Homeນານາສາລະບໍ່ຄວນເກັບຢາທຸກຊະນິດໄວ້ໃນຕູ້ເຢັນ

ບໍ່ຄວນເກັບຢາທຸກຊະນິດໄວ້ໃນຕູ້ເຢັນ

Published on

ຄວາມເຊື່ອວ່າການເກັບຢາ ໄວ້ໃນອຸນຫະພູມຕໍ່າໆ ຈະເຮັດໃຫ້ຮັກສາຄວາມຄົງຕົວຂອງຢາໄດ້ດົນຂຶ້ນ ຫຼື ອາດເຂົ້າໃຈວ່າຈະສາມາດຫຼຸດການໝົດອາຍຸຂອງຢາໃຫ້ດົນໄດ້ຫຼາຍຄົນຈິ່ງນິຍົມເອົາຢາເກັບໄວ້ໃນຕູ້ເຢັນເກືອບທຸກຊະນິດ
ແຕ່ຮູ້ ຫຼື ບໍ່ວ່າການເກັບຮັກສາຢາໄວ້ໃນຕູ້ເຢັນນັ້ນອາດເຮັດໃຫ້ການຄົງຕົວຂອງຢາເສຍໄປໄດ້ ເນື່ອງຈາກວ່າຄວາມຊຸ່ມ ແລະອຸນຫະພູມອາດບໍ່ເໝາະສົມ.

ການແຊ່ຢາບາງຊະນິດໃນຕູ້ ເຢັນ ນອກຈາກຈະເຮັດໃຫ້ເກີດ ການເສື່ອມສະຫຼາຍຂອງຢາທີ່ສຳຄັນຕົວມັນແລ້ວ ຍັງເຮັດໃຫ້ເກີດ ສານພິດຂຶ້ນໄດ້ດ້ວຍເຊັ່ນ: ການແຊ່ເມັດຢາແອສໄພຣິນໃນຕູ້ເຢັນທີ່ມີຄວາມຊຸ່ມສູງຈະເຮັດໃຫ້ເກີດການສະຫຼາຍຕົວເປັນກົດຊາລິໄຊ ລິກ ແລະກົດອະຊິຕິກ ຊຶ່ງຈະຊ່ວຍ ໃຫ້ຢາບໍ່ມີຜົນໃນການຕ້ານການແຂງຕົວຂອງເກດເລືອດ ລວມທັງຍັງເຮັດໃຫ້ເກີດພິດ ເຮັດໃຫ້ຮ່າງ ກາຍຂາດອອກຊີເຈນ, ຊັກ ແລະໝົດສະຕິໄດ້.

ດັ່ງນັ້ນ ການເກັບຮັກສາຢາໄວ້ ໃນຕູ້ເຢັນ ຈິ່ງບໍ່ແມ່ນວິທີທີ່ດີທີ່ສຸດສະເໝີໄປຄວນອ່ານສະຫຼາກຢາ ຫຼື ລາຍລະອຽດເທິງກ່ອງຢາກ່ອນ ເພື່ອສຶກສາເຖິງອຸນຫະພູມທີ່ເໝາະ ສົມໃນການເກັບຮັກສາຢ່າງຖືກຕ້ອງດີກວ່າ.

 

ຂໍ້ມູນຈາກ: http://www.sedthakid.la/index.php/home/categories/item/8862-danger.html
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...