spot_img
Homeຂ່າວເຫດການຄຳແນະນຳ ກ່ຽວກັບການສັນຈອນລ້ຽວຂວາ ບ່ອນທາງຄົບທາງແຍກ

ຄຳແນະນຳ ກ່ຽວກັບການສັນຈອນລ້ຽວຂວາ ບ່ອນທາງຄົບທາງແຍກ

Published on

ອີງຕາມບົດບັນທຶກປຶກສາຫາລືເປັນເອກະພາບກັນ ຄັ້ງວັນທີ 22/7/2016 ລະຫວ່າງ ກົມຂົນສົ່ງ, ກົມຕຳຫຼວດຈະລາຈອນ ກະຊວງ ປກສ , ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ແລະພະແນກ ຍທຂ ນະຄອນຫຼວງ

  1. ການສັນຈອນລ້ຽວຂວາ ເວລາມີສັນຍານໄຟແດງ
  • ລົດທີ່ຢູ່ຊ່ວງຈະລາຈອນຂວາສຸດ ທີ່ມີຈຸດປະສົງລ້ຽວຂວາ ກໍລະນີໄຟແດງແມ່ນສາມາດລ້ຽວຂວາໄດ້ ແຕ່ຕ້ອງລະວັງ
  • ການລ້ຽວຂວາ ແຕ່ຕ້ອງລະວັງໝາຍເຖິງ ຕ້ອງຢຸດຢູ່ຫຼັງເສັ້ນຢຸດ ຫຼືຫຼັງທາງມ້າລາຍ, ຕ້ອງລະວັງຄົນຍ່າງຂ້າມທາງ ເມື່ອມີຄົນຍ່າງຂ້າມທາງ ຕ້ອງປ່ອຍໃຫ້ຄົນຍ່າງຂ້າມໄປກ່ອນ, ຕ້ອງລະວັງລົດທີ່ແລ່ນຊື່ຈາກທາງກໍ້າຊ້າຍ ແລະລົດທີ່ລ້ຽວຊ້າຍ ຈາກທາງຂ້າງໜ້າ ທີ່ສັນຈອນຕາມສັນຍານໄຟຂຽວ ຕ້ອງປ່ອຍທາງໃຫ້ລົດທີ່ມາຈາກທິດທີມີໄຟຂຽວໄປກ່ອນ
  • ລົດທີ່ຈະໄປຊື່ ສາມາດຢຸດລໍສັນຍານໄຟຂຽວຢູ່ຊ່ວງຈະລາຈອນກໍ້າຂວາໄດ້, ໃນກໍລະນີລົດມາຕາມຫຼັງ ທີ່ຕ້ອງການລ້ຽວຂວາ ຕ້ອງໄດ້ຢຸດລໍ ຫ້າມບີບແກໄລ່ເດັດຂາດ
  • ຜູ້ໃດຝ່າຝືນກ່ຽວກັບການລ້ຽວຂວາ ຕາມເນື້ອໃນທີ່ກ່າວມາຂ້າງເທິງ ຖືວ່າເປັນການລະເມີດກົດຈະລາຈອນ, ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ຕ້ອງປະຕິບັດມາດຕະການຕໍ່ຜູ້ລະເມີດຕາມລະບຽບການທີ່ກຳນົດໄວ້
  1. ການສັນຈອນລ້ຽວຂວາ ຈຸດສີ່ແຍກ ແລະສາມແຍກທີ່ບໍ່ມີໄຟອຳນາດ
  • ທາງສາມແຍກ ສີ່ແຍກ ທີ່ບໍ່ມີປ້າຍສັນຍານຄວບຄຸມ ຫຼືບ່ອນທາງຄົບທາງແຍກສະເໝີກັນ ແມ່ນໃຫ້ສິດຜູ້ຢູ່ທາງກໍ້າຂວາມືໄປກ່ອນ
  • ຫາກບາງຈຸດ 4 ແຍກໄຟແດງບໍ່ມີຕິດປ້າຍເພີ່ມ ຫຼືບໍ່ມີແຕ້ມເຄື່ອງໝາຍ ໃສ່ຊ່ອງຈະລາຈອນຂວາສຸດ ໃຫ້ສາມາດລ້ຽວຂວາໄດ້ ຕາມທີ່ກຳນົດໄວ້ຄຳແນະນຳສະບັບນີ້
  • ທາງຄົບທາງແຍກທີ່ປ້າຍສັນຍານຄວບຄຸມ ຫຼືເປັນທາງໃຫຍ່ຄົບທາງນ້ອຍແມ່ນ:​ ຜູ້ຢູ່ທາງໃຫຍ່ມີສິດໄປກ່ອນ, ຜູ້ທີ່ມາຈາກທາງນ້ອຍ ຫຼືທາງທີ່ມີປ້າຍຢຸດ ຫຼືປ້າຍປ່ອຍທາງ ແມ່ນຕ້ອງໄດ້ຢຸດປ່ອຍທາງ ໃຫ້ຜູ້ຢູ່ທາງໃຫຍ່ໄປກ່ອນ
  • ບ່ອນທາງວົງວຽນ ແມ່ນຕ້ອງປ່ອຍທາງໃຫ້ລົດທີ່ຢູ່ໃນວົງວຽນໄປກ່ອນ

8511 1330

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...