Homeຂ່າວຕ່າງປະເທດກອງກຳລັງອີຣັກຫລາຍຝ່າຍ ປະສານໂຈມຕີປົດປ່ອຍເມືອງໂມຊູນ ຈາກກຸ່ມໄອເອັສ ປິດລ້ອມຫລາຍທິດທາງ

ກອງກຳລັງອີຣັກຫລາຍຝ່າຍ ປະສານໂຈມຕີປົດປ່ອຍເມືອງໂມຊູນ ຈາກກຸ່ມໄອເອັສ ປິດລ້ອມຫລາຍທິດທາງ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 31 ຕຸລາຜ່ານມານີ້ວ່າ ບັ້ນຮົບປົດປ່ອຍເມືອງໂມຊູນຂອງອີຣັກ ກຳລັງດຳເນີນໄປຢ່າງດຸເດືອດ ໂດຍໃນມື້ວັນຈັນທີ 31 ຕຸລາຜ່ານມານີ້ ກອງທະຫານຕີພິເສດອີຣັກ CTS ໄດ້ບຸກໂຈມຕີເຂົ້າຍຶດຄືນພື້ນທີ່ ເຂດຊານເມືອງດ້ານຕາເວັນອອກ ຂອງເມືອງໂມຊູນ ເພື່ອເປີດທາງໃຫ້ແກ່ກອງທັບອີຣັກເຂົ້າຕີປະສານ, ດ້ານກອງກຳລັງຂອງຊາວເຄີດ ກໍໄດ້ເຂົ້າຍຶດພື້ນທີ່ດ້ານທິດເໜືອໄດ້ເພີ່ມເຕີມ, ສ່ວນກອງກຳລັງຕິດອາວຸດຊາວຊີອະ ກໍໄດ້ເລີ່ມຕົ້ນປະຕິບັດການ ຕັດເສັ້ນທາງເຊື່ອມຕໍ່ລະຫວ່າງເມືອງໂມຊູນ ກັບຊາຍແດນປະເທດຊີຣີ ເປັນທີ່ຮຽບຮ້ອຍແລ້ວ ນັບຕັ້ງແຕ່ວັນເສົາທີ 29 ຕຸລາຜ່ານມາ.

ການສູ້ຮົບໃນຕອນເຊົ້າຂອງວັນຈັນທີ 31 ຕຸລາຜ່ານມານີ້ ກອງທະຫານຕີພິເສດອີຣັກ CTS ໄດ້ບຸກໂຈມຕີດ້ວຍລົດຕັງ ແລະ ລົດຍານເກາະ ພ້ອມທັງລະດົມຍິງປືນໃຫຍ່ ໃນຂະນະເຄື່ອນທີ່ເຂົ້າໂຈມຕີ ບ້ານບາຊາຢາຂອງເມືອງໂມຊູນ ຄວບຄູ່ກັບການໂຈມຕີທາງອາກາດ ໂດຍກອງກຳລັງພັນທະມິດ ນຳໂດຍສະຫະລັດອາເມຣິກາ ໃສ່ເປົ້າໝາຍກຸ່ມນັກຮົບລັດອິດສະລາມ ຫລື ໄອເອັສ ທີ່ຍຶດຄອງພື້ນທີ່ບໍລິເວນດັ່ງກ່າວ.

ໃນເວລາດຽວກັນນີ້ ກອງທັບອີຣັກກໍໄດ້ອອກມາຖະແຫລງວ່າ ກອງພົນທີ 9 ຂອງຕົນ ໄດ້ເຄື່ອນທັບມຸ່ງໜ້າສູ່ເມືອງໂມຊູນ ໂດຍໃນໄລຍະນີ້ ຢູ່ຫ່າງຈາກຊາຍແດນເມືອງທາງຕາເວັນອອກ ປະມານ 5 ກິໂລແມັດ ຊຶ່ງເປັນການເລີ່ມຕົ້ນ ປະຕິບັດການໂຈມຕີປົດປ່ອຍເມືອງໂມຊູນທາງຝັ່ງຊ້າຍ ໂດຍສະຖານີໂທລະພາບຂອງລັດຖະບານອີຣັກ ໄດ້ຂະໜານນາມໃຫ້ແກ່ປະຕິບັດການຄັ້ງນີ້ວ່າ ບັ້ນຮົບກຽດຕິຍົດ ເພື່ອປົດປ່ອຍເມືອງໂມຊູນ ເມືອງໃຫຍ່ອັນດັບສອງຂອງປະເທດ ອອກຈາກການຍຶດຄອງຂອງກຸ່ມໄອເອັສ ທີ່ບຸກເຂົ້າມາຍຶດພື້ນທີ່ຂອງປະເທດອີຣັກ ນັບຕັ້ງແຕ່ກາງປີ 2014 ເປັນຕົ້ນມາ.

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...