spot_img
Homeຂ່າວເຫດການກອງປະຊຸມສະໄໝສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄຂຂຶ້ນ 24 ຕຸລານີ້

ກອງປະຊຸມສະໄໝສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄຂຂຶ້ນ 24 ຕຸລານີ້

Published on

ຂປລ. ກອງ​ປະຊຸມ​ສະ​ໄໝສາມັນ​ເທື່ອ​ທີ 1 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 24 ຕຸລາຫາ 18 ພະຈິກ 2016 ທີ່​ສະພາ​ແຫ່ງ​ຊາດ ​ເປັນ​ເວ​ລາ 20 ວັນ ບໍ່​ລວມວັນພັກລັດຖະການ ​ເຊິ່ງຈະ​ໄດ້​ຮັບຟັງ​ການ​ລາຍ​ງານ, ພິຈາລະນາ ​ແລະ ຕົກ​ລົງ​ບັນຫາ​ສຳຄັນ​ຂອງ​ຊາດ​ ເປັນ​ຕົ້ນ​ແມ່ນວຽກງານ​ລັດຖະບານ, ວຽກງານ​ສະພາ​ແຫ່ງ​ຊາດ, ວຽກງານ​ອົງການ​ກວດ​ສອບ​ແຫ່ງ​ລັດ, ວຽກງານ​ອົງການ​ໄອ​ຍະ​ການ​ປະຊາຊົນ ​ແລະ ສານ​ປະຊາຊົນ, ພິຈາລະນາ​ຮັບຮອງ​ເອົາຮ່າງ​ກົດໝາຍສ້າງ​ໃໝ່, ຮ່າງ​ກົດໝາຍສະບັບ​ປັບປຸງ ​ແລະ ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍທາ​ບທາມ ລວມທັງໝົດ 16 ສະບັບ. ນອກ​ນັ້ນ​, ຍັງ​ພິຈາລະນາ​ບັນຫາ​ອື່ນໆ ຕາມ​ການສະ​ເໜີຂອງ​ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ.

