spot_img
Homeຂ່າວຕ່າງປະເທດສະພາເປັນຫວ່ງຕໍ່ການໃຊ້ສານເຄມີບໍ່ຮັບປະກັນ

ສະພາເປັນຫວ່ງຕໍ່ການໃຊ້ສານເຄມີບໍ່ຮັບປະກັນ

Published on

ສະພາແຫ່ງຊາດມີຄວາມເປັນຫວ່ງຫລາຍຕໍ່ຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມທີ່ເກີດຈາກການນໍາໃຊ້ສານເຄມີແບບບໍ່ຮັບປະກັນຂອງບັນດາໂຄງການຕ່າງໆໃນທົ່ວປະເທດ, ພາຍຫລັງພົບວ່າມີຫລາຍເຂດໄດ້ນໍາໃຊ້ສານເຄມີອັນຕະລາຍຢ່າງຊະຊາຍເກີນມາດຕະຖານກໍານົດ ແລະ ບໍ່ຖືກຕ້ອງຕາມລະບຽບຫລັກການ.
ຄະນະປະຈໍາສະພາແຫ່ງຊາດ ໃຫ້ຮູ້ວ່າ: ປັດຈຸບັນໃນຂົງເຂດອຸດສະຫະກໍາ-ການຄ້າຍັງມີໂຮງຈັກ-ໂຮງງານຫລາຍແຫ່ງບໍ່ປະຕິບັດຕາມຂັ້ນຕອນອະນຸຍາດ, ມີການປ່ອຍນໍ້າເປື້ອນ, ນໍາໃຊ້ສານເຄມີອັນຕະລາຍເກີນມາດຕະຖານ, ສະພາບ ການຈໍາໜ່າຍສີນຄ້າສະບຽງອາຫານ, ຢາປົວພະຍາດ, ເຄື່ອງດື່ມ, ເຄື່ອງສໍາອາງປອມແປງ, ໝົດຄຸນນະພາບ ແລະ ອາຍຸນໍາໃຊ້ຍັງມີແຜ່ຫລາຍ, ໂຮງງານປຸງແຕ່ງຈໍານວນບໍ່ໜ້ອຍບໍ່ມີຄວາມຮັບປະກັນທາງດ້ານສິ່ງແວດລ້ອມ, ສົ່ງກິ່ນເໝັນ, ກິ່ນຂິວ ແລະ ປ່ອຍນໍ້າເປື້ອນທີ່ຍັງມີສານເຄມີເຈືອປົນຕົກຄ້າງຮົ່ວໄຫລອອກສູ່ພາຍນອກ ເປັນຕົ້ນ: ໂຮງງານຂຸດຄົ້ນເກືອກາລີ, ໂຮງງານຊີມັງ, ໂຄງການຂຸດຄົ້ນຫີນກາວຢູ່ແຂວງຄໍາມ່ວນ, ໂຮງງານແຍກສີ້ນສ່ວນຂີ້ເຫຍື້ອອີເລັກໂຕຼນິກໃນນະຄອນຫລວງວຽງຈັນ ແລະ ຈໍາປາສັກ, ໂຮງງານໝາກໄມ້ກະປ໋ອງ, ໂຮງ ງານຊີມັງຢູ່ແຂວງວຽງຈັນ ແລະ ອື່ນໆ. ນອກຈາກນີ້ຍັງມີໂຮງງານຜະລິດນໍ້າດື່ມຫລາຍແຫ່ງບໍ່ມີໃບຢັ້ງຢືນມາດຕະຖານຈາກຂະແໜງການກ່ຽວຂ້ອງ. ສໍາລັບຂົງເຂດກະສິກໍາກໍເຫັນວ່າມີການນໍາໃຊ້ເຄມີເກີນມາດຕະຖານຢ່າງກວ້າງຂວາງ ເປັນຕົ້ນ: ການລ້ຽງປາກະຊັງຂອງຄົນຕ່າງປະເທດ, ຟາມລ້ຽງໝູ, ລ້ຽງໄກ່ ລວມເຖິງສວນປູກກ້ວຍຂອງນັກລົງທຶນຕ່າງປະເທດໃນຫລາຍທ້ອງຖິ່ນກໍມີການໃຊ້ສານເຄມີປາບສັດຕູພືດ ແລະ ຂ້າຫຍ້າເກີນຂະໜາດແຜ່ຫລາຍເຊັ່ນກັນ. ສ່ວນໃນຂະແໜງບໍ່ແຮ່ກໍເຫັນວ່າມີຫລາຍໂຄງການຍັງບໍ່ປະຕິບັດໄດ້ຕາມຂັ້ນຕອນລະບຽບກົດໝາຍກໍານົດໄວ້, ຕາມລາຍຂອງພາກສ່ວນກ່ຽວຂ້ອງໃນການອະນຸມັດຊອກຄົ້ນ, ສໍາຫລວດແຮ່ທາດທີ່ມີຫລາຍກວ່າ 200 ໂຄງການໃນທົ່ວປະເທດນັ້ນ ແມ່ນມີພຽງແຕ່ 3 ໂຄງການເທົ່ານັ້ນທີ່ປະຕິບັດຖືກຕ້ອງຕາມຂັ້ນຕອນລະບຽບກົດໝາຍ.

