spot_img
Homeຂ່າວພາຍ​ໃນລັດຖະບານໂດດເດັ່ນ ຍ້ອນຮູ້ຈັກໃຊ້ສື່ອອນລາຍ

ລັດຖະບານໂດດເດັ່ນ ຍ້ອນຮູ້ຈັກໃຊ້ສື່ອອນລາຍ

Published on

ພາຍຫຼັງທີ່ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກປະຊາຊົນປະຕິວັດລາວ ທີ່ໄຂຂຶ້ນໃນເດືອນເມສາ 2016 ທີ່ຜ່ານມາ ໄດ້ເຫັນດີເປັນເອກະສັນເລືອກ ທ່ານ ທອງລຸນ ສີສຸລິດ ເປັນນາຍົກລັດຖະມົນຕີແຫ່ງ ສປປ ລາວ ຫຼັງຈາກນັ້ນບໍ່ດົນ ລັດຖະບານຂອງທ່ານ ກໍໄດ້ເລິ່ມລົງມືປະຕິບັດໜ້າທີ່ຂອງຕົນຢ່າງຫ້າວຫັນ ຄືກັນກັບລັດຖະບານຊຸດທີ່ຜ່ານໆມາ ທີ່ຈະພາປະເທດຊາດທີ່ມີພົນລະເມືອງປະມານ 6.7 ລ້ານຄົນໄປສູ່ຄວາມສີວິໄລຕໍ່ໄປ.

ລັດຖະບານທີ່ມີແກນນຳຄືນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໂດຍການຊີ້ນຳຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ພັກປະຊາຊົນຕິວັດລາວ ປະທານປະເທດແຫ່ງ ສປປ ລາວ, ລັດຖະບານເລິ່ມລົງມືໄດ້ແກ້ໄຂບັນຫາການລັກລອບຕັດໄມ້, ບັນຫາຢາເສບຕິດ, ການສໍ້ລາດບັງຫຼວງ ແລະການເກັບລາຍໄດ້ເຂົ້າລັດ ໂດຍປະຊາຊົນເຫັນໄດ້ຈາກສື່ ສິ່ງພິມ, ວິທະຍຸ, ໂທລະພາບ ແລະອື່ນໆ ທີ່ໄດ້ອອກຂ່າວກ່ຽວກັບການເຄື່ອນໄຫວປະຕິບັດວຽກງານຂອງລັດຖະບານແລະຜູ້ນຳຄົນໃໝ່ ເພື່ອແກ້ໄຂບັນຫາຂອງຊາດທີ່ມີມາຍາວນານ.

ນາຍົກລັດຖະມົນຕີ
ທ່ານ ນາຍົກ ລັດຖະມົນຕີ ທອງລຸນ ສີສຸລິດ ເຄື່ອນໄຫວແລະເຮັດວຽກຢູ່ເມືອງງອຍ ເມື່ອວັນທີ 10 ສິງຫາ 2016 (ຮູບຈາກສຳນັກງານນາຍົກລັດຖະມົນຕີ)

ໃນອະດີດທີ່ຜ່ານມາ ການເຄື່ອນໄຫວຂອງ ການນຳພັກແລະລັດຖະບານລາວ ແມ່ນສື່ສິ່ງພິມ, ວິທະຍຸ ແລະໂທລະພາບຂອງລັດເທົ່ານັ້ນທີ່ເປັນຜູ້ນຳສະເໜີຂ່າວ ແລະຂ່າວທັງໝົດກໍລ້ວນແລ້ວແຕ່ເປັນຂ່າວທາງບວກ ແລະຍັງເຫັນວ່າສື່ອອນລາຍບໍ່ໜ້າເຊື່ອຖືແລະມີການໃສ່ຮ້າຍປ້າຍສີແລະສ້າງຄວາມແຕກແຍກໃນສັງຄົມ.

