spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 28 ຕຸລາ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 28 ຕຸລາ

Published on

ວັນທີ 28 ຕຸລາ ປີ 1999 ຫຼືມື້ນີ້ເມື່ອ 17 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Silent Bomber ເທິງເຄື່ອງ PS1 ທີ່ປະເທດຍີ່ປຸ່ນ. ໂດຍເກມນີ້ເປັນແນວແອັກຊັ່ນທີ່ມີຮູບແບບຄ້າຍກັບເກມອາເຂດທົ່ວໄປ ພ້ອມມຸມກ້ອງແບບ Bird-eye View ແຕ່ວ່າຈະມີຮູບແບບການຕໍ່ສູ້ທີ່ແຕກຕ່າງຈາກເກມອື່ນໆ ເນື່ອງຈາກພະເອກຂອງເກມນີ້ຈະບໍ່ໃຊ້ອາວຸດປະເພດປືນ ແຕ່ຈະເປັນການວາງລະເບີດເພື່ອສັງຫານສັດຕູແບບມີລັດສະໝີທຳລາຍທີ່ກິນບໍລິເວນກວ້າງແທນ. 

ພລ໋ອດຂອງເກມນີ້ຈະກ່າວເຖິງ ຈູຕ້າ ເຟດ (Jutah Fate) ອາຊະຍາກອນສົງຄາມທີ່ຖືກບັງຄັບເກນເຂົ້າມາຮ່ວມປະຕິບັດພາລະກິດແຊກຊຶມຂອງກອງທັບ ໂດຍເປົ້າໝາຍພາລະກິດດັ່ງກ່າວຄືທຳລາຍຖານທັບເທິງອະວະກາດທີ່ຊື່ວ່າ: ດັນເຕ້ (Dante) ເຊິ່ງເປັນໄພຕໍ່ຄວາມໝັ້ນຄົງຂອງມວນມະນຸດ ເຊິ່ງຜູ້ຮ່ວມພາລະກິດດຽວກັບຈູຕ້າກໍຈະມີທັງບຸກຄົນທີ່ເປັນອາຊະຍາກຳໃນດ້ານຕ່າງໆ ບໍ່ວ່າຈະເປັນດ້ານການເມືອງ, ຄວາມໝັ້ນຄົງ ແລະອື່ນໆ. ແຕ່ວ່າພໍທຸກຄົນລັກລອບບຸກເຂົ້າມາເຖິງຖານທັບດັນເຕ້ ຍານຂອງພວກຈູຕ້າກໍຖືກຍິງຈົນຕົກລົງໄປກ່ອນ ໂດຍທີ່ຈູຕ້າຖືກແຍກກຸ່ມອອກຈາກໝູ່ຮ່ວມທີມ ລາວຈຶ່ງຕ້ອງປະຕິບັດພາລະກິດພຽງຄົນດຽວພ້ອມທັງຊອກຫາສະມາຊິກໃນທີມທີ່ເຫຼືອໄປນຳ. 

ເກມ Silent Bomber ຜູ້ຫຼິ້ນຈະໄດ້ຮັບບົດເປັນ ຈູຕ້າ ຜູ້ຊ່ຽວຊານດ້ານການວາງລະເບີດ ຫຼືຫາກບອກໃຫ້ເຂົ້າໃຈງ່າຍຂຶ້ນກໍຄື: ເກມນີ້ຈະມີສະຕາຍຄ້າຍກັບ Bomberman ພາກທີ່ເປັນເກມແອັກຊັ່ນ. ນອກຈາກນີ້ ຈູຕ້າຍັງສາມາດປະສົມລະເບີດເພື່ອເຮັດລະເບີດພິເສດອີກຫຼາກຫຼາຍໄວ້ຈັດການສັດຕູໄດ້ອີກນຳ. 

Fact ເລັກນ້ອຍກ່ຽວກັບເກມ Silent Bomber

  • ຖ້າຜູ້ຫຼິ້ນສາມາດເຄລຍທຸກສາກໂດຍໄດ້ Rank B ຂຶ້ນໄປ ຈະສາມາດປົດລ໋ອກໂຕລະຄອນເມີຄິວຣີ້ (Mercury) ມາໃຊ້ໃນໂໝດ VR Arena ໄດ້, ນອກຈາກນີ້ຖ້າເຄລຍທຸກສາກໄດ້ Rank A ຂຶ້ນໄປ ກໍຈະສາມາດປົດລ໋ອກໂຕລະຄອນເບີນົວ (Benoit) ແລະຖ້າເຄລຍທຸກສາກດ້ວຍ Rank S ກໍຈະປົດລ໋ອກເນໂກະ ແທງ (Neko Tank) ມາໃຊ້ໄດ້.

  • ບໍລິສັດ CyberConnect ທີ່ພັດທະນາເກມນີ້ ຫາກເວົ້າຊື່ຂຶ້ນມາຄົງບໍ່ມີໃຜຄຸ້ນເຄີຍແນ່ນອນ ແຕ່ຖ້າບອກວ່າທີມນີ້ເປັນທີມດຽວກັບທີ່ເຮັດເກມຊີຣີ Naruto Shippuden ແລະ .hack ຄົງຕ້ອງຮ້ອງອໍຂຶ້ນມາເລີຍ

ແລະບໍລິສັດນີ້ຍັງໄດ້ຮ່ວມມືກັບ Square Enix ໃນການພັດທະນາເກມ Final Fantasy VII Remake ອີກນຳ.

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...