spot_img
Homeຂ່າວການພັດທະນາສສຊ ຊີ້ ການແກ້ໄຂຄະດີຕ່າງໆ ຍັງເນັ້ນໃສ່ຄະດີທີ່ມີເງິນຈ້າງຈຶ່ງຕັດສິນໄວ

ສສຊ ຊີ້ ການແກ້ໄຂຄະດີຕ່າງໆ ຍັງເນັ້ນໃສ່ຄະດີທີ່ມີເງິນຈ້າງຈຶ່ງຕັດສິນໄວ

Published on

ການປະກອບຄຳຄິດຄຳເຫັນຂອງບັນດາສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງຕໍ່ ບົດລາຍງານຂອງອົງການ ໄອຍະການປະຊາຊົນ ແລະ ອົງການຕຸລາການ ແມ່ນຍັງມີຫຼາຍບັນຫາທີ່ຍັງຄ້າງຄາ ແລະ ຕ້ອງໄດ້ປັບປຸງແກ້ໄຂເຊັ່ນ: ຕ້ອງກວດກາຄືນລະຫວ່າງຕົວເລກຜົນສຳເລັດໃນບົດສະຫຼຸບກັບການປະຕິບັດວຽກງານຕົວ ຈິງໃຫ້ສອດຄ່ອງກັນ, ເອົາໃຈໃສ່ປັບປຸງດ້ານສະຖານທີ່ເຮັດວຽກໃຫ້ມີຄວາມ ເໝາະສົມ ເພາະບາງເມືອງເຂດຫ່າງໄກຍັງ ບໍ່ທັນມີສານເຂດເພື່ອແກ້ໄຂຄະດີ, ແກ້ໄຂບັນຫາອຸປະກອນຮັບໃຊ້ວຽກງານໃຫ້ທັນສະໄໝ ແລະ ປັບປຸງດ້ານບຸກຄະລາ ກອນໃຫ້ມີຄວາມຮູ້ຄວາມສາມາດ.

ບັນຫາທີ່ຜູ້ແທນທຸກເຂດເນັ້ນໜັກແມ່ນບັນຫາການຕັດສິນຄະດີຕ່າງໆ ແມ່ນຍັງ ມີການແຊກແຊງຈາກທາງນອກ, ການປະຕິບັດວຽກງານຂອງເຈົ້າໜ້າທີ່ສືບສວນ – ສອບສວນ ຍັງບໍ່ທັນສອດຄ່ອງ, ຍັງ ບໍ່ທັນມີຄວາມໂປ່ງໃສ ວຽກງານການຈັດຕັ້ງຄຳຕັດສິນຂອງສານໃນເຂດທ້ອງຖິ່ນຍັງຊັກຊ້າ ແລະ ຄ້າງຄາຫຼາຍ ຢາກ ໃຫ້ກວດກາຄືນຫາສາເຫດດັ່ງກ່າວເພື່ອປັບປຸງແກ້ໄຂ, ການແກ້ໄຂຄະດີຕ່າງໆຍັງເນັ້ນໃສ່ຄະດີທີ່ມີເງິນຈ້າງຈຶ່ງຕັດສິນໄວ ເຊິ່ງເປັນເຫດໃຫ້ມີສຽງວິພາກວິຈານຈາກສັງຄົມຢ່າງຫຼວງຫຼາຍ.

ທີ່ມາ: ສຳນັກຂ່າວເອບີຊີລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...