spot_img
Homeຂ່າວຕ່າງປະເທດເຮລິຄອບເຕີ້ Mi-171ກອງທັບອຸເບກິສຖານຕົກ ທະຫານ ແລະ ລູກເຮືອເສຍຊີວິດຍົກລຳ 9 ຄົນ!

ເຮລິຄອບເຕີ້ Mi-171ກອງທັບອຸເບກິສຖານຕົກ ທະຫານ ແລະ ລູກເຮືອເສຍຊີວິດຍົກລຳ 9 ຄົນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 20 ຕຸລານີ້ວ່າ ຕອນຄ່ຳຂອງມື້ວັນພຸດທີ 19 ຕຸລາຜ່ານມານີ້ ເກີດເຫດເຮລິຄອບເຕີ້ທະຫານ Mi-171 ຂອງກອງທັບອຸເບກິສຖານ ຕົກໃນເຂດເຟີການາ ທາງພາກຕາເວັນອອກຂອງປະເທດ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດລວມທັງໝົດ 9 ຄົນ ຊຶ່ງໃນນີ້ປະກອບມີ ທະຫານກອງທັບອຸເບກິສຖານ 6 ຄົນ ແລະ ລູກເຮືອປະຈຳເຮລິຄອບເຕີ້ລຳດັ່ງກ່າວອີກ 3 ຄົນ.

ກະຊວງປ້ອງກັນປະເທດອຸເບກິສຖານ ໄດ້ອອກມາລະບຸວ່າ ປັດຈຸບັນທາງກະຊວງ ໄດ້ແຕ່ງຕັ້ງຄະນະກຳມະການສະເພາະກິດ ເພື່ອສືບສວນອຸບັດເຫດດັ່ງກ່າວນີ້ແລ້ວ ແຕ່ໃນເບື້ອງຕົ້ນຄາດວ່າ ອາດເກີດຈາກບັນຫາທາງດ້ານເຕັກນິກ ຊຶ່ງເປັນຕົ້ນຕໍນຳໄປສູ່ເຫດໂສກນາຕະກຳໃນຄັ້ງນີ້.

ທັງນີ້ ເຮລິຄອບເຕີ້ທະຫານລຸ້ນ Mi-171 ຜະລິດຂຶ້ນໂດຍປະເທດຣັດເຊຍ ຊຶ່ງຖືກຊື້ເຂົ້າປະຈຳການໃນກອງທັບຕ່າງໆທົ່ວໂລກ ຫລາຍກວ່າ 50 ປະເທດ ໃນປັດຈຸບັນ.

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...