spot_img
Homeຊີວິດແລະຄວາມຮັກວິທີປະຢັດງົບຈັດງານແຕ່ງດອງ ສຳລັບຄູ່ທີ່ມີງົບໜ້ອຍແຕ່ຢາກໃຫ້ງານແຕ່ງດອງອອກມາດີທີ່ສຸດ

ວິທີປະຢັດງົບຈັດງານແຕ່ງດອງ ສຳລັບຄູ່ທີ່ມີງົບໜ້ອຍແຕ່ຢາກໃຫ້ງານແຕ່ງດອງອອກມາດີທີ່ສຸດ

Published on

ອອກພັນສາແລ້ວກໍ່ກ້າວເຂົ້າສູ່ຊ່ວງໄລຍະປະຕູວິວາຂອງຄູ່ຮັກຫຼາຍຄູ່ ນອກຈາກເຈົ້າບ່າວ ແລະ ເຈົ້າສາວຈະກຽມພ້ອມຮ່າງກາຍ, ຜິວພັນ, ໜ້າຕາໃຫ້ໂດດເດັ້ງທີ່ສຸດໃນວັນງານແຕ່ງຂອງຕົນເອງແລ້ວ ມັນຍັງມີສິ່ງຫຼັກໆໃຫ້ຄິດໜັກກໍ່ຄືງົບປະມານຂອງການຈັດງານແຕ່ງດອງ ແລະ ວິທີເຮັດແນວໃດຈະບໍ່ໃຫ້ງົບປະມານທີ່ວາງໄວ້ນັ້ນມັນບານປາຍເກີນງົບອອກໄປຫຼາຍ ໃນຄໍລຳ ຊີວິດ ກັບ ຄວາມຮັກ ວັນນີ້ເຮົາມີ ວິທີປະຢັດງົບຈັດງານແຕ່ງແບບງ່າຍໆ ມາຝາກກັນ ຄູ່ໃດທີ່ກຳລັງມີແຜນຈະກ້າວເຂົ້າສູ່ປະຕູວິວາແລ້ວມີບັນຫາເລື່ອງງົບປະມານບໍ່ຫຼາຍ ແຕ່ຢາກໃຫ້ງານແຕ່ງດອງອອກມາດີທີ່ສຸດເທົ່າທີ່ຈະເຮັດໄດ້ກໍ່ລອງອ່ານຄຳແນະນຳຕໍ່ໄປນີ້

