spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຕໍາຫລວດຄຳມ່ວນ ຈັບຜູ້ຄ້າຢາເສບຕິດຕົວອັນຕະລາຍ

ຕໍາຫລວດຄຳມ່ວນ ຈັບຜູ້ຄ້າຢາເສບຕິດຕົວອັນຕະລາຍ

Published on

ເຈົ້າໜ້າທີ່ ປກສ ແຂວງຄໍາມ່ວນໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້ກໍາລັງເຈົ້າໜ້າ ທີ່ຕົນໄດ້ຈັບຕົວທ້າວ ຄອນສີ (ມຶກ) ອາຍຸ 20 ປີຢູ່ບ້ານນາທາມ, ເມືອງເຊບັ້ງໄຟ, ແຂວງຄໍາມ່ວນມາດໍາເນີນຄະດີໃນຂໍ້ຫາ ຄ້າຂາຍຢາເສບຕິດ, ພ້ອມຂອງກາງຢາບ້າຫລາຍກວ່າ 2 ພັນເມັດ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ການຈັບຕົວຜູ້ຄ້າຂາຍຢາເສບຕິດລາຍນີ້, ເປັນຜົນມາຈາກໄດ້ຮັບແຈ້ງຂອງພົນລະເມືອງດີວ່າຈະມີການເຄື່ອນໄຫວຊື້ຂາຍຢາເສບຕິດຢູ່ເຂດບ້ານໜອງບອນ, ເມືອງເຊບັ້ງໄຟ, ຈຶ່ງໄດ້ຈັດກໍາລັງລົງຕິດຕາມ ແລະ ພົບເຫັນເປົ້າໝາຍຄ້າຂາຍຢາເສບຕິດຂັບລົດຮຸນໄດ ລີໂບໂລ ສີຂາວ ໝາຍເລກທະບຽນ ກຂ 0259 ຄຳມ່ວນ ຈອດຢູ່ແຄມຄອງນ້ຳຊົນລະປະທານເຂດບ້ານໜອງບອນ, ຈຶ່ງໄດ້ກວດຄົ້ນ ແລະ ພົບເຫັນຢາບ້າຈຳນວນດັ່ງກ່າວ, ພ້ອມນໍາຕົວຜູ້ຕ້ອງຫາມາສືບສວນ-ສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການເພື່ອນໍາຕົວມາດໍາເນີນຄະດີຕາມລະບຽບກົດໝາຍໂດຍໄວ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...