ມາຮອດມື້ນີ້, ການນຳສະເໜີຂ່າວຖືກປ່ຽນແປງໄປເມື່ອລັດຖະບານ ຕັດສິນໃຈໃຊ້ Facebook ເຊິ່ງເຫັນໄດ້ຈາກມີເຟສບຸກເພຈຊື່ Support Prime Minister Thongloun Sisoulith  ເຊິ່ງມີຜູ້ຕິດຕາມເຖິງ 66,000 ຄົນ, ມີການໂພສຂ່າວມື້ໜຶ່ງຫຼາຍຄັ້ງ ແລະແຕ່ລະໂພສກໍມີຜູ້ກົດຖືກໃຈນັບພັນ, ໃນຂະນະດຽວກັນກໍມີຜູ້ເຂົ້າເຖິງປະມານ 500,000 ຄັ້ງຂຶ້ນໄປ/ອາທິດ, ນອກນັ້ນກໍຍັງມີເພຈທີ່ຊື່: ລັດຖະບານລາວ (Lao Government) ທີ່ມີຜູ້ຕິດຕາມຫຼາຍກວ່າ 48,000 ຄົນ ທີ່ນຳສະເໜີການເຄື່ອນໄຫວຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີເປັນສ່ວນໃຫຍ່. ການຕິດຕາມການເຄື່ອນໄຫວດັ່ງກ່າວນັ້ນ ຖືວ່າເປັນຈຳນວນສູງຫຼາຍ ຖ້າທຽບໃສ່ຈຳນວນພົນລະເມືອງທີ່ເຂົ້າເຖິງລະບົບໂຊຊຽວມີເດຍ.

ນາຍົກລັດຖະມົນຕີ
ທ່ານ ນາຍົກ ລັດຖະມົນຕີ ທອງລຸນ ສີສຸລິດ ເຄື່ອນໄຫວແລະເຮັດວຽກຢູ່ເມືອງງອຍ ເມື່ອວັນທີ 10 ສິງຫາ 2016 (ຮູບຈາກສຳນັກງານນາຍົກລັດຖະມົນຕີ)

ສິ່ງທີ່ສັງຄົມໃຫ້ຄວາມນິຍົມຊົມຊອບຕໍ່ລັດຖະບານ ທີ່ນຳໂດຍ ທ່ານ ທອງລຸນ ສີສຸລິດ ຄື ເວັບໄຊຂ່າວອອນລາຍແລະເຟສບຸກໄດ້ນຳສະເໜີການເຄື່ອນໄຫວຂອງນາຍົກ ຄົນເລິ່ມເຫັນຮູບພາບນາຍົກຖືຄັນຮົ່ມເອງ, ການໃສ່ເກີບຜ້າໃບໃນເວລາອອກໄປເບິ່ງວຽກຕາມສະຖານທີ່, ການສະຫງ່ຽມຈຽມຕົວ, ບໍ່ຖືເນື້ອຖືຕົວ, ຮອຍຍິ້ມທີ່ຢືນຮຽງກັບພັນລະຍາທີ່ສະຫງ່າງາມ, ຮູບພາບການສຳຜັດມືກັບຜູ້ນຳລະດັບໂລກ ລົງເຖິງປະຊາຊົນທ້ອງຖິ່ນ… ນັ້ນຄືສິ່ງທີ່ປະຊາຊົນເຫັນຈາກສື່ສັງຄົມອອນລາຍ ຈົນເຮັດໃຫ້ນາຍົກ ທອງລຸນ ກາຍເປັນນາຍົກຂວັນໃຈປະຊາຊົນໄປເລີຍ.

ແນ່ນອນວ່າ ຮອດຕອນນີ້ ເຮົາໄດ້ເຫັນແລ້ວວ່າສື່ສັງຄົມອອນລາຍເປັນເທັກໂນໂລຢີທີ່ສາມາດເຮັດໃຫ້ປະຊາຊົນລາວກັບຜູ້ນຳມີຄວາມຮູ້ສຶກໃກ້ຊິດຕິດແທດກັນຫຼາຍຂຶ້ນແບບທີ່ບໍ່ເຄີຍມີມາກ່ອນ ເພາະສື່ອອນລາຍສາມາດເຮັດໃຫ້ຜູ້ອ່ານຂ່າວສາມາດປະກອບຄຳຄິດເຫັນ ຕໍ່ສິ່ງທີ່ເຂົາເຈົ້າຮັບຮູ້ໄດ້ ເຊິ່ງເປັນຊ່ອງທາງໜຶ່ງທີ່ຈະເຮັດໃຫ້ການນຳຮັບຮູ້ເຖິງຄວາມຮູ້ສຶກແລະຄວາມມຸ່ງມາດປາຖະໜາຂອງປະຊາຊົນໂດຍກົງ.

