spot_img
Homeຂ່າວຕ່າງປະເທດແກ໊ງນັກໂທດປະທະກັນເອງໃນຄຸກ ຢູ່ພາກເໜືອຂອງບຣາຊິນ ເສຍຊີວິດຢ່າງໜ້ອຍ 25 ຄົນ

ແກ໊ງນັກໂທດປະທະກັນເອງໃນຄຸກ ຢູ່ພາກເໜືອຂອງບຣາຊິນ ເສຍຊີວິດຢ່າງໜ້ອຍ 25 ຄົນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ຕຸລາຜ່ານມານີ້ວ່າ ເກີດການປະທະກັນລະຫວ່າງນັກໂທດສອງຝ່າຍ ຢູ່ຄ້າຍຄຸມຂັງແຫ່ງໜຶ່ງ ໃນເມືອງເບົາວິສຕ້າ ລັດໂຣໄຣມາ ທາງພາກເໜືອຂອງປະເທດບຣາຊິນ ສົ່ງຜົນເຮັດໃຫ້ມີນັກໂທດເສຍຊີວິດ ຢ່າງໜ້ອຍ 25 ຄົນ ໂດຍໃນນັ້ນມີ 7 ຄົນຖືກຂ້າຕັດຄໍ ແລະ ອີກ 6 ຄົນຖືກໄຟໄໝ້ຈົນເສຍຊີວິດ.

ທ່ານ ອູເຊນ ຄາສໂຕຣ ລັດຖະມົນຕີກະຊວງຍຸຕິທຳຂອງລັດໂຣໄຣມາ ໄດ້ລະບຸວ່າ ການຕໍ່ສູ້ກັນເກີດຂຶ້ນ ໃນໄລຍະເວລາທີ່ອະນຸຍາດໃຫ້ເຂົ້າຢ້ຽມນັກໂທດ ເຮັດໃຫ້ມີຍາດພີ່ນ້ອງຂອງນັກໂທດປະມານ 100​ ຄົນ ຖືກຈັບເປັນຕົວປະກັນ ໂດຍຜູ້ກໍ່ເຫດຈະລາຈົນຄັ້ງນີ້ ຕ້ອງການໃຫ້ຜູ້ພິພາກສາ ເຂົ້າມາຮັບຟັງຂໍ້ຮຽກຮ້ອງຂອງພວກເຂົາ, ແຕ່ເຈົ້າໜ້າທີ່ຕຳຫລວດຕີພິເສດ ໄດ້ຖືກສົ່ງເຂົ້າໄປປາບປາມ ແລ້ວຊ່ວຍເຫລືອຕົວປະກັນອອກມາໄດ້ ຊຶ່ງສາມາດຄວບຄຸມສະຖານະການໄດ້ທັງໝົດ ໃນຕອນຫົວຄ່ຳຂອງມື້ດຽວກັນ.
 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...