spot_img
Homeນານາສາລະສິ່ງທີຄົນປະສົບຄວາມສຳເລັດ ມັກເຮັດໃນເວລາວ່າງ

ສິ່ງທີຄົນປະສົບຄວາມສຳເລັດ ມັກເຮັດໃນເວລາວ່າງ

Published on

  1. ໃຊ້ເວລາຫວ່າງຢູ່ກັບຄອບຄົວ ແລະໝູ່ເພື່ອນ: ພວກເຂົາມັກໃຫ້ຄວາມສຳຄັນກັບຄົນທີ່ເຂົາຮັກຢູ່ສະເໝີ ເຊິ່ງຄອບຄົວ ແລະໝູ່ເພື່ອນຄືທາງເລືອກສິ່ງທີ່ດີທີ່ສຸດໃນເວລາເລີກວຽກ ຫຼືຕອນມີເວລາຫວ່າງ
  2. ມັກອອກກຳລັງກາຍ: ພວກເຂົາອອກກຳລັງກາຍເພື່ອໃຫ້ຮ່າງກາຍແຂງແຮງ ແລະມັກໃນເລື່ອງການຕື່ນເຕັ້ນ ໂດຍການເຂົ້າຟິສເນັດ ຫຼືຫຼິ້ນກິລາອື່ນໆທີ່ຕື່ນເຕັ້ນ
  3. ມັກຮຽນຮູ້ສິ່ງໃໝ່ໆ: ພວກເຂົາມັກເປັນຄົນທີ່ຊ່າງສົງໄສ ຮັກການອ່ານໂດຍການໃຊ້ວິຈາລະຍານ ແລະມັກຫາຂໍ້ມູນເພີ່ມເຕີມເມື່ອມີໂອກາດ
  4. ເລືອກກິນອາຫານທີ່ມີປະໂຫຍດ: ການກິນເຂົ້າກັບໝູ່ເປັນເລື່ອງທີ່ພວກເຂົາມັກເຮັດໃນເວລາເລີກວຽກ ຫຼືມື້ພັກ ແລະຈະໃສ່ກັບເລື່ອງອາຫານເປັນພິເສດ ແລະເລືອກກິນອາຫານທີ່ມີປະໂຫຍດ
  5. ໃສ່ໃຈກັບເຄືອຂ່າຍສັງຄົມຂອງພວກເຈໍຂົາ: ພວກເຂົາເປັນພວກທີ່ມີໝູ່ເພື່ອນຫຼາຍ ແລະມັກຮູ້ດີວ່າ ການມີປະຕິສຳພັນເວົ້າກັບຄົນອື່ນ ເປັນສິ່ງທີ່ສຳຄັນທີ່ນຳມາເຊິ່ງຄວາມສຸກໃນເວລາຫວ່າງຂອງພວກເຂົາ
  6. ມັກທ່ອງທ່ຽວ: ຄົນທີ່ປະສົບຄວາມສຳເລັດຫຼາຍຄົນມັກຫາທາງໄປທ່ຽວຫຼິ້ນໃນບ່ອນໃໝ່ໆ ບາງທີກໍໄປຫຼິ້ນກັບໝູ່ ຫຼືຄອບຄົວໃນເວລາຫວ່າງ ເພາະພວກເຂົາມັກຫາປະສົບການໃໝ່ໆ ແລະມັກຮຽນຮູ້ກ່ຽວກັບສະຖານທີ່ ລວມຮອດວັດທະນະທຳໃໝ່ນຳ
  7. ເປັນຄົນເບິ່ງໂລກໃນແງ່ດີ: ພວກເຂົາເປັນຄົນເບິ່ງໂລກໃນແງ່ດີກວ່າຄົນທົ່ວໄປ ເພາະຈະເນັ້ນການກະທຳຫຼາຍກວ່າຄຳເວົ້າ ສິ່ງເຫຼົ່ານີ້ແຫຼະເຮັດໃຫ້ພວກເຂົາປະສົບຄວາມສຳເລັດ
  8. ມີອາຊີບເສີມ: ເພາະມັນຊ່ວຍໃຫ້ເຂົ້າເຖິງໃນສິ່ງທີ່ພວກເຂົາສົນໃຈໄດ້ດີ ມັນເປັນໂອກາດທີ່ຈະໄດ້ໃຊ້ເວລາຢູ່ກັບສິ່ງຕ່າງໆ ທີ່ສົນໃຈໂດຍບໍ່ໄດ້ລາອອກຈາກວຽກປັດຈຸບັນ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...