spot_img
Homeນານາສາລະ10 ຂໍ້ທີ່ຄວນຮູ້ເພື່ອຈະບໍ່ພາດໃນການຂໍທຶນໄປຮຽນຕໍ່ຕ່າງປະເທດ

10 ຂໍ້ທີ່ຄວນຮູ້ເພື່ອຈະບໍ່ພາດໃນການຂໍທຶນໄປຮຽນຕໍ່ຕ່າງປະເທດ

Published on

ວັນນີ້ເຮົາມີຂໍ້ມູນເດັດໆ ມາໃຫ້ຄົນທີ່ຢາກຮຽນຕໍ່ຕ່າງປະເທດໄດ້ສຶກສາກັນໄວ້ກ່ອນ ເພື່ອຈະບໍ່ພາດໃນການຂໍທຶນ ພວກເຮົາເລີຍມີ 10 ຂໍ້ທີ່ຄວນຮູ້ເພື່ອຈະບໍ່ພາດໃນການຂໍທຶນໄປຮຽນຕໍ່ຕ່າງປະເທດ ມາຝາກກັນ

  1. ຢ່າໃສ່ຂໍ້ມູນຜິດລົງໃບສະໝັກ:ກ່ອນທີ່ເຮົາຈະຕອບຄຳຖາມແຕ່ລະຂໍ້ຕ້ອງອ່ານດີໆ ອ່ານໃຫ້ເຂົ້າໃຈຄັກໆແລ້ວຈິ່ງຄ່ອຍຕອບ
  2. ບໍ່ຍອມຮັບຜິດຊອບໃນການສະໝັກຮຽນເອງ:ຖືເປັນເລື່ອງສຳຄັນຢ່າໃຫ້ບຸກຄົນອື່ນເຮັດແທນ, ຕິດຕໍ່ແທນ ເພາະນີ້ເລື່ອງນີ້ເຈົ້າຈະຕ້ອງເປັນຄົນຂຽນເອງ, ຕິດຕາມເອງ ແລະ ພະຍາຍາມເຮັດໃຫ້ແບບຟອມນັ້ນສົມບູນແບບທີ່ສຸດ ເພື່ອສະແດງຄວາມຈິງໃຈໃຫ້ພວກເຂົາໄດ້ເຫັນວ່າເຈົ້າຢາກເຂົ້າຮຽນນຳວິທະຍາໄລພວກເຂົາແທ້
  3. ຊີວະປະຫວັດຢ່າມີຄວາມຍາວເກີນໄປ:ຂໍສັ້ນໆໜ້າດຽວແຕ່ມີເນື້ອໃນຊັດເຈນ ເຂົ້າໃຈງ່າຍ
  4. ເອກະສານລາຍລະອຽດຢ່າພິມຜິດພິມຖືກ:ຜູ້ທີ່ຈະສະໝັກເຂົ້າຮຽນຕໍ່ທີ່ຕ່າງປະເທດການຂຽນເປັນສິ່ງສຳຄັນຫຼາຍ ເພາະນີ້ກໍ່ແມ່ນສິ່ງໜຶ່ງທີ່ພວກເຂົາພິຈາລະນາ
  5. ຢ່າສົ່ງໃບສະໝັກໃນວັນສຸດທ້າຍ:ນັກສຶກສາຫຼາຍຄົນມັກສົ່ງໃບສະໝັກໃນວັນສຸດທ້າຍ ເຊິ່ງເປັນຂໍ້ຜິດພາດພໍສົມຄວນ ເພາະພວກເຂົາຈະເບິ່ງວ່າທ່ານສົນໃຈສະໝັກທຶນນີ້ຫຼາຍໜ້ອຍພຽງໃດ ສະນັ້ນການສົ່ງກ່ອນກຳນົດໄວເທົ່າໃດຍິ່ງດີ
  6. ຢ່າຂຽນEssay ຊ້ຳໆ
    ໃນການຂຽນ Essay ປະກອບເຂົ້າໃນການສະໝັກຮຽນຕໍ່ ຫຼາຍຄົນມັກເຮັດຜິດພາດບ່ອນທີ່ວ່າ ຂຽນເລື່ອງລາວວົນໄປວຽນມາ
  7. ຕ້ອງຖາມຄຳຖາມໃຫ້ຖືກວິທີ
    ກ່ອນການໄດ້ຮັບເລືອກເຂົ້າຮຽນ ຄະນະກຳມະການຈະເປີດໂອກາດໃຫ້ຜູ້ສະໝັກໄດ້ມີໂອກາດຖາມໃນເລື່ອງທີ່ຢາກຮູ້ ເຮົາຄວນເລືອກຖາມເລື່ອງຄວາມສຳຄັນຂອງວິທະຍາໄລ, ວັດທະນະທຳ, ການໃຊ້ຊີວິດເວລາຮຽນ ແບບນີ້ເປັນຕົ້ນ
  8. ຕ້ອງຂຽນໃຫ້ຮູ້ວ່າເຮົາຢາກເຂົ້າຮຽນ
    ການຂຽນເຖິງມະຫາວິທະຍາໄລທີ່ເຮົາກຳລັງສະໝັກຮຽນ ພ້ອມທັງບອກເຫດຜົນຂອງເຮົາ ຮວມທັງຂໍ້ດີຂອງສະຖາບັນທີ່ເໝາະສົມກັບເຮົາ ເຮັດໃຫ້ໃບສະໝັກຂອງເຮົາໂດດເດັ່ນ ແລະ ເປັນເອກະລັກ ແລະ ບໍ່ຄວນທີ່ສຸດທີ່ຈະຂຽນຮູບແບບດຽວໃຫ້ສາມາດໃຊ້ໄດ້ກັບທຸກສະຖາບັນ ເພາະມັນຈະກາຍເປັນໃບສະໝັກທຳມະດານັ້ນເອງ
  9. ຢ່າເນັ້ນໄປທີ່ຫຼາກຫຼາຍກິດຈະກຳຈົນເກີນໄປ
    ແນ່ນອນວ່າການເຂົ້າຮຽນມະຫາວິທະຍາໄລ ຈະມີຫຼາກຫຼາຍກິດຈະກຳໃຫ້ເຮົາເຮັດ ແລະ ຫຼາຍຄົນກໍ່ເຮັດໄດ້ຫຼາຍຢ່າງ ແຕ່ຄະນະກຳມະການຕ້ອງການທີ່ຈະເຫັນຜູ່ສະໝັກສະແດງຄວາມຕັ້ງໃຈ ຄວາມສົນໃຈໃນກິດຈະກຳທີ່ຕົນມັກທີ່ສຸດເທົ່ານັ້ນ
  10. ຕ້ອງຂຽນໃຫ້ຜ່ານທຸກຫົວຂໍ້
    ກ່ອນທີ່ຈະສົ່ງໃບສະໝັກເຂົ້າຂໍທຶນຮຽນ ທ່ານຕ້ອງກວດເບິ່ງຄັກໆ ເບິ່ງໃຫ້ແນ່ໃຈຢ່າໃຫ້ມີຂໍ້ຜິດພາດໃດ ຢ່າລືມວ່າບໍ່ແມ່ນມີແຕ່ເຮົາທີ່ຕ້ອງການທຶນ ການແຂ່ງຂັນມີສູງ ສະນັ້ນເຮົາຕ້ອງມີທັງຄວາມຮູ້ ແລະ ຄວາມຮອບຂອບອີກດ້ວຍ

 

ທີ່ມາ: http://www.wegointer.com/2013/10/10
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...