HomePicpostພາບນ້ຳຖ້ວມ ຕົວເມືອງສະຫວັນນະເຂດ

ພາບນ້ຳຖ້ວມ ຕົວເມືອງສະຫວັນນະເຂດ

Published on

ຂ່າວຈາກ ລາວໂພສຕ໌
ອີງຕາມການລາຍລານຂອງນັກຂ່າວປະຈຳທ້ອງຖິ່ນແຂວງສະຫວັນນະເຂດ ມື້ວານນີ້ 15 ກໍລະກົດ 2014, ເນື່ອງຈາກຝົນຕົກໜັກເລິ່ມແຕ່ຕອນກາງຄືນຕອງວັນທີ 14 ກໍລະກົດ ຕໍ່ໃສ່ຕອນເຊົ້າ ຂອງວັນທີ 15 ເຮັດໃຫ້ເກີດສະພາບນ້ຳຖ້ວມຂັງ ໃນເຂດຕົວເມືອງຂອງແຂວງສະຫວັນນະເຂດ ແລະຝົນສືບຕໍ່ຕົກລົງເລື້ອຍໆ ນ້ຳຈຶ່ງສືບຕໍ່ຖ້ວມຈົນຮອດຕອນບ່າຍ. ຕໍ່ສະພາບດັ່ງກ່າວນັ້ນ ເຮັດໃຫ້ນ້ຳໄຫຼຖ້ວມເສັ້ນທາງສັນຈອນ, ໄຫຼເຂົ້າອາຄານບ້ານເຮືອນ, ຮ້ານຄ້າ ແລະອື່ນໆ ສ້າງຄວາມຫຍຸ້ງຍາກຕໍ່ການດຳລົງຊີວິດຂອງປະຊາຊົນ.

ພາບນ້ຳຖ້ວມຕົວເມືອງສະຫວັນນະເຂດ
Facebook new eng ja 

ອີກຊຸດ ເຄົຍໂພສຕ໌ແລ້ວ

ບົດຄວາມຫຼ້າສຸດ

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ສປປ ລາວ ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ (OAC)

ໃນວັນທີ 5 ພະຈິກ 2026 ທີ່ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມການເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ ຫຼື One Asia Communications (OAC) ໃນເວທີປຶກສາຫາລືດ້ານການສື່ສານ...

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...