Home​ຂ່າວທ່ອງທ່ຽວນ້ຳຕົກວິກຕໍເຣຍ (Victoria Falls) ນ້ຳຕົກສຸດອະລັງການແຫ່ງປະເທດແຊມເບຍ

ນ້ຳຕົກວິກຕໍເຣຍ (Victoria Falls) ນ້ຳຕົກສຸດອະລັງການແຫ່ງປະເທດແຊມເບຍ

Published on

ນ້ຳຕົກວິກຕໍເຣຍ (Victoria Falls) ນ້ຳຕົກສຸດອະລັງການແຫ່ງປະເທດແຊມເບຍ (Zambia) ກ້ວາງປະມານ 1,700 ແມັດ ແລະ ສູງກວ່າ 80-180 ແມັດ ມີມວນນ້ຳມະຫາສານໄຫລຜ່ານ ງາມອະລັງການ ຖ້າມາທີ່ແອຟຣິກາ ຫຼື ແຊມເບຍ ທ່ານບໍ່ຄວນພາດທີ່ຈະມາຊົມນ້ຳຕົກແຫ່ງນີ້

water04

ຊື່ຂອງນ້ຳຕົກແຫ່ງນີ້ຖືກຕັ້ງຂຶ້ນໂດຍ David Livingstone ມິຊຊັນນາຣີຊາວສະກັອດແລນ ໂດຍໄດ້ຕັ້ງຕາມຊື່ຂອງສົມເດັດພະຣາຊິນີນາດວິກຕໍເຣຍແຫ່ງຣາຊາອານາຈັກ ຊາວບ້ານຈະຮຽກນ້ຳຕົກແຫ່ງນີ້ຕາມພາສາທ້ອງຖິ່ນວ່າ  Mosi-o-Tunya ເຊິ່ງມີຄວາມໝາຍວ່າ The smoke that thunders ເພາະສາຍນ້ຳຕົກນັ້ນໃຫຍ່ ມີມວນນ້ຳຫຼາຍ ສຽງດັງກ້ອງ ແລະ ລະອອງນ້ຳຟົ້ງກະຈາຍໄປໄກຫຼາຍສິນກິໂລແມັດ

ດ້ວຍຄວາມງາມແລະ ຄວາມອຸດົມສົມບູນທາງທຳມະຊາດຂອງນ້ຳຕົກວິຕໍເຣຍ ຈິ່ງໄດ້ຮັບການຈົດທະບຽນເປັນມໍລະດົກໂລກ ໂດຍອົງການຢູເນສໂກ ເມື່ອປີ 1989

water05 water06 water07
ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...