spot_img
Homeຂ່າວພາຍ​ໃນປະຊາຊົນເລິ່ມລົ້ມປ່ວຍ ໃນຂະນະທີ່ລັດສັ່ງຢຸດປູກກ້ວຍ ທີ່ໃຊ້ສານເຄມີໃນພາກເໜືອ

ປະຊາຊົນເລິ່ມລົ້ມປ່ວຍ ໃນຂະນະທີ່ລັດສັ່ງຢຸດປູກກ້ວຍ ທີ່ໃຊ້ສານເຄມີໃນພາກເໜືອ

Published on

ອີງຕາມແຫຼ່ງຂ່າວຈາກພາກເໜືອລາຍງານວ່າ ມີປະຊາຊົນໃນເມືອງຮຸນ ແຂວງອຸດົມໄຊ ທີ່ຮັບຈ້າງເປັນແຮງງານໃນສວນປູກກ້ວຍ ທີ່ລົງທຶນໂດຍນັກລົງທຶນຈີນ ຈຳນວນຫຼາຍເລິ່ມລົ້ມປ່ວຍ ດ້ວຍອາການສະໝອງອັກເສບ ເຊິ່ງຄາດການເບື້ອງຕົ້ນວ່າເປັນເຫດຈາກການໄດ້ຮັບສານເຄມີທີ່ໃຊ້ເຂົ້າໃນການ ຂ້າຫຍ້າ ແລະຂ້າແມງໄມ້ ໃນສວນກ້ວຍ ລວມທັງຂະບວນການຊະລ້າງໝາກກ້ວຍ ໂດຍບໍ່ມີການປ້ອງກັນຖືກຕ້ອງຕາມຫລັກວິຊາການຢ່າງເຄັ່ງຄັດ.

ໃນຂະນະທີ່ຢູ່ກອງປະຊຸມສະໄຫມສາມັນຄັ້ງທີ 2 ຂອງສະພາແຫ່ງຊາດ ສະມາຊິກສະພາຫລາຍທ່ານໄດ້ກ່າວເຖິງບັນຫາດັ່ງກ່າວ  ແລະໃນໂອກາດດຽວກັນນັ້ນລັດຖະບານໄດ້ຢືນຢັນວ່າໄດ້ສັ່ງຢຸດຕິການອະນຸຍາດລົງທຶນປູກກ້ວຍຢູ່ພາກເໜືອຂອງນັກລົງທຶນຈີນໄວ້ແລ້ວ ແຕ່ສະມາຊິກສະພາບາງທ່ານຍັງກ່າວຕໍ່ກອງປະຊຸມວ່າ ຫລາຍບ່ອນຢຸດຕິການປູກປູກກ້ວຍແລ້ວ ແຕ່ກໍຍັງມີບາງບ່ອນບໍ່ທັນຢຸດ ພ້ອມທັງຍັງກ້າເບ້ຍກ້ວຍຈຳໜ່າຍຢູ່.

ບົດຄວາມຫຼ້າສຸດ

ກິນສົ້ມໝູດິບ ອັນຕະລາຍທີ່ສຸດສຳລັບຄົນຖືພາ ອາດຈະເຮັດໃຫ້ລູກໃນທ້ອງບໍ່ສົມບູນ

ຂອງມັກໃຜ? ດັ່ງທີ່ເຮົາຮູ້, ຊີ້ນໝູສົດບໍ່ສາມາດກິນດິບໄດ້ ແຕ່ກໍຍັງມີອາຫານບາງຊະນິດທີ່ນໍາຊີ້ນໝູສົດໄປແປຮູບເປັນອາຫານ ເຊັ່ນ: ສົ້ມໝູ ໂດຍຄົນບາງກຸ່ມ ກໍຍັງມີວິທີການກິນໂດຍບໍ່ໄດ້ຜ່ານການປຸງສຸກ. ສົ້ມໝູແມ່ນອາຫານທີ່ເຮັດຈາກຊີ້ນໝູສົດທີ່ຜ່ານການໝັກດ້ວຍເຂົ້າ, ກະທຽມ ແລະ ເກືອ ເຮັດໃຫ້ມີລົດຊາດສົ້ມ ເຮັດໃຫ້ເກີດຈາກສານເເລັກຕິກ...

ພ້ອມໃຫ້ບໍລິການ 40 ຈຸດທົ່ວປະເທດ! ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດ ລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ຄວາມປອດໄພຂັ້ນສູງ

ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ມີຈຸດສາກລົດຫຼາຍກວ່າ 40 ຈຸດທົ່ວປະເທດ. ໃນຍຸກປັດຈຸບັນ, ການເດີນທາງດ້ວຍລົດຍົນໄຟຟ້າກໍາລັງໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ ໃນ ສປປ ລາວ ດັ່ງນັ້ນ, “ສະຖານີສາກລົດໄຟຟ້າ”...

ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ກູບາ ພົບປະສອງຝ່າຍຢ່າງເປັນທາງການ ເພື່ອຕີລາຄາ, ຖອດຖອນບົດຮຽນ, ປຶກສາຫາລືດ້ານຍຸດທະສາດ ແລະ ກໍານົດທິດທາງການຮ່ວມມື ໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ. ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,...

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...