ດັ່ງນັ້ນສະພາແຫ່ງຊາດຈຶ່ງມີຄວາມເປັນຫວ່ງວ່າ: ຖ້າລັດຖະບານບໍ່ຮີບຮ້ອນຢັບຢັ້ງ ແລະ ເພີ່ມທະວີນໍາໃຊ້ມາດຕະການກ່ຽວຂ້ອງຕ່າງໆແກ້ໄຂຢ່າງເດັດຂາດເຂັ້ມງວດແລ້ວ, ກໍຈະເພີ່ມຄວາມອັນຕະລາຍຮ້າຍແຮງຕໍ່ສຸຂະພາບຂອງຄົນ, ສັດ ແລະ ສິ່ງທີ່ມີຊີວິດຕ່າງໆລວມເຖິງເປັນການທໍາລາຍທໍາມະຊາດ, ສິ່ງແວດລ້ອມ, ທັງສ້າງພາບພົດອັນບໍ່ດີຕໍ່ການຜະລິດ-ສົ່ງອອກຂອງປະເທດເຮົາອາດຈະຖືກຈໍາກັດໃນຕະຫລາດພາກພື້ນ ແລະ ສາກົນໃນຕໍ່ໜ້າ.
ສ້າງຂະບວນການອະນາໄມຄອງເໜືອງຕ້ອນຮັບວັນຊົນລະປະທານແຫ່ງຊາດ 3 ພະຈິກໃຫ້ຟົດຟື້ນ ເນື່ອງໃນໂອກາດວັນຊົນລະປະທານແຫ່ງຊາດ 3 ພະຈິກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ອອກຄຳສັ່ງສະບັບເລກທີ 3510/ກປ ລົງວັນທີ 27 ຕຸລາ 2016 ເຖິງຫົວໜ້າກົຊົນລະປະທານ ແລະ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ,ນະຄອນຫຼວງວຽງຈັນ,ຈົ່ງເອົາໃຈໃສ່ສ້າງຂະບວນການອະນາໄມລະບົບຄອງເໝືອງຊົນລະປະທານໃຫ້ເປັນຂະບວນຟົດຟື້ນໂດຍມີເນື້ອໃນວ່າ:
1. ໃຫ້ກົມຊົນລະປະທານ ແລະ ພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ, ນະຄອນຫລວງວຽງຈັນ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງໃນຂັ້ນຂອງຕົນສືບຕໍ່ໂຄສະນາເຜີຍແຜ່ເນື້ອໃນຕົ້ນຕໍຂອງກົດໝາຍວ່າດ້ວຍຊົນລະປະທານດ້ວຍຫລາຍຮູບແບບ, ຫລາຍລະດັບ ແລະ ຫລາຍວິທີການແຕກຕ່າງກັນ ຕາມຈຸດພິເສດຂອງແຕ່ລະເປົ້າມາຍ ໂດຍຜ່ານສື່ຕ່າງໆ ເປັນຕົ້ນໜັງສືພິມ, ໂທລະພາບ, ວິທະ ຍຸ, ຈັດກິດຈະກຳຖາມ-ຕອບ, ແຈກຢາຍປຶ້ມກົດໝາຍ, ສິ່ງພິມ ແລະ ວາລະສານວິຊາການຕ່າງໆ ໃຫ້ແກ່ພະນັກງານ, ທະຫານ, ຕຳຫລວດ, ຜູ້ປະກອບການ ຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ໂດຍຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງວຽກງານຊົນລະປະທານຕໍ່ກັບວຽກງານການຜະລິດກະສິກຳ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້, ເຂົ້າໃຈ ແລະ ເຂົ້າຮ່ວມຈັດຕັ້ງປະຕິບັດຢ່າງເປັນເຈົ້າການຕາມທິດນຳທີ່ວ່າ: “ພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າ”.
