Homeສຸຂະພາບ ແລະ ສີ່ງແວດລ້ອມຕໍາແໜ່ງຂອງສິວ ບອກຄວາມຜິດປົກກະຕິຂອງຮ່າງກາຍ

ຕໍາແໜ່ງຂອງສິວ ບອກຄວາມຜິດປົກກະຕິຂອງຮ່າງກາຍ

Published on

ໃນຄໍລຳ ສຸຂະພາບວັນນີ້ ເຮົາຈະມາເວົ້າກ່ຽວກັບເລື່ອງຂອງສິວ ກັບສຸຂະພາບ ຫຼາຍຄົນອາດຈະເຄີຍເກີດສິວທີ່ໃບໜ້າ ແຕ່ເລື່ອງສິວນັ້ນ ມັນບໍ່ແມ່ນເລື່ອງສິວໆຄືກັບຊື່ຂອງມັນເລີຍ ເພາະມັນສາມາດບົ່ງບອກເຖິງຄວາມຜິດປົກຂອງຮ່າງກາຍຂອງເຮົາໄດ້ ແຕ່ສິວທີ່ຂຶ້ນຢູ່ໃບໜ້າແຕ່ລະຈຸດມັນມີຄວາມໝາຍແນວໃດແນ່ນັ້ນເຮົາມາຮູ້ຈັກນຳກັນເລີຍ

ຈຸດ​ທີ1: ແຖວໜ້າ​ຝາກ​ດ້ານຊ້າຍ​ອາດ​ເປັນ​ໂລກ​ທີ່​ກ່ຽວ­ຂ້ອງກັບ​ການ​ຍ່ອຍ​ຂອງ​ກະ­ເພາະ​ອາຫານ, ກະ­ເພາະ​ປັດ​ສະ​ວະ, ຕ່ອມໝາກ​ໄຂ່ຫຼັງ (ລະ­ບົບ​ຂັບ​ຖ່າຍ​ບໍ່ຄ່ອຍ​ດີ ຫຼື ດື່ມ­ນ້ຳ​ໜ້ອຍ ແລະ ​ກິນອາ­ຫານ​ທີ່​ລົດ​ຊາດ​ເຂັ້ມ​ຂຸ້ນ​ຫຼາຍເກີນ​ໄປ) ສາ­ເຫດ​ທີ່​ມີ​ການ​ຜິດ​ປົກກະ­ຕິ​ຮ່ວມ​ແມ່ນ​ມີ​ຄວາມ​ຫງຸດຫງິດ​ສູງ ແລະ​ ລ້າງ​ໜ້າ​ບໍ່​ຄ່ອຍ​ສະ ອາດ.

ຈຸດ​ທີ2: ແຖວ​ຄິ້ວ​ກ່ຽວ­ຂ້ອງກັບ​ຕັບ​ສາ­ເຫດ​ຂອງ​ອາ­ການ​ຜິດປົກ­ກະ­ຕິ​ອາດ​ມີ​ບັນ­ຫາ​ໃນ​ການຍ່ອຍ​ແລກ​ໂທ​ສ ຫຼື ໃນ​ບຸກ­ຄົນ​ທີ່ມັກ​ແພ້​ນ້ຳ​ນົມ​ຮັບ​ປະ­ທານ​ອາຫານ​ລົດ​ເຜັດ ຫຼື ເຄັມ ແລະ​ ກິນອາ­ຫານ​ເດິກ​ຈົນ​ເກີນ​ໄປ.

ຈຸດ​ທີ3 : ແຖວດັງ ແລະ ເທິງ​ຮີມ ສົບ​ກ່ຽວ­ຂ້ອງ​ກັບ​ຫົວ­ໃຈ ແລະ​ ລະບົບ​ສືບ​ພັນ​ສາ­ເຫດ​ຂອງ​ອາ­ການ​ທີ່​ຜິດ​ປົກ­ກະ­ຕິ​ຫາກ​ມີ​ຜິວ​ສີ­ແດງ ເຂັ້ມ​ທີ່​ດັງ​ອາດ​ບົ່ງ​ບອກ​ເຖິງ​ໂລກຄວາມ­ດັນ­ເລືອດ­ສູງ, ການ​ຕີບ​ຕັນ ຫຼື ສີ​ຜິວ​ບໍ່​ສະ​ໝ່ຳ​ສະ­ເໝີ, ບອກ​ເຖິງຜົນ​ກະ­ທົບ​ທາງ​ຮໍ​ໂມນ​ເຊັ່ນ: ກຳລັງ​ມີ​ປະ­ຈຳ​ເດືອນ, ໄວ​ທອງ ແລະ ການ​ໃຊ້​ຢາ​ຄຸມ​ກຳ­ເນີດ.

ຈຸດ​ທີ4: ແຖວປາຍ​ຄາງ​ກ່ຽວ­ຂ້ອງກັບ​ກະ­ເພາະ​ອາ­ຫານ ແລະ ​ລຳ​ໄສ້ນ້ອຍ ສາ­ເຫດ​ຂອງ​ອາ­ການ​ທີ່​ພິດ​ປົກ­ກະ­ຕິ​ອາດ​ກິນ​ອາ­ຫານ​ລົດ​ເຂັ້ມ​ຂຸ້ນ​ຈົນ​ເກີນ​ໄປ​ຈົນ​ເຮັດ​ໃຫ້​ລຳ​ໄສ້​ມີ​ບັນ­ຫາ​ໃນ​ການ​ດູດ​ຊຶມ.

ຈຸດ​ທີ5: ແຖວລຳ​ຄໍ ແລະ​ ໜ້າ​ເອິກກ່ຽວ​ພັນ​ກັບ​ໂລກ​ສະ­ໝອງ ແລະ ຈິດ­ໃຈ​ສາ­ເຫດ​ຂອງ​ອາ­ການ​ທີ່​ຜິດປົກ­ກະ­ຕິ​ຄື​ຄວາມ​ຫງຸດ​ຫງິດ.
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...