  1. ເບິ່ງງົບປະມານທີ່ມີໃນບັນຊີຂອງຕົນເອງກ່ອນ ແລະ ງົບອື່ນໆຈາກທາງນອກວ່າມັນມີເທົ່າໃດ ຈາກນັ້ນກໍ່ມາຈັດສັນງົບປະມານໃສ່ຕັ້ງແຕ່ງມື້ອຸ່ນດອງ ຈົນຮອດວັນແຕ່ງແທ້ ພະຍາຍາມຕັດລາຍຈ່າຍທີ່ບໍ່ຈຳເປັນອອກ ແລະ ຄວບຄຸມງົບປະມານບໍ່ໃຫ້ມັນເກີນຕົວເລກທີ່ວາງໄວ້ ຖ້າເກີນກໍ່ຢ່າໃຫ້ເກີນງົບຫຼາຍຈົນເກີນໄປ
  2. ຕ້ອງໃສ່ໃຈລາຍລະອຽດກ່ຽວກັບສະຖານທີ່ຈັດງານ ເຊັ່ນ: ຈະຈັດຢູ່ໃສຈິ່ງຈະອຳນວຍຄວາມສະດວກກັບແຂກທີ່ມາຮ່ວມງານທີ່ສຸດ, ຖ່າຍພາບອອກມາງາມທີ່ສຸດ ແລະ ຈ່າຍເງິນເທື່ອດຽວແລ້ວບໍ່ຕ້ອງມາຈ່າຍເງິນເພີ່ມໃນລາຍຈ່າຍຈຸກຈິກອີກຄື ທຸດຊູ້… ເປັນຕົ້ນ, ຈະຈັດທີ່ເຮືອນ ຫຼື ໂຮງແຮມ, ຮ້ານອາຫານ, ສຳນັກງານ, ເດີ່ນໂຮງຮຽນ…  ສົມມຸດຖ້າເລືອກຈັດທີ່ຮ້ານອາຫານ, ໂຮງແຮມ ກໍ່ຄວນເລືອກເບິ່ງລາຄາ, ໂປຣໂມຊັ່ນຈາກຫຼາຍໆບ່ອນກ່ອນຕັດສິນໃຈຈອງ ແຕ່ຖ້າຈັດຢູ່ເຮືອນແນະນຳໃຫ້ສັ່ງອາຫານມາແຕ່ຮ້ານອາຫານມາຈັດໂຕະເລີຍດີກວ່າ ເພາະນອກຈາກສາມາດຄວບຄຸມງົບອາຫານໄດ້ແລ້ວ ຍັງບໍ່ເສຍເວລາກະກຽມອາຫານອີກດ້ວຍ
  3. ເລື່ອງຊຸດແຕ່ງງານ ຖ້າງົບບໍ່ຫຼາຍຄວນເລືອກໃຊ້ບໍລິການເຊົ່າຊຸດພ້ອມແຕ່ງໜ້າດີກວ່າຊື້ສົດຊຸດແຕ່ງງານ ເພາະນອກຈາກບໍ່ເສຍເງິນຫຼາຍໃນການຊື້ຊຸດໃໝ່, ບໍ່ເສຍເງິນຕັດຊຸດແລ້ວ ຍັງສາມາດເລືອກໄດ້ຈາກຫຼາຍຮ້ານ ໄດ້ຊຸດງາມໃນລາຄາທີ່ໜ້າພໍໃຈອີກດ້ວຍ (ຊຸດແຕ່ງງານສ່ວນຫຼາຍກໍ່ໃຊ້ແຕ່ງໃນມື້ງານດອງຫຼັງຈາກນັ້ນກໍ່ເກັບໄວ້ເບິ່ງເທົ່ານັ້ນ)
  4. ຈຳນວນແຂກທີ່ຈະເຊີນ, ຮູບແບບບັດເຊີນຕ້ອງອີງໃສ່ກັບລະດັບຂອງງານທີ່ຈະຈັດ ຖ້າເປັນງານແຕ່ງງານລະດັບນ້ອຍຫາກາງ ກໍ່ເລືອກແບບບັດເຊີນທີ່ບໍ່ໃຫຍ່ ບໍ່ອະລັງການຫຼາຍກໍ່ໄດ້ ໃຫ້ເນັ້ນຄວາມລຽບງ່າຍ ເກ໋ໆ ເບິ່ງແລ້ວອົບອຸ່ນສະບາຍຕາແທນ ທີ່ສຳຄັນລາຄາກໍ່ບໍ່ແພງ
  5. ສຳລັບວົງດົນຕີໃນງານ ຖ້າຄົນທີ່ຈັດຢູ່ໂຮງແຮມອາດຈະບໍ່ຕ້ອງຄິດຫຼາຍເພາະທາງໂຮງແຮມເຂົາຈະແຈ້ງໃຫ້ຮູ້ລາຍລະອຽດເລຶື່ອງງົບປະມານແລ້ວ ແຕ່ຖ້າຈັດຢູ່ເຮືອນສຳລັບງົບປະມານບໍ່ຫຼາຍແມ່ນເລືອກວົງດົນຕີທຳມະດາ ອາດບໍ່ມີຊື່ສຽງໂດ່ງດັງຫຼາຍ ແຕ່ກໍ່ຫຼິ້ນເພງໄດ້ມ່ວນ
  6. ການຖ່າຍຮູບເວດດິ້ງຄວນເໝົາເປັນຊຸດທີ່ຮ້ານສະຕູດີໂອເຊິ່ງມັນຈະລວມມີ ເຊົ່າຊຸດແຕ່ງງານ, ຖ່າຍຮູບເວດດິ້ງໜ້າງານ, ຖ່າຍຮູບໃນງານ, ພິມບັດເຊີນ ຖ້າເອົາລວມເປັນຊຸດໃຫຍ່ກໍ່ຈະໄດ້ສ່ວນຫຼຸດຈາກທາງຮ້ານ ໃຊ້ງົບບໍ່ຫຼາຍເທົ່າກັບການຈ້າງງານແບບແຍກສ່ວນ ເຊິ່ງວິທີນີ້ຈະຊ່ວຍໃຫ້ປະຢັດງົບ ແລະ ໄດ້ງານອອກມາດີອີກດ້ວຍ
  7. ຮູບແບບການຕົບແຕ່ງງານ ດອກໄມ້ໜ້າງານໂຊນຖ່າຍຮູບຖ້າຈັດຢູ່ໂຮງແຮມສ່ວນຫຼາຍທາງໂຮງແຮມຈະມີໄວ້ໃຫ້ແລ້ວ ຖ້າຄິດວ່າມັນງາມແລ້ວກໍ່ຄວນເອົາຕາມນັ້ນເລີຍບໍ່ຄວນສັ່ງເພີ່ມ ເພາະຈະສິ້ນເປືອງເພີ່ມເຕີມ ແຕ່ຖ້າຈັດຢູ່ເຮືອນ ຫາກຢາກໃຫ້ມີໂຊກດອກໄມ້ຖ່າຍຮູບໜ້າງານເຮົາກໍ່ຄວນເລືອກເອົາລະດັບປານກາງບໍ່ແພງຫຼາຍ ແຕ່ເລືອກຮູບແບບທີ່ອອກແນວໜ້າຮັກແທນກໍ່ໄດ້ ຄວາມຈິງແລ້ວເລື່ອງການຕົບແຕ່ງເຮົາອາດຈະຊອກເບິ່ງນຳອິນເຕີເນັດເພີ່ມຕື່ມກໍ່ໄດ້ ເພາະມີຫຼາຍໆເວັບທີ່ນຳສະເໜີກ່ຽວກັບຮູບແບບການຕົບແຕ່ງງານດອງໃຫ້ອອກມາງາມໜ້າຮັກ ຫຼື ແບບເກ໋ໆ ແຕ່ເສຍງົບບໍ່ຫຼາຍ
  8. ສ່ວນປະເພດເຄື່ອງດື່ມມາໃສ່ໃນງານກໍ່ຕ້ອງເບິ່ງງົບປະມານຄືນວ່າງົບປະມານມີເທົ່າໃດ ແລະ ຄວນເອົາເຄື່ອງດື່ມປະເພດໃດເຂົ້າງານຈິ່ງຈະພໍດີກັບງົບ
  9. ລົດແຮ່ເຈົ້າບ່າວເຈົ້າສາວໄປໃນງານ ຖ້າໄປໃຫ້ທາງຮ້ານດອກໄມ້ແຕ່ງໃຫ້ກໍ່ຖືວ່າແພງຫຼາຍ ແຕ່ຖ້າພວກທ່ານຢາກປະຫຍັດກໍ່ສາມາດໃຫ້ໝູ່ຊ່ວຍຕົບແຕ່ໃຫ້ກໍ່ໄດ້ ຊື້ຜ້າມາຜູກໃສ່ເອງ ດອກໄມ້ຊື້ມາໃສ່ເອງກໍ່ບໍ່ແພງຫຼາຍ ວິທີນີ້ຈະຊ່ວຍປະຢັດເງິນໄດ້ຫຼາຍເທົ່າຕົວແຕ່ຜົນທີ່ໄດ້ຮັບສູງເກີນຄາດ ເຮົາສາມາດແຕ່ງໄດ້ຕາມໃຈທີ່ເຮົາຕ້ອງການ ສ່ວນແບບມັນນັ້ນເຮົາກໍ່ສາມາດຫາເບິ່ງນຳເວັບໄຊ໌ຕ່າງໆໄດ້