2.ໃຫ້ພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ ແລະ ນະຄອນຫລວງວຽງຈັນ ຂໍທິດຊີ້ນຳຈາກການນຳຂອງແຂວງ ແລະ ນະຄອນຫລວງ ໂດຍມີການປະສານສົມທົບກັບພາກສ່ວນກ່ຽວຂ້ອງປຸກລະ ດົມຂົນຂວາຍແຮງງານຊາວໜຸ່ມ, ນັກຮຽນ-ນັກສຶກສາ ແລະ ພໍ່ແມ່ປະຊາຊົນ ເພື່ອພ້ອມກັນຈັດຕັ້ງການຟື້ນຟູ, ສ້ອມແປງຊົນລະປະທານ ຕິດພັນກັບການສ້າງຂະບວນການອອກແຮງງານ (ວັນເສົາແດງ) ດ້ວຍການອະນາໄມລະບົບຫົວງານ, ລະບົບຄອງເໝືອງ, ປະຕູນ້ຳ ແລະ ອາຄານຕ່າງໆ ຕາມຄອງເໝືອງຊົນລະປະທານໃຫ້ເປັນຂະບວນຟົດຟື້ນ ເພື່ອໃຫ້ນ້ຳໄຫລສະດວກ, ຫລຸດຜ່ອນການຮົ່ວຊຶມຂອງນ້ຳ, ຮັບປະກັນການສະໜອງນ້ຳເຂົ້າສູ່ການຜະລິດກະສິກຳໃຫ້ທັນລະດູການຢ່າງພຽງພໍ ແລະ ຕໍ່ເນື່ອງ.
3. ໃຫ້ກົມຊົນລະປະທານ ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ ແລະ ນະຄອນ ຫລວງວຽງຈັນ ສືບຕໍ່ຮີບຮ້ອນຊຸກຍູ້ ແລະ ເລັ່ງທວງຜູ້ຮັບເໝົາກໍ່ສ້າງ-ສ້ອມແປງບັນດາໂຄງການຊົນລະປະທານຕ່າງໆທີ່ໄດ້ເຊັນກັນໄປແລ້ວປະຕິບັດໜ້າວຽກໃຫ້ສຳເລັດຕາມກຳນົດເວລາ ພ້ອມທັງນຳໃຊ້ມາດຕະການຕໍ່ຜູ້ລະເມີດຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍຊົນລະປະທານ ແລະ ສັນຍາຢ່າງເຂັ້ມງວດ.
4. ສຳລັບການຈັດພິທີເນື່ອງໃນໂອກາດວັນຊົນລະປະທານແຫ່ງຊາດ ວັນທີ 3 ພະຈິກ 2016 ນີ້ ໃຫ້ອີງໃສ່ສະພາບເງື່ອນໄຂຂອງແຕ່ລະທ້ອງຖິ່ນ ແຕ່ຕ້ອງຮັບປະກັນເນື້ອໃນເປັນຕົ້ນຕໍ ແລະ ຮູບການເປັນສຳຄັນ, ບົນຈິດໃຈປະຢັດມັດທະຍັດ ແລະ ຕ້ານການຟຸມເຟືອຍ. ໃຫ້ຖືເອົາວັນດັ່ງກ່າວນີ້ເຜີຍແຜ່ຜົນສຳເລັດຂອງຂະແໜງການໃນຊຸມປີຜ່ານມາ ພ້ອມທັງສະຫລຸບຖອດຖອນບົດຮຽນໄປພ້ອມ ແລະ ຮຽກຮ້ອງໃຫ້ຊາວກະສິກອນປະຕິບັດຕາມທິດນຳທີ່ວ່າ “ລັດ ແລະ ປະຊາຊົນພ້ອມກັນເຮັດ”.

5. ມອບໃຫ້ກົມຊົນລະປະທານອອກຄຳແນະນຳດ້ານວິຊາການ ເພື່ອຜັນຂະຫຍາຍຄຳສັ່ງສະບັບນີ້ເປັນອັນລະອຽດໃຫ້ແກ່ຂະແໜງການສາຍຕັ້ງຂອງຕົນຢູ່ທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດໃຫ້ປະສົບຜົນສຳເລັດ. ຜ່ານການຈັດຕັ້ງປະຕິບັດມີຂໍ້ສະດວກ, ຫຍຸ້ງຍາກແນວໃດໃຫ້ລາຍງານການນຳກະຊວງກະສິກຳ ແລະ ປ່າໄມ້ ໄດ້ຮັບຊາບເປັນປົກກະຕິເພື່ອຫາວິທີແກ້ໄຂຢ່າງທັນການ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...