ່າ ກ່ອນຈະຖືກລັກທັງສອງເທື່ອດັ່ງກ່າວນັ້ນ ຈະສັງເກດເຫັນວ່າ ປູ່ພະ ຈະມີນ້ຳຕາຊຶມ ແລະຍ້ອຍລາດລົງເທິງພະພັກ ມື້ຕໍ່ມາກໍຖືກລັກ.

ພາຍຫຼັງຖືກລັກເທື່ອທີສອງ, ເລື່ອງລາວຈຶ່ງດັງໄປຮອດຫູ ພໍ່ແມ່ຄຳໄຕ (ພະເກຈິອາຈານຂອງແຂວງບໍລິຄຳໄຊ) ທີ່ຈຳວັດຢູ່ ວັດແສນອຸດົມ ຫຼັກຊາວ ເມືອງຄຳເກີດ ແຂວງບໍລິຄຳໄຊ ເພິ່ນຈຶ່ງໄດ້ເດິນທາງໄປບ້ານຄຳກູນາ ນຳພາພະເນນ ແລະອອກໂຕນຍາດໂຍມພາຍໃນບ້ານຄຳກູນາສ້າງຫໍພະຂຶ້ນໃກ້ໆ ບ້ານດັ່ງກ່າວ ເປັນຫໍພະທີ່ເຮັດດ້ວຍປູນຊີມັງ ເພື່ອປະດິດສະຖານ ປູ່ພະສັກສິດດັ່ງກ່າວ  (ປະມານປີ 1997).

ພໍ່ແມ່ຄຳໄຕ
ພໍ່ແມ່ ຄຳໄຕ ຣັດຖະວົງ, ປະທານ ອພສ ເມືອງຄຳເກີີດ ແຂວງບໍລິຄຳໄຊ ຜູ້ນຳພາປະຊາຊົນສ້າງຫໍໃຫ້ ປູ່ພະ ຢູ່ບ້ານຄຳກຸນາ. ປັດຈຸບັນຈຳວັດຢູ່ ວັດປະຖຳມາວາດ ແສນອຸດົມ, ຫຼັກຊາວ, ເມືອງຄຳເກີດ, ແຂວງບໍລິຄຳໄຊ.
ຍາທ່ານ ຄຳພອນ ປະທານ ອພສ ເມືອງວຽງທອງ ເລົ່າສູ່ນັກຂ່າວລາວໂພສຕ໌ຟັງວ່າ: ມື້ວັນທີ 4 ພະຈິກ ນີ້ໄດ້ຮັບໂທລະສັບວ່າ ປູ່ພະສັກສິດ ຢູ່ຄຳກູນາຖືກລັກ ຈຶ່ງໄດ້ປະສານງານເອົາທະຫານຈາກເມືອງວຽງທອງອອກໄປລັດເສັ້ນທາງທີ່ມາຈາກບ້ານຄຳກູນາ ເມືອງໄຊຈຳພອນ, ສ່ວນປະຊາຊົນຢູ່ບ້ານຄຳກູນາ ເມື່ອຮູ້ວ່າພະຖືກລັກ ປະຊາຊົນໝົດທັງບ້ານໄດ້ພາກັນຍ່າງຊອກຄົ້ນນຳໄປຕາມແຄມທາງ ທັງຮ້ອງທັງໄຫ້ ແລະເຂົາເຈົ້າເຊື່ອວ່າ ປູ່ພະ ຈະບໍ່ເສຍໄປໃສ ເພາະເຄີຍຖືກລັກໄປແລ້ວສອງຄັ້ງ ແຕ່ກໍຍັງບໍ່ເສຍ.

