Homeຂ່າວການພັດທະນາໂຍທາອອກຄໍາສັ່ງກ່ຽວກັບການສັນຈອນຕາມທ້ອງຖະໜົນ

ໂຍທາອອກຄໍາສັ່ງກ່ຽວກັບການສັນຈອນຕາມທ້ອງຖະໜົນ

Published on

ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ໄດ້ອອກຄໍາແນະນໍາເລກທີ 22271/ຍທຂ ລົງວັນທີ 13 ຕຸລາ 2016 ກ່ຽວກັບການສັນຈອນລ້ຽວຂວາບ່ອນທາງຄົບທາງແຍກ ເພື່ອກໍານົດວິທີການ ແລະ ມາດຕະການໃນການສັນຈອນລ້ຽວຂວາເວລາມີສັນຍານໄຟແດງຢູ່ຊ່ອງຈະລາຈອນຂວາສຸດໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການສັນຈອນທາງບົກ ແນໃສ່ໃຫ້ມີຄວາມສະດວກ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍໃນການສັນຈອນ, ທັງເປັນບ່ອນອິງດ້ານນິຕິກໍາໃຫ້ທຸກພາກ ສ່ວນກ່ຽວຂ້ອງທີ່ຄຸ້ມຄອງການຈະລາຈອນຈັດຕັ້ງປະຕິບັດຢ່າງເຂັ້ມງວດ ຄື: ລົດທີ່ຢູ່ຊ່ອງຈະລາຈອນຂວາສຸດທີ່ມີຈຸດປະສົງລ້ຽວຂວາແມ່ນສາມາດລ້ຽວໄດ້ແຕ່ຕ້ອງລະວັງ, ໝາຍເຖິງຕ້ອງຢຸດຢູ່ຫລັງເສັ້ນມ້າລາຍເສຍກ່ອນເພື່ອສັງເກດເບື້ອງໜ້າເພື່ອລະວັງລົດ ຫລື ຄົນທີ່ແລ່ນຊື່ມາຈາກທາງກໍ້າຊ້າຍຕາມໄຟສັນຍານ, ຂະນະດຽວກັນລົດທີ່ຈະໄປຊື່ສາມາດຢຸດລໍຖ້າສັນຍານໄຟຂຽວຢູ່ຊ່ອງຈະລາຈອນກໍ້າຂວາໄດ້ ແລະ ຫ້າມລົດມາຕາມຫລັງທີ່ຕ້ອງການລ້ຽວຂວາ ບີບແກໄລ່ເດັດຂາດ. ສ່ວນການສັນຈອນລ້ຽວຂວາຈຸດສາມແຍກ-ສີ່ແຍກທີ່ບໍ່ມີໄຟອໍານາດແມ່ນໃຫ້ປະຕິບັດຕາມກົດຈະລາຈອນດັ່ງນີ້: ທາງສາມແຍກ-ສີ່ແຍກທີ່ບໍ່ມີປ້າຍສັນຍານຄວບຄຸມ ຫລື ບ່ອນທາງຄົບທາງແຍກສະເໝີກັນແມ່ນໃຫ້ສິດຜູ້ທີ່ຢູ່ທາງກໍ້າຂວາມືໄປກ່ອນ, ບາງຈຸດ 4 ແຍກໄຟແດງບໍ່ຕິດປ້າຍ ຫລື ເຄື່ອງໝາຍໃສ່ຊ່ອງຈະລາຈອນຂວາສຸດໃຫ້ສາມາດລ້ຽວຂວາໄດ້, ທາງຄົບທາງແຍກທີ່ມີປ້າຍສັນຍານຄວບຄຸມ ຫລື ເປັນທາງໃຫຍ່ຄົບທາງນ້ອຍ ຜູ້ຢູ່ທາງໃຫຍ່ມີສິດໄປກ່ອນ, ຜູ້ມາຈາກທາງນ້ອຍ, ທາງບໍ່ມີປ້າຍຢຸດ ຫລື ປ້າຍປ່ອຍທາງແມ່ນຕ້ອງໄດ້ຢຸດປ່ອຍໃຫ້ຜູ້ຢູ່ທາງໃຫຍ່ໄປກ່ອນ, ບ່ອນທາງວົງວຽນແມ່ນຕ້ອງໄດ້ປ່ອຍທາງໃຫ້ລົດທີ່ຢູ່ໃນວົງວຽນໄປກ່ອນ ແລະ ເພື່ອຮັບປະກັນການຈັດຕັ້ງປະຕິບັດຄໍາແນະນໍານີ້ເປັນເອກະພາບ ແລະ ໄດ້ຮັບຜົນດີນັ້ນ, ໃຫ້ກົມຂົນສົ່ງກະຊວງໂຍທາທິການ ແລະ ຂົນສົ່ງສົມທົບກັບກົມຈະລາຈອນກະຊວງປ້ອງກັນຄວາມສະຫງົບເລັ່ງໂຄສະນາເຜີຍແຜ່ຄໍາແນະນໍານີ້ຜ່ານສື່ຕ່າງໆໃຫ້ສັງຄົມໄດ້ຮັບຮູ້ເຂົ້າໃຈຢ່າງກວ້າງຂວາງ, ເພື່ອປະກອບສ່ວນເຮັດໃຫ້ການສັນຈອນມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພດີ.

ຂ່າວຈາກ: http://laophatthananews.blogspot.com/2016/10/blog-post_21.html?spref=fb
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...