Homeຂ່າວຕ່າງປະເທດມຽນມາ ເປັນປະເທດທີ່ໃຈກວ້າງ ແລະເອື້ອເຟື້ອເພື່ອແຜ່ທີ່ສຸດໃນໂລກ ເປັນປີທີ 3 ແລ້ວ

ມຽນມາ ເປັນປະເທດທີ່ໃຈກວ້າງ ແລະເອື້ອເຟື້ອເພື່ອແຜ່ທີ່ສຸດໃນໂລກ ເປັນປີທີ 3 ແລ້ວ

Published on

ອີງຕາມການລາຍງານຂ່າວຂອງສຳນັກຂ່າວຕ່າງປະເທດວັນທີ 26 ຕຸລາ 2016 ນີ້ວ່າ: ມີການສຳຫຼວດໃໝ່ໄດ້ບົ່ງບອກວ່າ ປະເທດມຽນມາເປັນປະເທດທີ່ຄວາມໃຈກວ້າງ ແລະເອື້ອເຟື້ອເພື່ອແຜ່ທີ່ສຸດໃນໂລກ ເພາະຄົນມຽນມາ 91% ເປັນຄົນມັກນິຍົມນີ້ເອົາເງິນໄປບໍລິຈາກເພື່ອການກຸສົນ ເຊິ່ງໃນປີນີ້ຕິດອັນດັບເປັນປີທີ 3 ແລ້ວ ແລະລາຍງານດັ່ງກ່າວ ໄດ້ສະທ້ອນໃຫ້ເຫັນສັງຄົມ ແລະວັດທະນະທຳຂອງປະເທດທີ່ຖືພຸດທະສາສະໜາເປັນຫຼັກ ທີ່ໃຊ້ການບໍລິຈາກເພື່ອຊ່ວຍເຫຼືອຜູ້ອື່ນ ແລະປັບປຸງສ້ອມແຊມວັດ

ສ່ວນອັນດັບ 2​ ແມ່ນປະເທດສະຫະລັດອາເມລິກາ 63% ເຊິ່ງຄົນອາເມລິກາ ນິຍົມການບໍລິຈາກ ແລະອີກ 73% ຍິນດີທີ່ຈະໃຫ້ການຊ່ວຍເຫຼືອ ຄົນທີ່ຕົນບໍ່ຮູ້ຈັກ

ສ່ວນປະເທດທີ່ມີຄວາມໃຈກວ້າງໜ້ອຍທີ່ສຸດໃນໂລກແມ່ນປະເທດຈີນ, ແຕ່ຂໍ້ມູນທີ່ສຳຫຼວດແມ່ນອີງໃສ່ຄົນ 1000 ຄົນ, ໃນ 140 ປະເທດ, ສຳລັບປະເທດອີລັກ ແລະລີເບຍ ກໍມີຄວາມໃຈກວ້າງ ແກ່ຄົນທີ່ຕົນບໍ່ຮູ້ຈັກຄືກັນ ແຕ່ທັງສອງປະເທດ ບໍ່ຕິດອັນດັບເພາະມີສົງຄາມ ແລະຄວາມຂັດແຍ່ງທີ່ເກີດຂຶ້ນໃນປີນີ້

ອັນດັບປະເທດທີ່ມີຄວາມໃຈກວ້າງຫຼາຍທີ່ສຸດໃນໂລກ

%e0%ba%a1%e0%ba%bd%e0%ba%99%e0%ba%a1%e0%ba%b2

 

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...