spot_img
Homeຂ່າວພາຍ​ໃນທົ່ວປະເທດ ເກັບກ່ຽວເຂົ້ານາປີ ສຳເລັດແລ້ວເກືອບ 50% ບາງທ້ອງຖິ່ນ ເລີ່ມກະກຽມເຮັດນາແຊງ

ທົ່ວປະເທດ ເກັບກ່ຽວເຂົ້ານາປີ ສຳເລັດແລ້ວເກືອບ 50% ບາງທ້ອງຖິ່ນ ເລີ່ມກະກຽມເຮັດນາແຊງ

Published on

ອີງຕາມການລາຍງານຂອງ ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ຮູ້ວ່າ ປັດຈຸບັນຊາວກະສິກອນຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ເລີ່ມເກັບກ່ຽວມ້ຽນມັດເຂົ້ານາປີຂອງຕົນ ສຳເລັດແລ້ວຫຼາຍກວ່າ 360 ພັນເຮັກຕາ, ເທົ່າກັບ 47% ຂອງເນື້ອທີ່ປັກດຳທັງໝົດ 770 ພັນເຮັກຕາ, ໃນນັ້ນ ບັນດາແຂວງພາກກາງ ປະຕິບັດໄດ້ຫຼາຍກວ່າ 2 ແສນເຮັກຕາ ເທົ່າກັບ 46%, ພາກໃຕ້ 113 ພັນກວ່າເຮັກຕາ ເທົ່າກັບ 51% ແລະ ພາກເໜືອປະຕິບັດໄດ້ແລ້ວຫຼາຍກວ່າ 45 ພັນເຮັກຕາເທົ່າກັບ 43%, ຊຶ່ງຄາດວ່າຮອດກາງເດືອນທັນວານີ້ ທົ່ວປະເທດຈະສາມາດເກັບກ່ຽວສຳເລັດ 100% ແລະ ຄາດວ່າຜົນຜະລິດ ຈະສາມາດບັນລຸໄດ້ຕາມຄາດໝາຍແຜນການ 3,4 ລ້ານໂຕນ.

ນອກຈາກຂະບວນການເກັບກ່ຽວເຂົ້ານາປີແລ້ວ ປັດຈຸບັນບາງຖິ່ນ ກໍໄດ້ເລີ່ມກະກຽມໃຫ້ແກ່ການປູກເຂົ້ານາແຊງ ແລະ ພືດລະດູແລ້ງຂອງຕົນ ເພື່ອທ່ວງທັນລະດູການ, ຂະນະທີ່ຂະແໜງກະສິກຳ ກໍໄດ້ລົງຊຸກຍູ້ການປົວແປງລະບົບຊົນລະປະທານ ແລະ ຄອງເໝືອງ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ເພື່ອກຽມພ້ອມສະໜອງນ້ຳ ໃຫ້ແກ່ການຜະລິດລະດູແລ້ງ 2016 ໃຫ້ໄດ້ຮັບຜົນດີ.

 

ແຫລ່ງຂ່າວ:

ຂປລ

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...