ຍາທ່ານຄຳພອນ
ຍາທ່ານ ຄຳພອນ ປະທານ ອພສ ເມືອງວຽງທອງ ແຂວງບໍລິຄຳໄຊ
ພາຍຫຼັງສືບຄົ້ນຊອກຫາຄົນຂີ້ລັກຕາມການສົງໄສຂອງປະຊາຊົນ ຈຶ່ງສາມາດນຳຈັບໂຈນໄດ້ ຢູ່ບ້ານຜາຂອດ ເມືອງວຽງທອງ ເປັນໂຈນໜຸ່ມ 2 ຄົນໄດ້ຂີ່ລົດຈັກໄປລັກເອົາ ປູ່ພະ . ຄົນຮ້າຍໄດ້ເລົ່າວ່າ ພວກຕົນເປັນປະຊາຊົນ ບ້ານທົ່ງນາມີ ເມືອງປາກກະດິງ ພາຍຫຼັງລັກຈາກໄດ້ແລ້ວ ກໍຂີ່ລົດຈັກກັບໄປທາງເມືອງວຽງທອງ ເມື່ອເດິນທາງໄປຮອດຜາຂອດ ເຊິ່ງເປັນຈຸດຊາຍແດນລະຫວ່າງບ້ານຄຳກູນາ ເມືອງໄຊຈຳພອນ ກັບ ບ້ານຜາຂອດ ເມືອງວຽງທອງ ຕີນລົດຈັກຂອງເຂົາເຈົ້າໄດ້ແຕກ ຈາກນັ້ນເຂົາເຈົ້າຈຶ່ງໄດ້ໄປລັກເອົາຕີນລົດຈັກ ຂອງປະຊາຊົນໃນທີ່ມາເຮັດໄຮ່ຢູ່ແຖວນັ້ນມາໃສ່ແທນ ແຕ່ຂີ່ໄປໄດ້ບໍ່ໄກຕີນລົດຈັກກໍແຕກອີກ ຈຶ່ງໄດ້ພາກັນປະລົດຈັກ ແລ້ວແບກເອົາພະພຸດທະຮູບອົງດັ່ງກ່າວ ແຕ່ພໍມາຮອດບ່ອນເປັນຊາຍແດນແທ້ໆ ຮູ້ສຶກວ່າໜັກຫຼາຍ ບໍ່ສາມາດແບບຕໍ່ໄປໄດ້ ຈຶ່ງພາກັນຕັດສິນໃຈເອົາພະຂຶ້ນເຊື່ອງໄວ້ເທິງຜາສູງສົມຄວນ ກ່ອນທີ່ຕົນທັງສອງຈະຍ່າງໄປນອນຢູ່ບ້ານຜາຂອດ ເຊິ່ງໄກຈາກບ່ອນເຊື່ອງພະໄວ້ປະມານ 8 ກິໂລແມັດ.

ພາຍຫຼັງທີ່ຈັບໂຈນໄດ້ແລ້ວ ພະພຸດທະຮູບກໍຖືກຄົ້ນພົບຢູ່ເທິງຜາທີ່ສູງຊັນ ປະຊາຊົນຈຶ່ງພ້ອມພາກັນເອົາລົງມາ. ການພົບເຫັນແລະປູ່ພະດັ່ງກ່າວກັບຄືນອີກຄັ້ງ ໄດ້ສ້າງຄວາມປຶ້ມປິຕິຍິນດີໃຫ້ແກ່ເຂົາເຈົ້າຫຼາຍ ມີຫຼາຍຄົນຮ້ອງໄຫ້ດີໃຈ ແລະໄດ້ເອົາຂຶ້ນລົດແຫ່ກັບຄືນໄປປະດິດສະຖານໄວ້ໃນຫໍຄືເກົ່າ.

ບ້ານຄຳກຸນາ
ປະຊາຊົນບ້ານຄຳກຸນາແຫ່ພະກັບບ້ານ
ຄຳວ່າ “ປູ່ພະ” ແມ່ນຊື່ທີ່ປະຊາຊົນບ້ານຄຳກູນາໃຊ້ເອີ້ນພະພຸດທະຮູບເກົ່າແກ່ອົງດັ່ງກ່າວ, ທີ່ບໍ່ຮູ້ວ່າຖືກສ້າງຂຶ້ນມາແຕ່ຍຸກໃດສະໄໝໃດ ແຕ່ຮູ້ວ່າເກົ່າແກ່ສົມຄວນ ແລະເຊື່ອວ່າສັກສິດທີ່ສຸດ ພ້ອມທັງເປັນທີ່ຢຶດໜ່ຽວຈິດໃຈຂອງປະຊາຊົນພາຍໃນບ້ານ ເຂົາເຈົ້າມັກຈະໄປຂາບໄວ້ຂໍພອນເພື່ອຄຸ້ມຄອງ. ການສູນເສຍພະພຸດທະຮູບອົງດັ່ງກ່າວ ຈະເປັນການສູນເສຍສິ່ງທີ່ເຂົາເຈົ້າສັກກາລະບູຊາ ແລະສູນເສຍທີ່ເພິ່ງທາງໃຈໄປ.

ປູ່ພະ ເປັນພະພຸດທະຮູບທີ່ສ້າງດ້ວຍ ທອງ, ມີຄວາມສູງລວມທັງແທ່ນສູງກວ່າ 60 ຊມ, ມີນ້ຳໜັກຫຼາຍກວ່າ 30 ກິໂລ, ເປັນພະພຸດທະຮູບປາງມານວິໄຊ, ອົງພະມີຄວາມສົມບູນ ແລະມີຍອດເກດເປັນຮູບແປວໄຟ.

ໂດຍ: ເຂີຍເມືອງຊຳ

 

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...