ສິ່ງທີ່ກ່າວມາຂ້າງເທິງນີ້ເປັນພຽງຄຳແນະນຳອັນໜຶ່ງທີ່ຊ່ວຍໃນເລື່ອງຄວາມຄິດ ເພາະບາງຄູ່ອາດຈະລືມຄິດໃນສິ່ງທີ່ກ່າວຂ້າງເທິງນີ້ ການແຕ່ງງານເປັນເລື່ອງທີ່ສຳຄັນຫຼາຍຂອງຊີວິດ ເພາະບາງຄົນອາດຈະແມ່ນການແຕ່ງງານຄັ້ງດຽວໃນຊີວິດ ສະນັ້ນທຸກຄົນຫວັງຢາກໃຫ້ເຮັດໃຫ້ອອກມາດີທີ່ສຸດເທົ່າທີ່ຈະເຮັດໄດ້ ແຕ່ອຸປະສັກໃຫຍ່ກໍ່ຄືເງິນທີ່ຈະມາໃຊ້ຈັດງານນັ້ນເອງ ແຕ່ສິ່ງສຳຄັນຂອງຄວາມຮັກ ການໃຊ້ຊີວິດຄູ່ນັ້ນຈະຢູ່ກັນຍືນຍາວຕະຫຼອດໄປຫຼືບໍ່ ມັນກໍ່ບໍ່ໄດ້ກ່ຽວກັບວ່າຈະຈັດງານແຕ່ງງານໃຫຍ່ ຫຼື ນ້ອຍ ແຕ່ມັນຂຶ້ນກັບຄວາມຮັກ, ຫົວໃຈຂອງທັງສອງຄົນຫຼາຍກວ່າ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...