ທ່ານ ​ນາງ ສວນ​ສະ​ຫວັນ ວິ​ຍະ​ເກດ ກຳມະການ​ຄະນະ​ປະຈຳ​ສະພາ​ແຫ່​ງຊາດ, ​ເລຂາທິການ​ສະ​ພາ​ແຫ່ງ​ຊາດ ​ກ່າວ​ໃນ​ງານ​ຖະ​ແຫລ​ງຂ່າວ ກ່ຽວກັບ​ການ​ດຳ​ເນີນ​ກອງ​ປະຊຸມ ​ສະ​ໄໝສາມັນ ເທື່ອ​ທີ 1 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ໃນ​ວັນ​ທີ 19 ຕຸລາ​ນີ້ ວ່າ: ກອງ​ປະ​ຊຸມ​ຍັງ​ຈະໄດ້​ພິ​ຈາລະ​ນາ​ຮັບຮອງ​ເອົາ ບົດ​ລາຍ​ງານ​ຂອງ​ລັດຖະບານ ກ່ຽວກັບ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-​ສັງຄົມ, ​ແຜນ​ງົບປະມານ​ແຫ່ງ​ລັດ, ນະ​ໂຍບາຍ​ເງິນຕາ ​ສົກ​ປີ 2015-2016 ​ແລະ ​ແຜນ​ພັດທະນາ​ເສດຖະກິດ-​ສັງຄົມ, ​ແຜນ​ງົບ​ປະມານ​ແຫ່ງ​ລັດ, ນະ​ໂຍບາຍ​ເງິນຕາ 2017, ພິຈາລະນາ​ຮັບຮອງ​ເອົາ​ ບົດ​ລາຍ​ງານ​ຂອງ​ລັດຖະບານ ກ່ຽວກັບ​ການ​ປັບປຸງ​ແຜນ​ງົບປະມານ​ແຫ່ງ​ລັດ 4 ປີ (2017-2020), ພິຈາລະນາ​ຮັບຮອງ​ເອົາ ບົດ​ລາຍ​ງານ​ຂອງ ​ອົງການ​ກວດກາ​ລັດຖະບານ ກ່ຽວກັບ​ການ​ແກ້​ໄຂ​ຜົນ​ການ​ກວດ​ສອບ ສົກປີ 2013-2014; ສຳລັບ​ວຽກງານ​ສະພາ​​ແຫ່ງ​ຊາດ ​ແມ່ນ​ໄດ້​ພິຈາລະນາ​ຮັບຮອງ​ເອົາ ບົດ​ລາຍ​ງານ​ຂອງ​ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກ່ຽວກັບ​ການ​ເຄື່ອນ​ໄຫວ​ວຽກງານ 6 ​ເດືອນ​ທ້າຍ​ປີ 2016 ​ແລະ ​ແຜນການ​ເຄື່ອນ​ໄຫວ​ວຽກງານປີ 2017 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII, ພິຈາລະນາ​ຮັບຮອງ​ເອົາ​ ການ​ເລືອກ​ຕັ້ງ​​ສະມາ​ຊີກ​ສະພາ​ແຫ່ງ​ຊາດ ຂອງ​ແຂວງ​ສະຫວັນ​ນະ​ເຂດ, ພິຈາລະນາ​ຮັບຮອງ​ເອົາ ບົດ​ລາຍ​ງານ​ຜົນ​ການ​ຕິດຕາມ​ກວດກາ ການ​ອອກ​ນິຕິ​ກຳ​ລຸ່ມ​ກົດໝາຍຂອງ​ລັດຖະບານ ​ແລະ ບົດ​ລາຍ​ງານ​ຜົນ​ການ​ຕິດຕາມ​ກວດກາ ການ​ນຳ​ໃຊ້​ສານ​ເຄມີ​ເປັນ​ພິດ ສົ່ງ​ຜົນ​ກະທົບ​ຕໍ່​ການ​ຜະລິດ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ສ່ວນວຽກງານອົງການ​ກວດ​ສອບ​ແຫ່ງ​ລັດ ​ແມ່ນ​ຈະ​ໄດ້​ພິຈາລະ​ນາ​ຮັບຮອງ​ເອົາ ບົດ​ລາຍ​ງານ​ຜົນ​ການ​ກວດ​ສອບ​ບົດ​ສະຫລຸບ​ຂາດ​ຕົວ ການຈັດ​ຕັ້ງ​ປະຕິບັດ​ແຜນ​ງົບ​ປະມານ​ແຫ່ງ​ລັດສົກ​ປີ 2014-2015, ພິຈາລະນາ​ຮັບຮອງ​ເອົາ ບົດ​ລາຍ​ງານ​ການຈັດ​ຕັ້ງປະຕິ​ບັດ ​ແຜນການ​ກວດ​ສອບ​ແຫ່ງ​ລັດ ສົກ​ປີ 2015-2016 ​ແລະ ​ແຜນການ​ກວດ​ສອບ​ແຫ່ງ​ລັດ ​ປີ 2017.

ນອກຈາກ​ນັ້ນ, ຍັງ​ຈະ​ໄດ້​ຮັບຮອງ​​ເອົາ ບົດ​ລາຍ​ງານ​ການ​ເຄື່ອນ​ໄຫວວຽກງານ 5 ປີ (2011-2015), ການ​ເຄື່ອນ​ໄຫວ​ວຽກງານ ສົກ​ປີ 2015-2016 ​ແລະ ທິດ​ທາງ​ແຜນການ​ເຄື່ອນ​ໄຫວ​ວຽກງານ 5 ປີ (2016-2020), ​ແຜນການ​ເຄື່ອນ​ໄຫວ​ວຽກງານ ປີ 2017 ຂອງ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ພິຈາລະນາ​ຮັບຮອງ​ເອົາ ບົດ​ລາຍ​ງານ​ການ​ເຄື່ອນ​ໄຫວ​ວຽກງານ 5 ປີ 2011-2015 ການ​ເຄື່ອນ​ໄຫວ​ວຽກງານ​ສົກ ​ປີ 2015-2016 ​ແລະ  ​ທິດ​ທາງ​ແຜນການ​ເຄື່ອນ​ໄຫວ​ວຽກງານ 5 ປີ 2016-2020 ​ແຜນການ​ເຄື່ອນ​ໄຫວ​ວຽກງານ​ ປີ 2017 ຂອງ​ສານ​ປະ​ຊາ​ຊົນ​ສູງສຸດ ​ແລະ ບັນ​ຫາ​ອື່ນໆທີ່​ສຳຄັນ​ຂອງ​ຊາດ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...