spot_img
Homeຂ່າວເຫດການປະກາດແຕ່ງຕັ້ງ ຮອງຫົວໜ້າຫ້ອງວ່າການ ສໍານັກງານປະທານປະເທດ ຜູ້ໃໝ່

ປະກາດແຕ່ງຕັ້ງ ຮອງຫົວໜ້າຫ້ອງວ່າການ ສໍານັກງານປະທານປະເທດ ຜູ້ໃໝ່

Published on

ໃນວັນທີ 3 ພະຈິກນີ້ ທີ່ຫ້ອງວ່າການ ສຳນັກງານປະທານປະເທດ ໄດ້ມີພິທີ​ປະກາດການ​ແຕ່ງ​ຕັ້ງ ​ຮອງຫົວໜ້າ​ຫ້ອງ​ວ່າການ ​ສໍານັກງານ​ປະທານ​ປະ​ເທດ ລະຫວ່າງ ທ່ານ ​ເຈີ ຢີ່ງ ຫວາງ ຮອງຫົວໜ້າ​ຫ້ອງ​ວ່າການ​ສໍານັກງານ​ປະທານ​ປະ​ເທດ (ຜູ້​ເກົ່າ) ​ເຊິ່ງ​ໄດ້ອອກ​ຮັບ​ເບ້ຍ​ບໍານານ ​ແລະ ທ່ານ ກິ່ງ​ມະ​ໂນ ພົມ​ມະຫາ​ໄຊ ຫົວ​ໜ້າ​ກົມ​ສັງ​ລວມການ​ເມືອງ ຫ້ອງ​ວ່າການ​ສໍານັກງານ​ນາຍົກລັດຖະມົນຕີ​ຜູ້​ເກົ່າ ມາເປັນຮອງຫົວໜ້າ ​ຫ້ອງ​ວ່າການສໍານັກງານ​ປະທານ​ປະ​ເທດຜູ້​ໃໝ່, ພ້ອມ​ນີ້, ຍັງ​ໄດ້​ປະກາດ​ແຕ່ງຕັ້ງ ​ຮັກສາ​ການກົມ ​ແລະ ຫົວໜ້າ​ກົມ​ຈໍານວນ​ໜຶ່ງ​​ ໃຫ້ອອກ​ຜັກ​ຜ່ອນ ຮັບ​ເບ້ຍ​ບໍານານ​​ ​ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ຄໍາ​ເມິງ ພົງ​ທະ​ດີ ກໍາ​ມະ​ການ​ສູນ​ກາງ​ພັກ, ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ ​ສໍານັກງານ​ປະທານ​ປະ​ເທດ ມີ​ຜູ້ຕາງໜ້າ​ຄະນະ​ຈັດຕັ້ງສູນ​ກາງ​ພັກ, ຄະນະ​ພັກ,  ຕະຫລອດ​ຮອດ​ສະມາຊິກ​ພັກ ​ແລະ ພະນັກງານ​ພາຍ​ໃນ​ຫ້ອງ​ວ່າການ ສໍານັກງານ​ປະທານ​ປະ​ເທດ​ເຂົ້າ​ຮ່ວມ​.

ພາບ: ຂປລ
ພາບ: ຂປລ

 

ແຫລ່ງຂ່າວ:

ຂປລ

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...