spot_img
Homeຂ່າວຕ່າງປະເທດລົດໄຟຕຳກັນຢູ່ພາກໃຕ້ປາກີສະຖານ ມີຜູ້ເສຍຊີວິດຢ່າງໜ້ອຍ 17 ຄົນ

ລົດໄຟຕຳກັນຢູ່ພາກໃຕ້ປາກີສະຖານ ມີຜູ້ເສຍຊີວິດຢ່າງໜ້ອຍ 17 ຄົນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ພະຈິກນີ້ວ່າ ລົດໄຟຊຶ່ງບັນທຸກຜູ້ໂດຍສານຂະບວນໜຶ່ງ ໄດ້ແລ່ນເຂົ້າມາດ້ວຍຄວາມໄວສູງ ຕຳເຂົ້າກັບລົດໄຟອີກຂະບວນໜຶ່ງ ທີ່ກຳລັງຈອດຢູ່ພາຍໃນສະຖານີໄຄວດາບັດ (Quaidabad) ເມືອງກາຣາຈີ ທາງພາກໃຕ້ຂອງປະເທດປາກີສະຖານ ໃນຕອນເຊົ້າຂອງມື້ນີ້ (3 ພະຈິກ) ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດແລ້ວ ຢ່າງໜ້ອຍ 17 ຄົນ ແລະ ມີລາຍງານຜູ້ໄດ້ຮັບບາດເຈັບອີກກວ່າ 50 ຄົນ.

ເຈົ້າໜ້າທີ່ປາກີສະຖານ ຍັງບໍ່ທັນໄດ້ອອກມາສະຫລຸບ ຍອດຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດ ຈາກເຫດການດັ່ງກ່າວນີ້ ຢ່າງເປັນທາງການເທື່ອ, ແຕ່ຄາດວ່າ ໃນຂະນະເກີດເຫດ ອາດມີຜູ້ໂດຍສານຢູ່ເທິງລົດໄຟທັງສອງຂະບວນ ລວມກັນເຖິງ 1,000 ຄົນ.
 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...