ທ່ານ ທອງລຸນ ສີສຸລິດ
ທ່ານ ນາຍົກລັດຖະມົນຕີ ພ້ອມຄະນະ ລົງຊຸກຍູ້ແລະເຄື່ອນໄຫວວຽກຢູ່ເມືອງນ້ຳບາກ ແຂວງຫຼວງພະບາງ ເມື່ອວັນທີ 5 ສິງຫາ 2016 (ຮູບຈາກ ສຳນັກງານນາຍົກລັດຖະມົນຕີ)

ຢູ່ຕ່າງປະເທດ ບັນດາການນຳ ຈະມີບັນຊີໃນສື່ສັງຄົມອອນລາຍ ຄື Facebook ທີ່ເປີດເຜີຍຕໍ່ສາທາລະນະ ເພື່ອເປັນການໂຄສະນາຜົນງານແລະແນວທາງນະໂຍບາຍຂອງຕົນໃຫ້ສັງຄົມຮັບຮູ້ ແລະເປັນບ່ອນທີ່ປະຊາຊົນຈະໄດ້ໃກ້ຊິດຕິດແທດກັບຜູ້ນຳຂອງເຂົາເຈົ້າຫຼາຍຂຶ້ນ ເຖິງບໍ່ແມ່ນກະໂຕຜູ້ນຳເອງເປັນຜູ້ເຮັດໜ້າທີ່ອັບເດດຂໍ້ມູນ ແຕ່ເຂົາເຈົ້າຈະມີຜູ້ຮັບຜິດຊອບໜ້າວຽກນີ້ຢູ່ຫຼືອາດຈະເປັນເລຂາຫຼືຄົນບຸກຄົນໃດໜຶ່ງເປັນຜູ້ອັບເດດຂໍ້ມູນແທນ ເພາະເຫັນວ່າເລື່ອງນີ້ເປັນສິ່ງສຳຄັນ. ແຕ່ສຳລັບໃນປະເທດລາວເຮົາແລ້ວ ລັດຖະບານທ່ານ ທອງລຸນ ສີສຸລິດ ຖືວ່າເປັນລັດຖະບານຊຸດທຳອິດທີ່ໄດ້ນຳໃຊ້ສື່ສັງຄົມອອນລາຍເປັນເວທີໂຄສະນາການເຄື່ອນໄຫວຂອງຕົນ ເຊິ່ງໃນທີ່ສຸດກໍໄດ້ຜົນ ປະຊາຊົນເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດຖະບານຫຼາຍຂຶ້ນ ໃນຂະນະທີ່ລັດຖະບານກໍໄດ້ຮູ້ບັນຫາຕ່າງໆຂອງສັງຄົມທີ່ຈະຕ້ອງໄດ້ແກ້ໄຂຫຼາຍຂຶ້ນເຊັ່ນດຽວກັນ.

ໂດຍສະຫຼຸບແລ້ວ ລັດຖະບານທຸກຍຸກ ທຸກສະໄໝ ລ້ວນແລ້ວແຕ່ມີຜົນງານທີ່ດີໆ ທັງນັ້ນ ແຕ່ວ່າຈະດີໜ້ອຍຫຼືຫຼາຍປານໃດນັ້ນ ຂຶ້ນກັບສາຍຕາຂອງສັງຄົມເປັນຜູ້ສຳຜັດແລະຕັດສິນໃຫ້ ດັ່ງນັ້ນ, ການໃຊ້ສື່ສະໄໝໃໝ່ເຂົ້າຊ່ວຍໃນການເຜີຍແພ່ນະໂຍບາຍ ແລະການເຄື່ອນໄຫວຈຶ່ງເປັນເລື່ອງໜຶ່ງທີ່ສຳຄັນແລະບໍ່ຄວນເບິ່ງຂ້າມ.

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...