Homeມຸມຂ່າວ AECອາຊຽນຫາລືການຈັດຕັ້ງປະຕິບັດ ແຜນແມ່ບົດການເຊື່ອມຈອດອາຊຽນຄັ້ງທີ 7 ຢູ່ນະຄອນຫລວງວຽງຈັນ

ອາຊຽນຫາລືການຈັດຕັ້ງປະຕິບັດ ແຜນແມ່ບົດການເຊື່ອມຈອດອາຊຽນຄັ້ງທີ 7 ຢູ່ນະຄອນຫລວງວຽງຈັນ

Published on

ຂປລ. ​​ວັນ​ທີ 20 ຕຸລາ 2016 ນີ້ ຢູ່​ນະຄອນຫລວງ​ວຽງ​ຈັນ ສປປ ລາວ ​ໃນ​ນາມ​ເປັນ​ປະທານ ​ຄະນະ​ກໍາມະການ​ປະສານ​ງານ​ ການ​ເຊື່ອມ​ຈອດ​ອາ​ຊຽນ​ ໄດ້​ສືບ​ຕໍ່​ເປັນ​ເຈົ້າພາບ​ ຈັດ​ກອງ​ປະຊຸມ​ເພື່ອ​ປຶກ​ສາ​ຫາລື ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ ແຜນ​ແມ່​ບົດ​ໃນ​ການ​ເຊື່ອມ​ຈອດອາ​ຊຽນ ​ພາຍ​ໃຕ້​ຄໍາ​ຂັວນ” ຮັດ​ແໜ້ນ​ເປັນ​ຄູ່​ຮ່ວມ​ມື ​ເພື່ອ​ບັນລຸ​ການຈັດ​ຕັ້ງ​ປະຕິບັດ ​ແຜນ​ແມ່​ບົດ​ການ​ເຊື່ອມ​ຈອດ​ອາ​ຊຽນ 2025” ​ໂດຍ​ມີ ທ່ານ ທອງ​ຜ່ານ ​ສະຫວັນ​ເພັດ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ມີ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ, ຄູ່​ເຈລະຈາ​ອາ​ຊຽນ, ຄູ່​ຮ່ວມ​ມື​ພາຍ​ນອກ, ອົງການ​ຈັດ​ຕັ້ງ​ສາກົນ, ສະມາຄົມ​ທຸລະ​ກິດ, ໜ່ວຍງານ​ຄັງ​ສະໝອງ ​ແລະ ອົງການ​ຈັດ​ຕັ້ງ ​ທີ່​ບໍ່​ສັງກັດ​ລັດຖະບານ​ ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ຮ່ວມ.

