Homeຂ່າວພາຍ​ໃນພະແນກສຶກສາທິການ ແລະ ກິລາແຂວງຫົວພັນ ຈັດພິທີເປີດງານແຂ່ງຂັນກິລານັກຮຽນມັະທະຍົມສຶກສາທົ່ວແຂວງຫົວພັນ ຄັ້ງທີ 1

ພະແນກສຶກສາທິການ ແລະ ກິລາແຂວງຫົວພັນ ຈັດພິທີເປີດງານແຂ່ງຂັນກິລານັກຮຽນມັະທະຍົມສຶກສາທົ່ວແຂວງຫົວພັນ ຄັ້ງທີ 1

Published on

ງານແຂ່ງຂັນກິລານັກຮຽນມັະທະຍົມສຶກສາທົ່ວແຂວງຫົວພັນ ຄັ້ງທີ 1 ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 23 ຕຸລາ 2016 ນີ້ຢູ່ທີ່ ສະໜາມກິລາໃຫຍ່ຂອງແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ພູໂຊນ ທຳມະວິໄຊ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງຫົວພັນ ຜູ້ຊີ້ນຳວຽກງານຂົງເຂດວັດທະນາທຳ, ສັງຄົມຂັ້ນແຂວງ, ພາຍໃຕ້ການເປັນປະທານຂອງ ທ່ານ ມົນທອງ ລຽນຕິຄຸນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫົວພັນ, ມີຫົວໜ້າພະແນກການອ້ອມຂ້າງແຂວງ, ເມືອງ, ຜູ້ອຳນວຍການໂຮງຮຽນອ້ອມຂ້າງແຂວງ, ເມືອງ ພ້ອມດ້ວຍພະນັກງານຄູອາຈານ, ນ້ອງຫຼານນັກຮຽນ, ພໍ່-ແມ່ ປະຊາຊົນບັນດາເຜົ່າ ແລະ ປວງຊົນເຂົ້າຮ່ວມຢ່າງຫຼວງຫຼາຍ ໃນພິທີ ທ່ານ ມົນທອງ ລຽນຕິຄຸນ ປະທານພິທີໄດ້ຂຶ້ນກ່າວເປີດພິທີ ງານແຂ່ງຂັນກິລານັກຮຽນມັດທະຍົມສຶກສາທົ່ວແຂວງຫົວພັນ ຢ່າງເປັນທາງການ ພ້ອມທັງໄດ້ກ່າວວ່າ: ການຈັດງານໃນຄັ້ງນີ້ນັບວ່າເປັນຄັ້ງປະຫວັດສາດທີ່ບໍ່ເຄີຍມີມາກ່ອນສະນັ້ນຈິ່ງໄດ້ຮຽກຮ້ອງມາຍັງຄະນະຮັບຜິດຊອບທຸກພາກສ່ວນຈົ່ງສຸມທຸກສະຕິປັນຍາ, ຄວາມຮູ້ຄວາມສາມາດ ແລະ ກຳລັງແຮງຂອງຕົນເຂົ້າໃສ່ການແຂ່ງຂັນໂດຍປະຕະບັດຕາມກົດລະບຽບ, ກະຕິກາການແຂ່ງຂັນໃຫ້ເຂັ້ມງວດ

672

ທ່ານ ແສງທອງ ແສງສຸລິນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫົວພັນ ໄດ້ໃຫ້ຮູ້ຕື່ມອີກວ່າ: ການ ຈັດງານແຂ່ງຂັນກິລານັກຮຽນມັດທະຍົມສຶກສາທົ່ວແຂວງຫົວພັນ ຄັ້ງທີ 1 ໃນຄັ້ງນີ້ແມ່ນໄດ້ຈັດຂຶ້ນຢູ່ທີ່ ເມືອງຊຳເໜືອ ແຂວງຫົວພັນ ໂດຍໄດ້ເລີ່ມການແຂ່ງຂັນນັບແຕ່ວັນທີ 19 ຕຸລາ 2016 ເປັນຕົ້ນມາຈົນມາຮອດວັນທີ 23 ຕຸລາ 2016 ຈິ່ງໄດ້ມີພິທີເປີດຢ່າງເປັນທາງການ ແລະ ຈະດຳເນີນໄປເຖິງວັນທີ 30 ຕຸລາ 2016 ຈິ່ງຈະປິດລົງຢ່າງເປັນທາງການ ງານແຂ່ງຂັນກິລານັກຮຽນມັດທະຍົມໃນຄັ້ງນີ້ຈຸດປະສົງແມ່ນເພື່ອເປັນການພັດທະນາຊັບພະ ຍາກອນມະນຸດໃຫ້ໄປຕາມ 3 ລັກສະນະການສຶກສາຂອງພັກ ແລະ 5 ຫຼັກມູນຂອງການສຶກສາ ເວົ້າລວມ, ເວົ້າສະເພາະແມ່ນເຮັດໃຫ້ຮັກຮຽນຫັນມາຫຼິ້ນກິລາເພື່ອເຮັດໃຫ້ມີສຸຂະພາບແຂງແຮງ, ມີຈິດໃຈເບີກບານມ່ວນຊື່ນ, ມີຄວາມສາມັກຄີຮັກແພງກັນ ແລະ ຫ່າງໄກຢາເສບຕິດ, ພ້ອມທັງເປັນການຄັດເລືອກເອົານັກກິລາເຂົ້າມາເປັນທີມຕົວ ແທນຂອງແຂວງຫົວພັນ ເພື່ອເຂົ້າຮ່ວມການແຂ່ງຂັນ ງານມະຫາກຳກິລານັກຮຽນມັດທະຍົມທົ່ວປະເທດ ຄັ້ງທີ 6 ທີ່ແຂວງບໍລິຄຳໄຊ ໃນຕົ້ນເດືອນ ກຸມພາ 2017 ທີ່ຈະມາເຖິງໃນໝໍ້ໆນີ້ ງານແຂ່ງຂັນກິລານັກຮຽນມັດທະຍົມສຶກສາທົ່ວແຂວງຫົວພັນ ຄັ້ງທີ 1 ໃນຄັ້ງນີ້ມີຄະນະນຳ ແລະ ນັກກິລາເຂົ້າຮ່ວມທັງໝົດ 530 ຄົນ, ຍິງ 85 ຄົນ ໂດຍມາ ຈາກ 10 ເມືອງທົ່ວແຂວງ ແລະ ໂຮງຮຽນອ້ອມຂ້າງແຂວງ, ໂດຍໄດ້ກຳນົດເອົາ 7 ປະເພດກິລາ ເພື່ອແຂ່ງຂັນຄື: ບານເຕະ, ແລ່ນ-ລານ, ປິ່ປ່ອງ, ປີກໄກ່, ເປຕັງ, ໜ້າເກັກ ແລະ ໝາກຂ່າງ, ມີ 12 ລາຍການແຂ່ງຂັນ ເຊິ່ງນຳໃຊ້ສະ ໜາມແຂ່ງຂັນຢູ່ 3 ຈຸດ, ຊີງໄຊເອົາຫຼຽນຄຳ ຈຳນວນ 54 ຫຼຽນ, ຫຼຽນເງິນ 54 ຫຼຽນ ແລະ ຫຼຽນທອງ ແດງ 54 ຫຼຽນ

673 6744 6745 6544

ຂ່າວຈາກ: ພະແນກສຶກສາທິການ ແລະ ກິລາແຂວງຫົວພັນ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...