spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ5 ວິທີດູແລຕົວເອງຂອງຄົນທີ່ມັກນອນເດິກເປັນປະຈຳ

5 ວິທີດູແລຕົວເອງຂອງຄົນທີ່ມັກນອນເດິກເປັນປະຈຳ

Published on

ໃນຄໍລຳ ສຸຂະພາບ ວັນນີ້ ຄົນທີ່ມັກນອນເດິກເປັນປະຈຳຄວນອ່ານ ເພາະສິ່ງທີ່ຈະນຳສະເໜີຕໍ່ໄປນີ້ ມັນຈະມີປະໂຫຍດຫຼາຍສຳລັບຄົນທີ່ມັກນອນເດິກເປັນປະຈຳ ເພາະຄົນທີ່ມັກນອນເດິກນັ້ນຕ້ອງດູແລເອົາໃຈໃສ່ຕົວເອງກວ່າຄົນທີ່ນອນຖືກຕາມໂມງເວລາ ແຕ່ຈະເຮັດແນວໃດນັ້ນເຮົາມາອ່ານນຳກັນເລີຍ

1 ຖ້າຮູ້ສຶກວ່າຢາກນອນກໍ່ນອນໂລດ : ເມື່ອຮ່າງກາຍຮູ້ສຶກວ່າຕ້ອງການພັກຜ່ອນແລ້ວກໍ່ຄວນນອນ ບໍ່ຄວນຝືນຕໍ່ໄປ ເພາະຄົນເຮົາຢ່າງໜ້ອຍຕ້ອງນອນມື້ລະ 4 ຊົ່ວໂມງຂຶ້ນໄປຮ່າງກາຍຈິ່ງຈະໄດ້ຮັບການພັກຜ່ອນຢ່າງເໝາະສົມ

2 ອອກກຳລັງກາຍເບົາໆຫຼັງຕື່ນນອນໃໝ່ : ເມື່ອຕື່ນນອນໃໝ່ໆກໍ່ຄວນຍ່າງ ຫຼື ແລ່ນ ຍ່າງນ້ອຍກໍ່ໃຫ້ໄດ້ປະມານ 100 ແມັດ ຫຼື ອອກກຳລັງກາຍທ່າອື່ນໆກໍ່ໄດ້ ເພື່ອໃຫ້ຮ່າງກາຍຕື່ນຕົວ ສົດຊື່ນມີຊີວິດຊີວາ

3 ກິນອາຫານທີ່ມີປະໂຫຍດ: ຄົນທີ່ມັກນອນເດິກສະໝອງຈະຮູ້ສຶກເມື່ອຍເພຍ ສະນັ້ນຄວນນກິນອາຫານປະເພດເຕົ້າຮູ້, ປາ, ໄກ່, ໄຂ ສານອາຫານຈຳພວກນີ້ຈະຊ່ວຍໄປບຳລຸງສະໝອງ ແລະ ຄວາມຈຳໄດ້ດີ

4 ງົດດື່ມກາເຟ : ກາເຟມີສານຄາເຟອິນ ສະນັ້ນບໍ່ຄວນດື່ມ ຖ້າຢາກດື່ມແທ້ໆ ກໍ່ດື່ມໂກໂກ້ແທນ ເພາະໃນໂກໂກ້ ມີ ຟລາໂວນອຍ ສານຊ່ວຍກະຕຸ້ນໃຫ້ເລືອດໄຫລໄປລ້ຽງສະໝອງໄດ້ດີ ແລະ ບໍ່ມີສານຄາເຟອິນອີກດ້ວຍ

5 ກິນວິຕາມິນແກ້ອາການເຄັ່ງຕຶງຂອງລະບົບປະສາດ: ວິຕາມີນບີ ແລະ ວິຕາມິນຊີ ຈະຊ່ວຍເຮັດໃຫ້ຜ່ອນຄາຍໄດ້ດີ ເມື່ອຕື່ນນອນຂຶ້ນມາກໍ່ຄວນດື່ມນ້ຳອຸ່ນທຳມະດາ ກິນເຂົ້າ, ກິນຜັກ, ໝາກໄມ້ ຫຼື ດື່ມນ້ຳໝາກໄມ້ສົດໆ ທຸກມື້ຍິ່ງເປັນການດີ

 

ຂໍ້ມູນອ້າງອີງຈາກ: http://health.mthai.com/howto/health-care/2088.html
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...