spot_img
Homeຂ່າວເຫດການປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ເດີນທາງຢ້ຽມຢາມ ສປ ຈີນ

ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ເດີນທາງຢ້ຽມຢາມ ສປ ຈີນ

Published on

ຕອບສະໜອງຕາມຄຳເຊີນຂອງ ທ່ານ ຢູ່ເຈີງເຊີງ ຄະນະປະຈຳກົມການເມືອງ ສູນກາງພັກກອມມູນິດຈີນ ປະທານສະພາທີ່ປຶກສາການເມືອງແຫ່ງຊາດຈີນ, ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມຄະນະ ໄດ້ເດີນທາງຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ໃນວັນທີ 10-16 ຕຸລານີ້. ໃນການຢ້ຽມຢາມ ສປ ຈີນ ຄັ້ງນີ້, ທ່ານ ໄຊສົມພອນ ພົມວິຫານ ພ້ອມຄະນະໄດ້ເຂົ້າ ພົບປະທ່ານ ຊົ້ງທາວ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກກອມ ມູນິດຈີນ. ໂອກາດນີ້ ທັງສອງຝ່າຍໄດ້ແຈ້ງສະພາບອັນພົ້ນເດັ່ນຂອງປະເທດໃຫ້ກັນ ແລະ ກັນຊາບ ເວົ້າລວມ, ເວົ້າສະເພາະແມ່ນວຽກງານຂອງສອງພັກລາວ-ຈີນ, ດ້ານເສດຖະກິດ, ການຄ້າ, ວັດທະນະທຳ-ສັງຄົມ, ການຕ່າງປະເທດ, ວຽກງານຊົນເຜົ່າ ສາສະໜາ ແລະ ວຽກງານທີ່ສອງຝ່າຍມີຄວາມສົນໃຈນຳກັນ.

ພ້ອມກັນນີ້ ທ່ານປະທານ ສນຊ ຍັງໄດ້ເຂົ້າພົບປະ ທ່ານ ຕູ້ຊິ່ງລິນ ເລຂາທິການສູນກາງພັກກອມມູນິດຈີນ ຮອງປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນ; ຈະເຂົ້າພົບປະທ່ານ ຢູ່ເຈີງເຊີງ ກຳມະການປະຈຳກົມການເມືອງສູນກາງ ພັກກອມມູນິດຈີນ ປະທານສະພາທີ່ປຶກສາການເມືອງແຫ່ງຊາດຈີນ. ນອກຈາກນັ້ນ ຄະນະຜູ້ແທນຂັ້ນສູງ ສນຊ ຍັງຈະໄດ້ໄປຢ້ຽມຢາມສະຖານທີ່ທ່ອງ ທ່ຽວໃນນະຄອນຫຼວງປັກກິ່ງ, ເດີນທາງໄປນະຄອນສົງຊິງ, ຢ້ຽມຢາມສະຖານທີ່ທີ່ສຳຄັນອີກຈຳນວນໜຶ່ງ ພ້ອມດຽວກັນນັ້ນ ທ່ານປະທານ ສນຊ ຍັງຈະໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືລະຫວ່າງ ພັກກອມມູນິດຈີນ ແລະ ໂລກ ຕື່ມອີກ.

 

ແຫລ່ງຂ່າວ:

ປຊຊ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...