spot_img
Homeຂ່າວທ້ອງຖິ່ນແຂວງບໍລິຄຳໄຊ ມອບເງິນນະໂຍບາຍ ໃຫ້ຜູ້ມີຜົນງານ ໃນພາລະກິດປະຕິວັດຊາດ ປະຊາທິປະໄຕ

ແຂວງບໍລິຄຳໄຊ ມອບເງິນນະໂຍບາຍ ໃຫ້ຜູ້ມີຜົນງານ ໃນພາລະກິດປະຕິວັດຊາດ ປະຊາທິປະໄຕ

Published on

​ວັນ​ທີ 2 ພະຈິກຜ່ານມານີ້, ທ່ານ ​ແດນ​ປີ ມູນ​ທະ​ດີ ຮອງ​ເລຂາ​ພັກ​ແຂວງ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ ແຂວງບໍລິ​ຄຳ​ໄຊ ໄດ້​ເປັນກຽດມອບເງິນ ນະໂຍບາຍປ່ຽນແທນໂກຕາລົດ ໃຫ້ນັກປະຕິວັດອາວຸໂສ ສົກ​ປີ 2015-2016 ຈຳນວນ 25 ທ່ານ ​ລວມ​ເງິນ​ທັງ​ໝົດ 1,7 ຕື້​ກວ່າກີບ ແລະ ເງິນສົມທົບປຸກສ້າງ-ສ້ອມແປງເຮືອນ ໃຫ້ພະນັກງານບຳນານ ຈຳນວນ 9 ທ່ານ ລວມ​ເງິນ 270 ລ້ານ​ກີບ. ທັງ​ນີ້​ກໍເພື່ອ​ເປັນ​ການສະ​ແດງ​ ເຖິງຄວາມຮູ້ບຸນຄຸນ, ຄຸນງາມຄວາມດີ ຕໍ່ຜູ້​ທີ່​ມີ​ຜົນງານ ​ແລະ ຄຸນງາມຄວາມດີ​ໃນ​ພາລະກິດ​ ຮັບ​ໃຊ້​ການ​ປະຕິວັດ​ຊາດ​ ປະຊາທິປະ​ໄຕ.

ພ້ອມນີ້, ທ່ານ ​ແດນ​ປີ ມູນ​ທະ​ດີ ​ຍັງໄດ້​ສ​ະແດງ​ຄວາມຊົມ​ເຊີຍ​ຕໍ່ ​ພະ​ແນ​ກແຮງງານ ແລະ ສະຫວັດດີການສັງຄົມແຂວງ ທີ່​ໄດ້​ເອົາໃຈໃສ່​ຈັດ​ຕັ້ງ​ປະຕິບັດ ຕໍ່​​ວຽກ​ງານນະ​ໂຍບາຍດ້ານຕ່າງໆຕໍ່ຜູ້ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປະຕິວັດຊາດ ແລະ ໃຫ້ສືບຕໍ່​ຈັດ​ຕັ້ງປະຕິບັດ​ນະ​ໂຍບາຍດັ່ງກ່າວ ​ໃຫ້​ຖືກຕ້ອງ​ສອດຄ່ອງ​ ກັບ​ສະພາບ​ຄວາມ​ເປັນ​ຈິງຂອງ​ພັກ-ລັດ​ວາງ​ອອກ ໃນແຕ່ລະໄລຍະ.
ແຫລ່ງຂ່າວ:
ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...