spot_img
Homeຂ່າວພາຍ​ໃນຕຳຫຼວດ ນ.ວ ສ້າງຜົນງານ ນຳລົດໃຫຍ່ທີ່ຖືກລັກ ມອບຄືນແກ່ເຈົ້າຂອງເດີມ

ຕຳຫຼວດ ນ.ວ ສ້າງຜົນງານ ນຳລົດໃຫຍ່ທີ່ຖືກລັກ ມອບຄືນແກ່ເຈົ້າຂອງເດີມ

Published on

DSC_0606

 

ໃນວັນທີ 16 ກໍລະກົດນີ້ ຢູ່ຫ້ອງຕຳຫຼວດນະຄອນຫຼວງວຽງຈັນ, ໄດ້ມີພິທີມອບລົດຮຸນໄດ 9 ຄັນຄືນໃຫ້ຜູ້ເສຍຫາຍ

( ເຈົ້າຂອງເດີມ ) ພາຍຫຼັງຖືກກຸ່ມຄົນບໍ່ດີລັກໄປ ແລະ ເຈົ້າໜ້າທີ່ສາມາດເກັບກູ້ຄືນມາໄດ້, ກ່າວມອບໂດຍ ທ່ານ

ພັນໂທ ຄຳ ແພງ ໄຊຍະລາດ ຮອງຫົວໜ້າກອງບັນຊາ ການ ປກສ ນະຄອນຫຼວງວຽງ ຈັນ.

 

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໃນປີ 2013 ຫ້ອງຕຳຫຼວດ ປກສ ນະຄອນ ຫຼວງວຽງຈັນໄດ້ຮັບແຈ້ງມີລົດກະບະຮຸນໄດ ເສຍທັງ

ໝົດ 43 ຄັນ, ຈາກນັ້ນ ເຈົ້າໜ້າທີ່ສືບສວນ – ສອບສວນ ໄດ້ຂຶ້ນບັນຊີກຳນົດເປົ້າໝາຍແລ້ວໄດ້ສົມທົບກັບເຈົ້າໜ້າ

ທີ່ໜ່ວຍສະເພາະກິດຢູ່ກອງບັນຊາ ການ ປກສ ເມືອງ ໄຊເສດຖາ ຈັບເປົ້າໝາຍຄື: ທ້າວ ສຸກສະຫວັນ ຈັນທະເມືອງ

ຫຼື ເລ້ຕຸ້ຍ ອາຍຸ 22 ປີ ອາຊີບ ຫວ່າງງານ ຢູ່ບ້ານທົ່ງພານທອງ ເມືອງສີສັດຕະນາກ ຖືກກັກຕົວ ໃນວັນທີ 5 ມີນາ

2014, ທ້າວ ນາລິນ ສຸກຊະນະ ຫຼື ນ້ອຍ ອາຍຸ 33 ປີ ອາຊີບກຳມະກອນ ຢູ່ບ້ານ ໂພນທັນ ເມືອງສີສັດຕະນາກຖືກກັກ

ຕົວໃນວັນທີ 5 ມີນາ 2014, ທ້າວ ຈັນທະລັກ ສຸວັນນາ ຫຼື ຕ້ອມ ອາຍຸ 24 ປີ ອາຊີບ ສ້ອມແປງລົດ ຢູ່ບ້ານຊຽງດາ ເມືອງ

ໄຊເສດຖາ ຖືກກັກຕົວໃນວັນທີ 5 ມີນາ 2014, ທ້າວ ຄຳເກື່ອງ ສຸວັນນາ ອາຍຸ 55 ປີ ອາຊີບສ້ອມແປງລົດ ຢູ່ບ້ານຊຽງ

ດາ ເມືອງໄຊເສດຖາ ຖືກກັກຕົວໃນວັນທີ 5 ມີນາ 2014, ທ້າວ ເພັດດາວັນ ບັນດາສັກ ຫຼື ລິດ ອາຍຸ 20 ປີ ອາຊີບຫວ່າງ

ງານ ຢູ່ບ້ານຮ່ອງແກ ເມືອງໄຊເສດຖາ ຖືກກັກຕົວໃນ ວັນທີ 10 ພຶດສະພາ 2014 ແລະ ທ້າວ ວັນເວຫາ ລາດສົມບັດ ຫຼື

ຄຳ ອາຍຸ 42 ປີ ອາຊີບ ຫວ່າງງານ ຢູ່ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຖືກກັກຕົວໃນວັນ

