spot_img
Homeຂ່າວພາຍ​ໃນເປີດນຳໃຊ້ຕະຫຼາດທົ່ງຂັນຄຳຊົ່ວຄາວ

ເປີດນຳໃຊ້ຕະຫຼາດທົ່ງຂັນຄຳຊົ່ວຄາວ

Published on

DSC_7934

 

ພິທີ​ເປີດ​ນຳ​ໃຊ້​ຕະຫລາດທົ່ງຂັນຄຳຊົ່ວຄາວ ຢູ່ເດີນດ້ານໜ້າສູນການຄ້າລາວ ​- ​​ໄອ​ເຕັກ, ນະຄອນຫລວງວຽງຈັນ,

ໄດ້​ມີຂຶ້ນ​ໃນ​ວັນ​ທີ 18 ​ກໍລະກົດຜ່ານມານີ້, ໂດຍການເຂົ້າຮ່ວມຂອງ ທ່ານ ສາຍທອງ ​ແກ້ວ​ດວງ​ດີ ຮອງ​ເຈົ້າ​ຄອງ​ນະ

ຄອນຫລວງ​ວຽງ​ຈັນ ແລະ ພ້ອມ​ດ້ວຍຊາວ​ຄ້າຂາຍ​ເຂົ້າ​ຮ່ວມ.

 

ຕະຫລາດ​ດັ່ງກ່າວ,​ ມີ​ເນື້ອ​ທີປະມານ 21 ພັນຕາ​ແມັດ, ​ມີ 432 ຫ້ອງ, ກວ້າງ​ຂະໜາດ 2,5X2,5 ແມັດຕໍ່ຫ້ອງ ແລະ

ສິ່ງອຳນວຍຄວາມສະດວກອື່ນໆ ໂດຍຈະເປີດ​ແຕ່ເວລາ 6:00- 18:00 ​ໂມງຂອງທຸກວັນ.

 

ທ່ານ ສົມ​ປະສົງ ສະຫງວນ​ວົງ ຮອງ​ຫົວໜ້າ​ພະ​ແນ​ກອຸດ​ສະຫະ​ກຳ ​ແລະ ການ​ຄ້າ​ ນະຄອນຫລວງ​ວຽງ​ຈັນ ກ່າວ​ວ່າ:

ຕະຫລາດ​ຊົ່ວຄາວແຫ່ງນີ້,​ ສ້າງ​​ຂຶ້ນເພື​່ອຮອງ​ຮັບ​ຊາວ​ຄ້າຂາຍ​ທີ່​ຖືກ​ຜົນ​ກະທົບຈາກ​ເຫດການ​​ໄຟ​ໄໝ້​ຕະຫລາດ​ທົ່ງ

​ຂັນ​ຄຳ​ເມື່ອ​ວັນ​ທີ 26 ​​ມີນາ 2014 ​ອັນ​ໄດ້​ເກີດ​ການ​ສູນ​ເສຍ​ທາງ​ດ້ານ​ຊັບ​ສິນມູນ​ຄ່າ​ມະຫາ​ສານ, ​ເຮັດ​ໃຫ້​ຊາວ​ຄ້າຂາຍ

​ຈຳນວນ​ໜຶ່ງ​ບໍ່​ມີ​ບ່ອນທຳ​ມາ​ຄ້າຂາຍ, ຂາດ​ເຂີນ​ທຶນຮອນ ຍ້ອນ​ເຫັນ​ເຖິງ​ຄວາມ​ຈຳ​ເປັນ​ຄື​ດັ່ງ​ກ່າວ ທາງ​ຄະນະນຳນະ

ຄອນຫລວງ​ວຽງ​ຈັນ​ ຈຶ່ງ​ໄດ້​ຕົກ​ລົງ​ມອບ​ໃຫ້​ບໍລິສັດ​ລາວ​ເວີນມະຫາຊົນ​ ຊ່ວຍ​ດ້ານ​ທຶນຮອນເພື່ອ​ປຸກ​ສ້າງ​ຕະຫລາດ

ຊົ່ວຄາວ​ແຫ່ງ​ນີ້​. ມາ​ຮອດ​ປັດຈຸ​ບັນ, ຊາວ​ຄ້າ​ຂາຍ​ໄດ້​ມາ​ຈັບ​ຈ່ອງ​ຫ້ອງ​ແລ້ວ 198 ຫົວໜ່ວຍ ​ລວມມີ 312 ຫ້ອງ,​ ໃນ​ນີ້

​ເຂົ້າ​ມາ​ຕົບ​ແຕ່ງ​ຫ້ອງ​ແລ້ວ 127 ຫົວໜ່ວຍ ມີ 206 ຫ້ອງ ​ແລະ ມາຂາຍ​ແລ້ວ 75 ຫົວ ໜ່ວຍ ​ມີ 136 ຫ້ອງ.

 

ສຳລັບ​ຊາວ​ຄ້າຂາຍ​ທີ່​ມາ​ຈາກ​ຕະຫລາດ​ທົ່ງ​ຂັນ​ຄຳ ​ແມ່ນ​ມີນະ​ໂຍບາຍ​ບໍ່​ໃຫ້​ເສຍ​ຄ່າ​ເຊົ່າ​ສະຖານ​ທີ່, ບໍ່​ໄດ້​ເສຍ​ຄ່າ​ນ້ຳ

​ແລະ ​ຄ່າໄຟຟ້າ. ໂດຍຕະຫລາດ​ແຫ່ງ​ນີ້​, ຈະ​​ດຳ​ເນີນ​ກິດຈະການ​ເປັນ​ເວລາ 1 ປີກວ່າ, ພາຍຫລັງ​​ໂຄງການ​ກໍ່ສ້າງ​ຕະ

ຫລາດ​ທົ່ງ​ຂັນຄຳ​ສຳ​ເລັດ​ແລ້ວ ​ກໍ​ຈະ​​ຍົກຍ້າຍ​ໄປ​ຂາຍຢູ່​ຕະຫລາດ​ດັ່ງກ່າວ.

 

ແຫຼ່ງຂ່າວ: ໜັງສືພິມລາວພັດທະນາ

ບົດຄວາມຫຼ້າສຸດ

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...