spot_img
Homeຂ່າວທ້ອງຖິ່ນກະຊວງແຮງງານ ແລະ ສະຫວັດດີການສັງຄົມ ປະກາດແຕ່ງຕັ້ງ ຂັ້ນຮອງກົມ ຫລາຍຕໍາແໜ່ງ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ປະກາດແຕ່ງຕັ້ງ ຂັ້ນຮອງກົມ ຫລາຍຕໍາແໜ່ງ

Published on

ວັນທີ 14 ຕຸລາ 2016 ນີ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ປະກາດແຕ່ງຕັ້ງ ແລະ ຊັບຊ້ອນພະນັກງານ ການນໍາຫລາຍຕໍາແໜ່ງ ເພື່ອປະຕິບັດ ໜ້າທີ່ການເມືອງ ແລະ ການເຕີບໃຫຍ່ຂະຫຍາຍຕົວ ໃນຂົງເຂດວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃນປັດຈຸບັນ ຢ່າງກ້ວາງຂວາງທັງຢູ່ ພາຍໃນ ແລະ ຕ່າງປະເທດ ໂດຍການເປັນປະທານ ຂອງ ທ່ານ ບຸນຄົງ ຫລ້າສຸກັນ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາຮອງ ລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ແລະ ຫົວໜ້າພະແນກ, ຮອງພະແນກອ້ອມຂ້າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເຂົ້າຮ່ວມຢ່າງພ້ອມພຽງ.

ການປະກາດແຕ່ງຕັ້ງ ແລະ ຊັບຊ້ອນພະນັກງານການນໍາ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນຄັ້ງນີ້ ປະກອບດ້ວຍ ການປະກາດ ແລະ ແຕ່ງຕັ້ງ ທ່ານ ວິໄລ ພັນທະວົງ ຫົວໜ້າພະແນກຄົ້ນຄ້ວາສັງລວມເລຂານຸການ ຂື້ນເປັນຮອງຫົວໜ້າຫ້ອງການກະຊວງ, ທ່ານ ອອ່ນທອງ ເຜີຍຍະວົງ ຫົວໜ້າພະແນກຄຸ້ມຄອງເສຍອົງຄະ ຂື້ນເປັນ ຮອງຫົວໜ້າກົມນະໂຍບາຍຕໍ່ຜູ້ທີມີຜົນງານ,ທ່ານ ວົງຄຳ ພັນທະນຸວົງ ຫົວໜ້າພະແນກປົກປ້ອງເດັກ ຂື້ນເປັນຮອງຫົວໜ້າກົມສັງຄົມສົງເຄາະ, ທ່ານ ໄຊຄຳ ພັນນະລັດ ຫົວໜ້າພະແນກພັດທະນາປະກັນສັງຄົມ ຂື້ນ ເປັນຮອງຫົວໜ້າກົມປະກັນສັງຄົມ, ທ່ານ ນາງ ພິມພອນ ສີສົມວົງ ຫົວໜ້າພະແນກຄຸ້ມຄອງລະບົບປະກັນສັງຄົມ ຂື້ນ ເປັນຮອງຫົວໜ້າກົມປະກັນສັງຄົມ, ທ່ານ ບຸນປອນ ມູນຕີວົງ ຫົວໜ້າພະແນກນະໂຍບາຍ ແລະ ວາງແຜນແຮງງານ ຂື້ນ ເປັນຮອງຫົວໜ້າ ກົມຄຸ້ມຄອງແຮງງານ, ທ່ານ ຄອນສີ ມະຫາວົງ ຫົວໜ້າພະແນກພັດທະນາມາດຕະຖານສີມືແຮງ ຂື້ນ ເປັນຮອງຫົວໜ້າ ກົມພັດທະນາສີມືແຮງງານ ແລະ ຈັດຫາງານ.

ໃນໂອກາດນີ້, ທ່ານ ບຸນຄົງ ຫລ້າສຸກັນ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາ ຕໍ່ບັນດາທ່ານ ທີ່ໄດ້ຖືກແຕ່ງຕັ້ງຄັ້ງນີ້ ຈົ່ງເອົາໃຈໃສ່ເພີ່ມທະວີ ຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການ ໃນການຄົ້ນຄ້ວາ, ການບໍລິຫານວຽກງານຂອງຕົນ ໃຫ້ມີປະສິດທິພາບສູງຂຶ້ນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ໃນປັດຈຸບັນ ກໍຄື ການບໍລິຫານ ວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ເຂົ້າສູ່ລວງເລິກ, ເປັນລະບົບທົ່ວເຖິງສັງຄົມ, ສຶກສາອົບຮົມ ການເມືອງແນວຄິດໃຫ້ ສະມາຊິກພັກ-ພະນັກງານ-ລັດຖະກອນ ໄດ້ເຊື່ອມຊຶມ ແລະ ເຊື່ອໝັ້ນຕໍ່ການນໍາພາ ຂອງພັກ ໃຫ້ມີ ຄວາມສາມັກຄີກົມກຽວ, ບຸກບືນຫ້າວຫັນຕໍ່ໜ້າທີ່ ວຽກງານທີ່ໄດ້ຮັບ ມອບ-ໝາຍ, ປະຕິບັດລະບຽບ ວິໄນຕໍ່ການຈັດຕັ້ງ, ມະຕິຄໍາສັ່ງ, ລະບຽບກົດໝາຍຂອງ ພັກ-ລັດ ວາງອອກຢ່າງເຂັ້ມງວດ. ພ້ອມນີ້, ກໍຕ້ອງຮີບຮ້ອນ ແບ່ງຄວາມຮັບຜິດຊອບ ພາຍໃນຄະນະພັກ ແລະ ປັບປຸງການຈັດຕັ້ງຂອງຕົນ ໂດຍໄວ ເພື່ອຮັບປະກັນການເຄື່ອນໄຫວ ວຽກງານຢ່າງຕໍ່ເນື່ອງ, ມີຄວາມຄ່ອງຕົວດີຂຶ້ນ, ຕ້ອງໄດ້ມີການປະສານສົມທົບ ຢ່າງໜັກແໜ້ນ ແລະ ກົມກຽວຮ່ວມກັບບັນດາ ກົມໜ່ວຍງານວິຊາການຕ່າງໆ ທີ່ກ່ຽວຂ້ອງ ພາຍໃນກະຊວງ ແລະ ທ້ອງຖິ່ນ ເພື່ອເຮັດໃຫ້ວຽກງານ ເຄື່ອນໄຫວໄປຕາມ ພາລະບົດບາດ, ໜ້າທີ່, ຂອບເຂດສິດ ແລະ ລະບຽບກົດໝາຍ ກໍານົດໄວ້.

(ພາບ-ຂ່າວ: ເພັດສະໄໝ ພິມມະສອນ )
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...