Homeຂ່າວພາຍ​ໃນປິດ​ການ​ແຂ່ງຂັ​ນ ກິລາ​ເປ​ຕັງ ທົ່ວ​ປະ​ເທດ ຄັ້ງ​ທີ VII ຢ່າງເປັນທາງການ

ປິດ​ການ​ແຂ່ງຂັ​ນ ກິລາ​ເປ​ຕັງ ທົ່ວ​ປະ​ເທດ ຄັ້ງ​ທີ VII ຢ່າງເປັນທາງການ

Published on

ການແຂ່ງຂັນກິລາເປຕັງທົ່ວ ປະເທດຄັ້ງທີ VII ຊີງຂັນປະທານສະພາແຫ່ງຊາດ ໄດ້ປິດລົງ ໃນວັນທີ 29 ຕຸລາ ທີ່ສະໜາມກິລາ ເປຕັງແຫ່ງຊາດ (ດົງໂດກ) ພາຍຫລັງທີ່ໄດ້ດໍາເນີນເປັນເວລາ 3 ວັນ ໂດຍມີ ທ່ານ ຄໍາສິງ ໄຊສົມແພງ ຮອງຫົວໜ້າຄະນະຮັບຜິດຊອບວຽກງານເຂດເລືອກຕັ້ງ ສະພາແຫ່ງຊາດ ຜູ້ຕາງໜ້າປະທານສະພາແຫ່ງຊາດ, ທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຄໍາຫລ້າ  ວິນໄລທອງ ປະທານສະຫະພັນເປຕັງແຫ່ງຊາດລາວ ແລະ ມີຜູ້ຕາງໜ້າ ບໍລິສັດເບຍລາວ ພ້ອມດ້ວຍນັກກິລາ ແລະ ມີນັກກິລາເຂົ້າຮ່ວມຮ່ວມ ຈໍານວນ 300 ຄົນ ມາຈາກ 14 ແຂວງ ແລະ 6 ກະຊວງ.

ຜ່ານການແຂ່ງຂັນ 5 ປະເພດ ຊີງໄຊກັນປະກົດວ່າ: ເປຕັງປະເພດ ດ່ຽວຍິງ ອັນດັບທີ 1 ທີມກະຊວງປ້ອງກັນຄວາມສະຫງົບ ໄດ້ຮັບຂັນລາງວັນ ພ້ອມຫລຽນຄໍາ ແລະ ເງິນສົດ 1 ລ້ານກີບ, ອັນດັບທີ 2 ແຂວງຈໍາປາສັກ ໄດ້ຮັບຫລຽນເງິນ ພ້ອມເງິນສົດ 6 ແສນກີບ ອັນດັບທີ 3 ນະຄອນຫລວງວຽງຈັນ ໄດ້ຮັບຫລຽນທອງ ພ້ອມເງິນສົດ 4 ແສນກີບ; ເປຕັງປະເພດດ່ຽວຊາຍ ອັນດັບທີ 1 ທີມໂຍທາທິການ ແລະ ຂົນສົ່ງ ໄດ້ຮັບຂັນລາງວັນ ພ້ອມຫລຽນຄໍາ ແລະ ເງິນສົດ 1 ລ້ານກີບ ອັນດັບທີ 2 ແຂວງວຽງຈັນ ໄດ້ຮັບຫລຽນເງິນພ້ອມເງິນສົດ 6 ແສນກີບ, ອັນດັັບທີ 3 ທີມກະຊວງປ້ອງກັນຄວາມສະຫົງບ ໄດ້ຮັບຫລຽນທອງພ້ອມເງິນສົດ 4 ແສນກີບ ເປຕັງປະເພດທີມຄູ່ຍິງ ອັນດັບທີ 1 ແຂວງຈໍາປາສັກ ໄດ້ຮັບຂັນລາງວັນ ພ້ອມດ້ວຍຫລຽນຄໍາ ແລະ ເງິນສົດ 3 ລ້ານກີບ, ອັນດັບທີ 2 ກະຊວງປ້ອງກັນຄວາມສະຫງົບ ໄດ້ຮັບຫລຽນເງິນພ້ອມເງິນສົດ ໜຶ່ງລ້ານຫ້າແສນກີບ, ອັນດັບທີ 3 ກະຊວງພາຍໃນ ໄດ້ຮັບຫລຽນທອງ ພ້ອມເງິນສົດ 7 ແສນກີບ; ເປຕັງປະເພດທີມຄູ່ຊາຍ ອັນດັບ ທີ 1 ແຂວງຄໍາມ່ວນ ໄດ້ຮັບຂັນລາງວັນ ພ້ອມຫລຽນຄໍາ ແລະ ເງິນສົດ 5 ລ້ານກີບ, ອັນດັບທີ 2 ສະໂມສອນ ນໍ້າດື່ມໂອລານ ໄດ້ຮັບຫລຽນເງິນ ພ້ອມເງິນສົດສອງລ້ານຫ້າແສນກີບ, ອັນດັບທີ 3 ສະໂມສອນເປຕັງດອກຝ້າຍ ໄດ້ຮັບຫລຽນທອງ ພ້ອມເງິນສົດໜຶ່ງລ້ານຫ້າແສນກີບ,  ເປຕັງປະເພດທີມຄູ່ ວີໄອພີ ອັນດັບທີ 1 ໂຮງງານນໍ້າດື່ມລືຊາໄຊ ໄດ້ຮັບຂັນພ້ອມເງິນສົດ ຂັນລາງວັນ 1 ໜ່ວຍ ພ້ອມຫລຽນຄໍາ ແລະ ເງິນສົດ 1 ລ້ານກີບ, ອັນດັບທີ 2 ແຂວງສະຫວັນນະເຂດ ໄດ້ຮັບຫລຽນເງິນພ້ອມ ເງິນສົດ 6 ແສນກີບ, ອັນດັບ 3 ສະໂມສອນເປຕັງຕາດຖໍ້າເສືອ ໄດ້ຮັບຫລຽນເງິນ ພ້ອມເງິນສົດ 6 ແສນກີບ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...