Homeຂ່າວການສຶກສາກະຊວງສຶກສາຯ ຈະປັບປຸງຄຸນນະພາບ ແລະ ສະໜອງຄູເຂດຫ່າງໄກສອກຫລີກ ໃຫ້ໄດ້ຕາມຄວາມຕ້ອງການ

ກະຊວງສຶກສາຯ ຈະປັບປຸງຄຸນນະພາບ ແລະ ສະໜອງຄູເຂດຫ່າງໄກສອກຫລີກ ໃຫ້ໄດ້ຕາມຄວາມຕ້ອງການ

Published on

ທ່ານ ນາງ ​ແສງ​ເດືອນ ຫລ້າ​ຈັນທະ​ບູນ ລັດຖະມົນຕີ ​ກະຊວງ​ສຶກສາ​ທິການ ​ແລະ ກິລາ​ ຊີ້​ແຈ້ງ​ບັນຫາ​ຕໍ່​ ກອງ​ປະຊຸມ​ສະພາ​ໄໝ​ສາມັນ​ເທື່ອ​ທີ 2 ຂອງ​ສະພາ​ແຫ່ງ​ຊາດ​ ຊຸດ​ທີ VIII ​​ນີ້​ວ່າ: ເພື່ອ​ຮັບປະກັນ​ການຕອບ​ສະໜອງ​ຄູ​ ໃຫ້​ບັນລຸ​ຕາມ​ຄວາມ​ຕ້ອງການ​ ໂດຍ​ສະ​ເພາະ​ແມ່ນ ​ຄູ​ທີ່ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ​ໃຫ້​ພຽງພໍ ​ແນ​ໃສ່​ຮັບປະກັນ​ ການ​ສະໜອງ​ຄຸນ​ນະພາ​ບການ​ຮຽນ​ຮູ້​ ໃຫ້​ແກ່​ນັກຮຽນ​ທຸກ​ຄົນ​ນັ້ນ ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ໄດ້​ວາງ​ມາດ​ຕະການວິທີ​ແກ້​ໄຂ​​ ໂດຍ​ການ​ຄົ້ນ​ຄ້ວາ​ມາດຖານ ​ແລະ ວິທີ​ການ​ຊັບຊ້ອນ​ ບັນຈຸ​ຄູ, ຈັດ​ສັນ​ຄູ​ສອນ​ຊັ້ນ​ລ້ຽງ​ເດັກ​-ອະນຸບານ ​ແລະ ຊັ້ນ​ປະຖົມ​ສຶກສາ​ຄືນ​ໃໝ່, ວາງ​ແຜນ​ ​ແລະ ຄຸ້ມ​ຄອງ​ກ່ຽວ​ກັບ​ ຄວາມ​ຕ້ອງການ​ຄູ​ ແລະ ການ​ສະໜອງ​ຄູ​ ໃຫ້​ມີ​ການປະສານ​ງານ​ເປັນ​ຢ່າງ​ດີ​ ໂດຍ​ຈະ​ກໍານົດ​ຄວາມ​ຕ້ອງການ​ຄູ ເຊິ່ງ​ເລີ່​ມຈາກ​ຂັ້ນ​ໂຮງຮຽນ ​ຂຶ້ນ​ມາ​ຢ່າງ​ໜ້ອຍ​ໃນ​ທຸກໆ​ສອງ​ປີ.

ທ່ານລັດຖະມົນຕີຍັງກ່າວ​ຕື່ມ​ວ່າ: ​ຈະ​ຈັດ​ຝຶກ​ອົບຮົມ​ໃຫ້​ແກ່​ຜູ້​ບໍລິຫານ​ການສຶກສາ​ຂັ້ນ​ແຂວງ, ຂັ້ນ​ເມືອງ ​ແລະ ໂຮງຮຽນ ​ກ່ຽວ​ກັບ​ການ​ເກັບ​ກໍາ​ຂໍ້​ມູນ​ການ​ສຶກສາ​ພາຍ​ໃນ​ບ້ານ ​ເພື່ອ​ສະໜັບສະໜູນ ​ໃຫ້​ແກ່​ການ​ກະກຽມ​ວາງ​ແຜນ ​ຄວາມ​ຕ້ອງການ​ຄູ ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ ໃຫ້​ແກ່​ຜູ້​ບໍລິຫານ​ໂຮງຮຽນ​ ໃນ​ການ​ບໍລິຫານ–ຄຸ້ມ​ຄອງ​ໂຮງຮຽນ​ໃຫ້​ດີ​ຂຶ້ນ, ສ້າງ ​ແລະ ປັບປຸງ​ນິຕິ​ກໍາ​ຕ່າງໆ​ ທີ່​ກ່ຽວຂ້ອງ ​ກັບ​ການຄຸ້ມ​ຄອງ​ບໍລິຫານ ​ການ​ສຶກສາ​ຊັ້ນ​ປະຖົມ ​ແລະ ມັດທະຍົມ​ສຶກສາ, ປັບປຸງ​ວຽກ​ງານ​ບໍລິຫານ ​ແລະ ຄຸ້ມ​ຄອງ​ໂຮງຮຽນ​ ໂດຍ​ຖື​ເອົາການ​ບໍລິຫານ​-ຄຸ້ມ​ຄອງ​​ໂຮງຮຽນ ​ເປັນ​ຫລັກ ​ເລີ່​ມຕົ້ນ​ຈາກ​ການ ​ສ້າງ​ຄວາມ​ເຂັ້ມ​ແຂງ​ ໃຫ້​ແກ່​ຜູ້​ອໍານວຍ​ການໂຮງຮຽນ, ນໍາ​ໃຊ້​ລະບົບ​ໄອ​ຊີ​ທີ ​ເພື່ອ​ຍົກ​ສູງ​ປະສິດທິພາບ​ໃນ​ການ ​ບໍລິຫານ–ຄຸ້ມ​ຄອງ​ໂຮງຮຽນ, ສ້າງ​ເງື່ອນ​ໄຂ​ໃຫ້​ຄູ​ສຶກສາ​ນິ​ເທດໄດ້​ລົງ​ຕິດ​ຕາມ ​ແລະ ຊ່ວຍ​ເຫລືອ​ຄູ​ພາຍ​ໃນ​ໂຮງຮຽນ ​ເພື່​ອ​ໃຫ້​ຜູ້​ອໍານວຍ​ການ​ໂຮງຮຽນ​ ໄດ້​ມີ​ເວລາ​ສຸມ​ໃສ່​ປັບປຸງ​ການ​ບໍລິຫານ ​ຄຸ້ມ​ຄອງ​​ໂຮງຮຽນ​ໃຫ້​ຫລາຍ​ຂຶ້ນ​.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...