ທີ 20 ມີນາ 2014, ຜ່ານການສືບສວນ – ສອບສວນພວກກ່ຽວຮັບສາລະພາບວ່າ: ໃນທ້າຍປີ 2013 ຫາຕົ້ນປີ 2014 ໄດ້

ຮ່ວມກັນເຄື່ອນໄຫວລັກລົດໃຫຍ່ ປະເພດລົດກະບະຮຸນໄດຂອງປະຊາຊົນ ຢູ່ນະຄອນຫຼວງວຽງຈັນທັງ ໝົດ 8 ຄັນ, ລັກ

ລົດກະບະວີໂກ້ສີຂາວ ຢູ່ເຂດບ້ານໂພນທັນ ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ 1 ຄັນ ແລະ ລັກເອົາລົດກະບະໄຮລັກ

ສີຂາວ ຢູ່ເຂດບ້ານໂພນພະເນົາ ເມືອງໄຊເສດຖາ 1 ຄັນ, ນອກນັ້ນຍັງລັກເອົາລົດກະບະຮຸນໄດ ຢູ່ບ້ານແສນອຸດົມ ເມືອງ

ປາກຊັນ ແຂວງບໍລິຄຳໄຊ 1 ຄັນ, ຊຶ່ງລວມທັງໝົດ 11 ຄັນ ທີ່ພວກກ່ຽວໄດ້ຮວມກັນເຄື່ອນໄຫວລັກ.

 

ທ່ານ ພັນຕີ ເກດສະໜາ ພິຈິດ ຮອງຫົວໜ້າພະແນກສືບສວນ – ສອບສວນນະຄອນຫຼວງ ວຽງຈັນໃຫ້ຮູ້ວ່າ: ຮູບການ

ແລະ ວິທີການລັກລົດຂອງພວກກ່ຽວສ່ວນຫຼາຍແມ່ນຕອນກາງຄືນແຕ່ 1 ໂມງ ຫາ 4 ໂມງເຊົ້າ, ແບ່ງງານກັນລົງມືຄັກ

ແນ່ຄື: ມີຜູ້ຕິດຕາມສະພາບ, ຜູ້ຂັບລົດ, ໂດຍໃຊ້ກຸນແຈພິເສດທີ່ປະດິດຂຶ້ນມາເອງ ໄຂປະຕູລົດແລ້ວຕິດຈັກລົດຂັບຂີ່

ອອກໄປ, ຊຶ່ງຈຸດພິເສດທີ່ຕັ້ງບ່ອນຈອດລົດທີ່ເສຍແຕ່ລະຄັນ, ສ່ວນຫຼາຍແມ່ນຈອດໄວ້ໜ້າເຮືອນ, ຮ້ານອາຫານ, ໜ້າ

ຮ້ານຂາຍເຄື່ອງທີ່ບໍ່ມີຮົ້ວອ້ອມ ພາຍຫຼັງພວກກ່ຽວລັກລົດໄດ້ແລ້ວ ກໍເອົາລົດໄປຂາຍຕາມຈຸດຕ່າງໆ ທັງຢູ່ນະຄອນຫຼວງ

ວຽງຈັນ ແລະ ຕ່າງແຂວງ.

 

ທ່ານ ພັນຕີ ເກດສະໜາ ໃຫ້ຮູ້ວ່າ: ປັດຈຸບັນເຈົ້າໜ້າທີ່ສາມາດເກັບກູ້ລົດໃຫຍ່ທັງໝົດ 11 ຄັນ ຄືນມາໄດ້ ໃນນີ້ໄດ້ມອບ

ລົດກະບະວີໂກ້ສີດຳ ແລະ ລົດກະບະໄຮລັກສີດຳ ຄືນໃຫ້ແກ່ເຈົ້າຂອງເດີມແລ້ວ, ສ່ວນລົດກະບະຮຸນໄດ 9 ຄັນ ແມ່ນໄດ້ມີ

ພິທີມອບໃນວັນທີ 16 ກໍລະກົດນີ້.

 

ສ່ວນລົດກະບະຮຸນໄດທີ່ຍັງບໍ່ສາມາດເກັບກູ້ມາໄດ້ອີກຈຳນວນ 34 ຄັນນັ້ນ ເຈົ້າໜ້າທີ່ຍັງສືບຕໍ່ຂຶ້ນເປົ້າໝາຍ ແລະ ຈັບ

ຕົວຜູ້ກະທຳຜິດມາດຳເນີນຄະດີໃຫ້ໄດ້.

 

ແຫຼ່ງຂ່າວ: ໜັງສືພິມລາວພັດທະນາ

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...