​ໃນ​ໂອກາດ​ນີ້, ທ່ານ ທອງ​ຜ່ານ ສະຫວັນ​ເພັດ ​ໄດ້​ມີ​ຄໍາ​ເຫັນ​ບາງ​ຕອນ​ ໂດຍ​ທ່ານ​ໄດ້​​ເນັ້ນ​ໜັກ​​ເຖິງ​ ການ​ຮັບປະກັນ​ການຈັດ​ຕັ້ງ​ປະຕິບັດ​ ແຜນ​ແມ່​ບົດ​ເພື່ອ​ການ​ເຊື່ອມ​ຈອດ​ອາ​ຊຽນ 2025 ​ໃຫ້​ມີ​ປະສິດທິພາບ ​ເຊິ່ງກອງ​ປະຊຸມ​ໃນ​ຄັ້ງ​ນີ້ ມີ​ຈຸດປະສົງ​ຫລັກ ​ເພື່ອ​ລະດົມ​ຄວາມ​ຄິດ​ເຫັນ ​ຈາກ​ພາກສ່ວນ​ຕ່າງໆ​ທີ່​ກ່ຽວຂ້ອງ​ ໃນ​ການຈັດ​ຕັ້ງ​ປະຕິບັດ​ ແຜນ​ແມ່​ບົດ​ການ​ເຊື່ອມ​ຈອດ​ອາ​ຊຽນ 2025 ​ໂດຍສະ​ເພາະ​ແມ່ນ​ການ ​ລະດົມ​ແນວ​ຄວາມ​ຄິດ​ ເພື່ອ​ແກ້​ໄຂ​ບັນຫາ​ຕ່າງໆ​ ເຊັ່ນ: ບັນຫາ​ການ​ປະສານ​ງານ​ ລະຫວ່າງ​ຂະ​ແໜງ​ການ​ກ່ຽວຂ້ອງ, ການ​ຮ່ວມ​ມື​ກັບປະ​ເທດ ​ຄູ່​ເຈລະຈາ​ຂອງ​ອາ​ຊຽນ ​ເພື່ອ​ປະຕິບັດ​ໂຄງການ​ຮ່ວມ​ກັນ ​ແລະ ການ​ລະດົມ​ທຶນຮອນ ​ແລະ ການ​ມີ​ສ່ວນ​ຮ່ວມ​ຂອງ​ພາກ​ເອກະ​ຊົນ ​ເພື່ອ​ຮັບປະກັນ​ຜົນ​ສໍາ​ເລັດ​ຂອງ​ການຈັດ​ຕັ້ງ​ປະຕິບັດ​ ແຜນ​ແມ່​ບົດ​ດັ່ງກ່າວ. ທັງເປັນ​ໂອກາດ​​ເຜີຍ​ແຜ່​ ໃຫ້​ພາກສ່ວນ​ຕ່າງໆ​ເຂົ້າ​ໃຈ​ກ່ຽວ​ກັບ​ ການ​ເຊື່ອມ​ຈອດ​ອາ​ຊຽນ ​ເຊິ່ງບັນດາ​ຜູ້​ເຂົ້າ​ຮ່ວມ​ ໄດ້​ຮັບ​ຟັງ​ການ​ປຶກສາ​ຫາລື​ຈາກ​ຜູ້​ຊົງ​ຄຸນ​ວຸດ​ທິ ທີ່​ມາ​ຈາກ​ຫລາຍ​ພາກສ່ວນ ​ແລະ ​ເປັນ​ຕົວ​ແທນ​ໃຫ້​ແຕ່ລະ​ຂະ​ແໜງ​ການ​ ເຊິ່ງມີ​ການ​ສົນທະນາ​ບັນຫາ​ຕ່າງໆ​ພາຍ​ໃນ 5 ຫົວ​ຂໍ້​ ເປັນ​ຕົ້ນ​​ແມ່ນ ຜົນ​ຂອງ​ການຈັດ​ຕັ້ງ​ປະຕິບັດ​ ແຜນ​ແມ່​ບົດ​ການ​ເຊື່ອມ​ຈອດ​ອາ​ຊຽນ 2010 ​ແລະ ກາ​ນນໍາ​ສະ​ເໜີ​ແຜນ​ແມ່​ບົດ​ການ​ເຊື່ອມ​ຈອດ​ອາ​ຊຽນ 2025 ການ​ຮ່ວມ​ມື​ກັນ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ ແຜນ​ແມ່​ບົດ​ການເຊື່ອມ​ຈອດ​ອາ​ຊຽນ 2025, ການ​ຮ່ວມ​ມື​ກັບປະ​ເທດ​ຄູ່​ຮ່ວມ​ພາຍ​ນອກ, ການ​ຮ່ວມ​ມື​ກັບ​ບັນດາ​ພາກສ່ວນ​ກ່ຽວຂ້ອງ​ຕ່າງໆ ​ແລະ ກາລະ​ໂອກາດ​ ຈາກ​ການຈັດ​ຕັ້ງ​ປະຕິບັດການ​ເຊື່ອມ​ຈອດ​ອາ​ຊຽນ 2025 ກໍ​ຄື​ການ​ປະຕິບັດ​ທີ່​ດີ​ທີ່​ສຸດ ​ແລະ ບົດຮຽນ​ທີ່​ຖອດ​ຖອນ​ໄດ້​ ຈາກ​ການຈັດ​ຕັ້ງ​ປະຕິບັດ ​ແຜນ​ແມ່​ບົດ​ດັ່ງກ່າວ​ ໃນ​ໄລຍະ​ຜ່ານ​ມາ ​ເພື່ອ​ບັນລຸ​ເປົ້າ​ໝາຍ​ການເຊື່ອມ​ຈອດ​ອາ​ຊຽນ ​ແນ​ໃສ່​ສົ່ງ​ເສີມ​ການ​ໄປມາຫາສູ່ ​ແລະ ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນຫລາຍ​ຂຶ້ນ.

dsc_3787-asean-7-2

ແຫລ່ງຂ່າວ:

ຂປລ

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...