spot_img
Homeຂ່າວພາຍ​ໃນກວດພົບຢາດອງສົບ ໃນອາຫານທະເລຢູ່ຕະຫຼາດຂົວດິນ

ກວດພົບຢາດອງສົບ ໃນອາຫານທະເລຢູ່ຕະຫຼາດຂົວດິນ

Published on

 

ເຊົ້າທີ 18/7/2014 ເວລາ 6:30 – 8 ໂມງ ທີມງານ ສັດຕະວະແພດນະຄອນຫຼວງວຽງຈັນ ສົມທົບກັບສັດຕະວະແພດເມືອງ ສີສັດຕະນາກ ໄດ້ລົງກວດກາຫາ (ສານຕົກຄ້າງ ຟຣໍມາລິນ) ນຳສິນຄ້າ ປະເພດ ຊີ້ນ, ປາ, ໄກ່, ດັກແດ້, ອາຫານສົດ ຢູ່ຕະຫລາດຂົວດິນ ຜ່ານການກວດກາແມ່ນພົບ ສານຟຣໍມາລິນທີ່ດອງຢູ່ນຳປາມຶກແຫ້ງແຊ່.
# ຜົນດີ ຂອງສານຟຣໍມາລິນແມ່ນໃຊ້ສຳລັບດອງຊາກສົບບໍ່ໃຫ້ບູດເນົ່າ ແລະ ຂ້າເຊື້ອໂຣກ…
# ຜົນຮ້າຍ ສານຟຣໍມາລິນ ຖ້າຫາກຄົນສັດ ກິນ, ຫາຍໃຈເອົາກິນ, ສຳພັດມັນ ສານນີ້ (ຮັບປະລິມານຫລາຍ) ຈະເກີດອາການວິນຫົວ, ຮາກ, ຖ່າຍ, ຄັນຕາມໂຕ – ຕາ, ເມື່ອຍ – ຊ໊ອກເຖິງຕາຍ, ຖ້າຮັບປະລິມານໜ້ອຍມັນຈະໄປທຳລາຍຕັບ, ໄຂ່ຫັຼງ, ເມັດເລືອດແດງ, ມີຕູ່ມເປື່ອຍຄັນຕາມພີວໜັງ ແລະ ທຳລາຍທຸກລະບົບໃນຮ່າງກາຍເຮັດໃຫ້ຄົນສັດຕິດເຊື້ອໂລກຕ່າງໆ ໄດ້ງ່າຍຂື້ນ, ເຮັດໃຫ້ອາລົມຄົນຮຸດຮິດງ່າຍຂື້ນ ໂດຍສະເພາະທ່ານຊາຍ ຈະເຮັດໃຫ້ອະໄວຍະວະເພດບໍ່ແຂງໂຕ.

f. Dai Sihalad

10517124_504304579703607_716685528_n10551982_504306119703453_1115369438_n10559222_504306176370114_5350573_n10563520_504320566368675_895592438_n10565803_504303799703685_1510909681_n

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...