spot_img
HomeBaby-ແມ່ແລະເດັກພໍ່ແມ່ຄົນໃດທີ່ມີລູກຊາຍຍັງອາຍຸນ້ອຍຄວນອ່ານ

ພໍ່ແມ່ຄົນໃດທີ່ມີລູກຊາຍຍັງອາຍຸນ້ອຍຄວນອ່ານ

Published on

ໃນຄໍລຳ ແມ່ ແລະ ລູກ ວັນນີ້ເຮົາຈະມານຳສະເໜີວິທີການລ້ຽງລູກຊາຍ ສອນລູກຊາຍຕັ້ງແຕ່ຍັງອາຍຸນ້ອຍ ເພື່ອໃຫ້ເຂົາເຕີບໃຫຍ່ຂຶ້ນມາກາຍເປັນລູກຜູ້ຊາຍທີ່ເຕັມໄປດ້ວຍຄວາມສາມາດ, ຄວາມສະຫຼາດ, ມີຈິດໃຈດີງາມ ບໍ່ມີນິໃສອັນຕະພານມາຝາກກັນ ຫາກຄອບຄົວໃດຍັງມີລູກຊາຍທີ່ອາຍຸນ້ອຍຄວນສຶກສາໄວ້ ເພື່ອເປັນຄວາມຮູ້ໃໝ່ໃຫ້ແກ່ທ່ານ ແລະ ເປັນປະໂຫຍດໃຫ້ກັບລູກຂອງທ່ານ ເຊິ່ງການສອນລູກຊາຍຕາມຄວາມຈິງແລ້ວລູກຊາຍກັບລູກສາວການລ້ຽງດູເບິ່ງແຍງກໍ່ຈະບໍ່ຕ່າງກັນຫຼາຍປານໃດ ແຕ່ລູກຊາຍຕ້ອງເອົາໃຈໃສ່ເປັນພິເສດ ເພາະລູກຊາຍບາງຄົນອາດຈະຫົວແຂງ, ດື້ເລັກນ້ອຍ ເຊິ່ງພໍ່ແມ່ຈະຕ້ອງເຮັດແບບໃດແນ່ນັ້ນເຮົາມາອ່ານຳກັນເລີຍ

  1. ເມື່ອລູກຈຳຄວາມໄດ້ ຜູ້ເປັນພໍ່ແມ່ຕ້ອງສອນໃຫ້ລູກຮູ້ຈັກໃຫ້ກຽດຄົນອື່ນ, ຢ່າລັງແກ ຫຼື ໄປທຳຮ້າຍຄົນອື່ນ
  2. ສອນໃຫ້ລູກຮູ້ຈັກຄຳວ່າແບ່ງປັນ, ມີນ້ຳໃຈໃຫ້ກັບເພື່່ອນມະນຸດດ້ວຍກັນ
  3. ສອນໃຫ້ລູກເປັນຄົນເຂັ້ມແຂງ ຢ່າເປັນຄົນຍອມແພ້ກັບອຸປະສັກງ່າຍໆ ແຕ່ບໍ່ແມ່ນຄົນຫົວດື້ຫົວແຂງທຸກເລື່ອງ
  4. ສອນໃຫ້ລູກຮູ້ຈັກການໃຫ້ອະໄພ, ໃຫ້ໂອກາດຄົນອື່ນ
  5. ສອນໃຫ້ລູກຮູ້ຈັກເລືອກສິ່ງທີ່ດີທີ່ສຸດໃສ່ຕົວເອງ
  6. ສອນໃຫ້ຮູ້ສິ່ງໃດຜິດ, ສິ່ງໃດຖືກ, ສິ່ງໃດດີ, ສິ່ງໃດບໍ່ດີທຸກຢ່າງຕ້ອງເວົ້າຕາມຫຼັກການຄວາມເປັນຈິງຜິດກໍ່ວ່າຜິດ ຖືກກໍ່ວ່າຖືກ
  7. ສອນໃຫ້ລູກຮູ້ຈັກຮັກຕົວ, ຮັກຄອບຄົວ ຮັກຄົນອ້ອມຂ້າງ
  8. ສອນໃຫ້ລູກຮູ້ຈັກການຕັດສິນໃຈແບບເດັດຂາດ
  9. ສອນໃຫ້ລູກຮູ້ຈັກມີຄວາມຮັບຜິດຊອບຕໍ່ຕົວເອງ ແລະ ຄົນອື່ນ
  10. ສອນໃຫ້ລູກຢ່າໃຊ້ແຕ່ກຳລັງຕັດສິນບັນຫາຢ່າງດຽວ ເພາະບາງເລື່ອງຕ້ອງໃຊ້ສະໝອງໃນການແກ້ໄຂບັນຫາ
  11. ສອນໃຫ້ລູກຮູ້ຈັກຮັກສາຄວາມສະອາດຕົວເອງ ແລະ ສິ່ງທີ່ຢູ່ອ້ອມຂ້າງ
  12. ສອນໃຫ້ລູກຮູ້ຈັກຄວາມກະຕັນຍູຕໍ່ໍ່ຜູ້ມີພະຄຸນ
  13. ສອນໃຫ້ລູກຮູ້ຈັກຄວາມດຸໝັ່ນທັງການຮຽນ ແລະ ເລື່ອງຊ່ວຍວຽກຄອບຄົວ
  14. ສອນໃຫ້ເຂົາໃຫຍ່ຂຶ້ນມາແລ້ວຮູ້ໃຫ້ກຽວແມ່ຍິງ, ໃຫ້ຮັກຄອບຄົວເປັນຜົວທີ່ດີຂອງເມຍ ແລະ ເປັນພໍ່ທີ່ດີຂອງລູກ

ທັງ 14 ຂໍ້ທີ່ກ່າວມາຂ້າງເທິງນີ້ ແມ່ນໃຫ້ຄ່ອຍໆສອນລູກຕັ້ງແຕ່ຍັງນ້ອຍ ຄ່ອຍສອນຄ່ອຍເວົ້າໄປແຕ່ລະມື້ຈົນຮອດຕອນເຂົາໃຫຍ່ ເຊື່ອວ່າສິ່ງທີ່ທ່ານສອນເຂົານັ້ນ ມັນຈະຊຶມຊັບເຂົ້າໄປໃນສະມອງ ແລະ ຈິດໃຈຂອງເຂົາ ຖ້າຕອນນີ້ທ່ານຍັງມີລູກນ້ອຍຢູ່ກໍ່ຄວນຈະສອນເຂົາຕັ້ງແຕ່ວັນນີ້ ຢ່າປ່ອຍໃຫ້ເວລາຜ່ານໄປຈົນໝົດໂອກາດໄດ້ສອນສິ່ງດີໆໃຫ້ກັບເຂົາ

ຂໍ້ມູນຈາກ: http://women.mthai.com/
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...