spot_img
Homeຂ່າວທ້ອງຖິ່ນຫົວພັນຕ້ອງການງົບປະມານ ຈາກສະພາເກືອບຮ້ອຍຕື້ກີບ

ຫົວພັນຕ້ອງການງົບປະມານ ຈາກສະພາເກືອບຮ້ອຍຕື້ກີບ

Published on

ຂ່ສເພື່ອເຮັດໃຫ້ວຽກງານການພັດທະນາເສດຖະກິດ-ສັງຄົມ ແຂວງຫົວພັນເປັນໄປຕາມແຜນການ ແລະແນວທາງຂອງລັດຖະບານດ້ວຍຈັງຫວະການຂະຫຍາຍຕົວທາງດ້ານເສດຖະກິດໃຫ້ຢູ່ໃນລະດັບ 10,35% ແລະຄາດວ່າໂຄງປະກອບເສດຖະກິດຈະມີການຫັນປ່ຽນໃນທ່າອ່ຽງທີ່ດີຂຶ້ນ ໂດຍສະເພາະການພັດທະນາທາງດ້ານການຜະລິດ ແລະການກໍ່ສ້າງທີ່ເລັ່ງໃສ່ການລົງທຶນຈາກພາກລັດ ແລະເອກະຊົນທັງພາຍໃນ ແລະຕ່າງປະເທດ ຊຶ່ງໃນສົກປີ 2017 ແຂວງຫົວພັນມີຄວາມຕ້ອງການງົບປະມານທີ່ອະນຸມັດຈາກສະພາແຫ່ງ ຊາດທັງໝົດ 94,55 ຕື້ກີບ.

ອີງຕາມຄາດໝາຍສູ້ຊົນຂອງພະແນກແຜນການ ແລະການລົງທຶນແຂວງຫົວພັນໃຫ້ຮູ້ວ່າ: ໃນສົກປີ 2017 ຄາດວ່າຈັງຫວະການຂະຫຍາຍຕົວທາງດ້ານເສດຖະກິດຂອງແຂວງແມ່ນຢູ່ໃນລະດັບ 10,35% ໃນນີ້ຂະແໜງກະສິກຳ-ປ່າໄມ້ເພີ່ມຂຶ້ນ 4,91% ກວມເອົາ 42,16%, ອຸດສາຫະກຳເພີ່ມຂຶ້ນ 14,08% ກວມເອົາ 18,16% ແລະການບໍລິການເພີ່ມຂຶ້ນ 11,13% ກວມເອົາ 39,68% ຂອງ GDP ທັງນີ້ ແຂວງຫົວພັນ ໄດ້ສະເໜີແຜນການລົງທຶນຂອງລັດຈໍານວນ 242 ໂຄງການ ເປັນມູນຄ່າທັງໝົດ 8.216 ຕື້ກີບ ເປັນທຶນພາຍໃນ 7.223 ຕື້ກີບ ແລະທຶນຕ່າງປະເທດ 993,58 ຕື້ກີບ, ພ້ອມທັງຕ້ອງການງົບປະມານທີ່ອະນຸມັດຈາກສະພາແຫ່ງຊາດຈໍານວນ 94,55 ຕື້ກີບ ໃນນັ້ນທຶນປົກກະຕິຈໍານວນ 78,11 ຕື້ກີບ (ລວມທັງທຶນພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກ, ທຶນຈັດສັນພູມລໍາເນົາ ແລະບ່ອນທໍາມາຫາກິນຖາວອນ) ແລະບ້ວງພັດທະນາເມືອງໃໝ່ເມືອງກວັນ 1 6,44 ຕື້ກີບ.

ພ້ອມດຽວກັນນີ້ ຍັງມີການສົ່ງ ເສີມການລົງທຶນພາຍໃນ ແລະຕ່າງປະເທດທີ່ເລັ່ງໃສ່ໂຄງການຂະໜາດໃຫ່ຍ ໂດຍສະເພາະໂຄງການກໍ່ສ້າງເຂື່ອນໄຟຟ້າ ແລະໂຮງງານໄຟຟ້າ, ໂຄງການຂຸດຄົ້ນແຮ່ທາດທີ່ໄດ້ຮັບອະນຸມັດແລ້ວ, ທັງເອົາໃຈໃສ່ດຶງດູດແຫຼ່ງທຶນຕ່າງໆເຂົ້າໂຄງການຂະໜາດນ້ອຍ ແລະຂະໜາດກາງທີ່ມີຜົນຕໍ່ລາຍຮັບຂອງປະຊາຊົນ ແລະສົ່ງເສີມໂຄງ ການລົງທຶນທີ່ນໍາໃຊ້ວິທະຍາສາດ-ເຕັກໂນໂລຊີທັນສະໄໝເປັນຕົ້ນ ແມ່ນການຜະລິດກະສິກໍາປຸງແຕ່ງ ແລະອື່ນໆນອກນັ້ນຍັງຄາດວ່າຈະອອກໃບທະບຽນສໍາປະທານໃຫ້ໄດ້ປະມານ 8 ຫົວໜ່ວຍ ເປັນມູນຄ່າ 35 ລ້ານໂດລາສະຫະລັດ ໃນນີ້ເປັນການລົງທຶນຈາກຕ່າງປະເທດໃຫ້ ໄດ້ 5 ຫົວໜ່ວຍ ມູນຄ່າ 8 ລ້ານໂດລາ ແລະເປັນການລົງທຶນພາຍໃນ ໃຫ້ໄດ້ 3 ຫົວໜ່ວຍ ມູນຄ່າ 27 ລ້ານໂດລາ.

ນອກນີ້ ຍັງມີທຶນຈາກການຊ່ວຍເຫຼືອລ້າ ແລະກູ້ຢືມ ຊຶ່ງໃນໄລຍະດຽວກັນຂອງສົກປີຄາດວ່າຈະມີການລົງທຶນທັງສືບຕໍ່ໂຄງການເກົ່າ ແລະໂຄງການໃໝ່ທັງໝົດປະມານ 174 ໂຄງການ ມີມູນຄ່າ 170,36 ລ້ານໂດລາສະຫະລັດ, ໃນນັ້ນເປັນ ທຶນພາຍໃນ 27 ໂຄງການ ມູນຄ່າ  7,54  ລ້ານໂດລາ, ທຶນຊ່ວຍເຫຼືອຈາກຕ່າງປະເທດ 141 ໂຄງການ ມູນຄ່າ 89,10 ລ້ານໂດລາ ແລະກູ້ຢືມ 6 ໂຄງການມູນຄ່າ 73,76 ລ້ານໂດລາ, ການນໍາໃຊ້ທຶນຊ່ວຍເຫຼືອ ແລະກູ້ຢືມນີ້ແມ່ນເລັ່ງໃສ່ພັດທະນາດ້ານສັງຄົມ, ສໍາລັບທຶນກູ້ ຢືມພວກເຮົາຄວນສຸມໃສ່ການກໍ່ ສ້າງບັນດາໂຄງການ ແລະກິດຈະກໍາກໍ່ສ້າງຂອງບັນດາໂຄງການ ແລະກິດຈະກໍາຂອງບັນດາພື້ນຖານໂຄງລ່າງ ແລະການພັດທະນາຊັບພະຍາກອນມະນຸດຢູ່ເຂດຊົນນະບົດເພື່ອຮັບປະກັນໃຫ້ມີການພັດທະນາແບບຢືນຍົງ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...