Homeຂ່າວພາຍ​ໃນສິນຄ້ານຳເຂົ້າຫຼຸດລົງ ແຕ່ສິນຄ້າສົ່ງອອກເພີ່ມຂຶ້ນ

ສິນຄ້ານຳເຂົ້າຫຼຸດລົງ ແຕ່ສິນຄ້າສົ່ງອອກເພີ່ມຂຶ້ນ

Published on

ອີງໃສ່​ບົດ​ລາຍ​ງານ​ແຜນ​ພັດທະ​ນາ​ເສດຖະກິດ-ສັງຄົມ ສົກ​ປີ 2015-2016 ທີ່​ທ່ານ ສຸພັນ ແກ້ວ ມີ​ໄຊ ລັດຖະມົນຕີກະຊວງ​ແຜນການ ແລະ ການ​ລົງທຶນ ສະເໜີ​ຕໍ່ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 2 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ເຫັນ​ວ່າ: ໃນ 9 ເດືອນ​ສົກ​ປີ 2015-2016 ລາວ​ເຮົາ​ສາມາດຈັດ​ຕັ້ງ​ປະຕິບັດ​ການ​ສົ່ງ​ອອກ​ຜະລິດ​ຕະ​ພັນໄດ້ 3.157 ລ້ານ​ໂດລາ​ສະຫະລັດ ຫຼື ປະມານ 25 ຕື້ກີບ ເພີ່ມ​ຂຶ້ນ 23,1% ແລະ ຜະລິດ​ຕະ​ພັນ​ທີ່​ສົ່ງ​ອອກ​ນັ້ນ ຕົ້ນຕໍແມ່ນໄຟຟ້າ ເພີ່ມ​ຂຶ້ນ 65,8% ອຸປະກອນ​ເຄື່ອງໃຊ້​ໄຟຟ້າ​ເພີ່ມ​ຂຶ້ນ 38,1% ແຮ່​ທອງ​ເພີ່ມ​ຂຶ້ນ 37,1% ຜະລິດ​ຕະ​ພັນ​ປຸ່ງ​ແຕ່ງ​ກະສິກຳ ແລະ ຜະລິດ​ຕະ​ພັນ​ກະສິກຳ​ຈຳນວນ​ໜຶ່ງ ເຊັ່ນ: ສາລີ ຢາສູບ ກ້ວຍ ເຂົ້າ ສັດ​ໃຫຍ່ ແລະ ອື່ນໆ.

ສ່ວນ​ສິນຄ້າ​ນຳ​ເຂົ້າ ປະມານ 3.041 ລ້ານ​ໂດ​ລາ ຫຼື ປະມານ 24.000 ຕື້​ກີບ ເຊິ່ງ​ເຫັນ​ວ່າ​ຫຼຸດລົງ 12,3% ເນື່ອງ​ຈາກ​ບັນດາໂຄງການ​ກໍ່ສ້າງໃຫຍ່ໆ​ຈຳນວນໜຶ່ງ​ ໄດ້​ສຳເລັດ​ການ​ກໍ່ສ້າງ ເປັນຕົ້ນ ໂຄງການ​ກໍ່ສ້າງ​ໂຮງງານ​ໄຟຟ້າ​ຫົງ​ສາ​ລິກ​ໄນ ນອກຈາກ​ນັ້ນ ອຸປະກອນ​ກໍ່ສ້າງ​ບາງ​ຊະນິດ​ກໍ່​ສາມາດ​ຜະລິດ​ຢູ່​ພາຍ​ໃນ​ປະເທດ ຈຶ່ງເຮັດ​ໃຫ້​ຄວາມ​ຕ້ອງການ​ໃນ​ການນຳ​ເຂົ້າ​ຫຼຸດ​ລົງ ປະກອບ​ກັບ​ຄ່ານ້ຳມັນ​ເຊື້ອ​ໄຟ​ຫຼຸດ​ລົງ ​ພາໃຫ້​ມູນຄ່າ​ການ​ນຳ​ເຂົ້າ​ຫຼຸດ​ລົງ.

 

ຂ່າວຈາກ: Vientiane Mai
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...