Homeຂ່າວການພັດທະນານາຍົກເນັ້ນນັກລົງທຶນ ຫວຽດນາມ ຕ້ອງເບິ່ງຜົນກຳໄລໄລຍະຍາວ

ນາຍົກເນັ້ນນັກລົງທຶນ ຫວຽດນາມ ຕ້ອງເບິ່ງຜົນກຳໄລໄລຍະຍາວ

Published on

ບັນດານັກທຸລະກິດຫວຽດນາມ ທີ່ມາລົງທຶນຢູ່ລາວຫຼາຍໆບໍລິສັດໄດ້ສະເໜີຕໍ່ລັດຖະບານຫຼາຍບັນຫາເປັນຕົ້ນ ການອະນຸຍາດນຳເຂົ້າ ແລະສົ່ງອອກສິນຄ້າຢູ່ດ່ານຍັງຊັກຊ້າ, ການສຳປະທານທີ່ດິນປູກຢາງພາລາ, ໂຄງການກໍ່ສ້າງ ເຂື່ອນໄຟຟ້າ, ຂຸດຄົ້ນບໍ່ແຮ່, ການເກັບພາ ສີອາກອນ, ບັນຫາແຮງງານ ແລະອື່ນໆ.
ວັນທີ 21 ຕຸລາຜ່ານມາ ໄດ້ມີພິທີພົບ ປະລະຫວ່າງລັດຖະບານ ແລະນັກທຸລະ ກິດຫວຽດນາມຢູ່ລາວ ໂດຍເຂົ້າຮ່ວມມີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນ ຕີແຫ່ງ ສປປ ລາວ, ມີທ່ານຮອງນາຍົກ, ບັນດາລັດຖະມົນຕີ,ຫົວໜ້າກົມ, ຮອງກົມພາກສ່ວນທີ່ກ່ຽວ ຂ້ອງ, ບັນດານັກທຸລະກິດຫວຽດນາມ ທີ່ມາລົງທຶນຢູ່ລາວເຂົ້າຮ່ວມ.

ໃນພິທີພົບປະດັ່ງກ່າວບັນດານັກທຸລະກິດຫວຽດນາມ ກໍໄດ້ສະເໜີຕໍ່ລັດຖະບານຫຼາຍບັນຫາໂດຍສະເພາະການນຳ ເຂົ້າ ແລະສົ່ງອອກສິນຄ້າຢູ່ດ່ານຍັງມີລັກ ສະນະທີ່ຊັກຊ້າ, ການເກັບພາສີອາກອນແພງເກີນໄປ, ຂາດແຮງງານ, ການສຳ ປະທານທີ່ດິນຍັງບໍ່ໄດ້ຕາມຄາດໝາຍ, ໂຄງການກໍ່ສ້າງເຂື່ອນ, ຂຸດຄົ້ນບໍ່ແຮ່ ແລະອື່ນໆ ຕໍ່ບັນຫາດັ່ງກ່າວບັນດາລັດ ຖະມົນຕີທີ່ກ່ຽວຂ້ອງກໍໄດ້ຂຶ້ນຊີ້ແຈງອະທິບາຍໃຫ້ຄວາມກະຈ່າງແຈ້ງຕໍ່ນັກທຸລະ ກິດຫວຽດນາມທີ່ມາລົງທຶນຢູ່ລາວຕາມ ສະພາບຄວາມເປັນຈິງ.

ໃນໂອກາດນີ້ ທ່ານ ທອງລຸນ ສີສຸລິດ ກໍໄດ້ກ່າວເນັ້ນຕໍ່ນັກທຸລະກິດຫວຽດນາມ ວ່າ: ການລົງທຶນຂອງ ສສ ຫວຽດນາມ ຢູ່ລາວແມ່ນຢູ່ອັນດັບທີ 3 ຂອງການລົງທຶນຕ່າງປະເທດທັງໝົດຊຶ່ງຢາກໃຫ້ບັນດາໂຄງການທີ່ລົງທຶນນັ້ນມີປະສິດທິຜົນດີ ນັກທຸລະກິດຫວຽດນາມຕ້ອງໄດ້ສຶກ ສາຄົ້ນຄວ້າເບິ່ງວ່າອັນໃດທີ່ສາມາດ ເຮັດໄດ້ ແລະເຮັດບໍ່ໄດ້ທີ່ສຳຄັນບໍ່ໃຫ້ເບິ່ງພຽງຜົນປະໂຫຍດໄລຍະສັ້ນ ແຕ່ຕ້ອງ ເຫັນໄດ້ຜົນກຳໄລໄລຍະຍາວເພາະ ສປປ ລາວ ທາງຫຼາຍເສັ້ນຍັງບໍ່ທັນໄດ້ມາດ ຖານ, ບໍ່ມີທາງຂົນສົ່ງອອກສູ່ທະເລ, ທາງລົດໄຟຍັງບໍ່ມີແນ່ນອນວຽກງານບາງດ້ານຍັງພົບຄວາມຫຍຸ້ງຍາກແຕ່ທຸກຢ່າງ ຈະຄ່ອຍ ໄດ້ຮັບການແກ້ໄຂ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...