Homeຂ່າວທ້ອງຖິ່ນນະຄອນຫລວງຍອມຮັບການແກ້ໄຂຄົນຂໍທານ, ຜູ້ບ້າໃບ້ເສຍຈິດຕາມຕົວເມືອງມີຄວາມຫຍຸ້ງຍາກ

ນະຄອນຫລວງຍອມຮັບການແກ້ໄຂຄົນຂໍທານ, ຜູ້ບ້າໃບ້ເສຍຈິດຕາມຕົວເມືອງມີຄວາມຫຍຸ້ງຍາກ

Published on

ທ່ານຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມນະຄອນຫລວງວຽງຈັນ ນາງ ລໍາພອຍ ສີອັກຄະຈັນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວພວກເຮົາກ່ຽວກັບສະພາບການແກ້ໄຂ ແລະ ຄຸ້ມຄອງຄົນຂໍທານ, ຄົນໃບ້ບ້າເສຍຈິດ ແລະ ເດັກທີ່ເລ່ລ້ອນຕາມຕົວເມືອງ, ພາຍຫລັງເຫັນວ່າສະພາບດັ່ງກ່າວມີລັກສະນະເພີ່ມຂຶ້ນຫລາຍ, ໂດຍສະເພາະປະ ເພດຄົນໃບ້ບ້າເສຍຈິດ, ຊຶ່ງບາງຄົນກໍມີພຶດຕິກໍາເອົາເສດວັດຖຸຕ່າງໆດຶກແກວ່ງໃສ່ລົດຜູ້ທ່ຽວທາງ, ບາງຄົນກໍປະເປືອຍຍ່າງຕາມທາງ, ຊຶ່ງນັບວ່າເປັນພາບພົດບໍ່ເໝາະສົມແກ່ສັງຄົມ ອັນໄດ້ກາຍເປັນປະກົດການຫຍໍ້ທໍ້ໜຶ່ງທີ່ມີຄວາມເປັນຫວ່ງແລະ ຢາກໃຫ້ໄດ້ຮັບການແກ້ໄຂໂດຍໄວ, ເພື່ອຄວາມເປັນລະບຽບຈົບງາມຂອງຕົວເມືອງ ແລະ ຄວາມຈິງແລ້ວການແກ້ໄຂບັນຫາດັ່ງກ່າວໃນໄລຍະຜ່ານມາແມ່ນປະຕິບັດຕາມແຈ້ງການຂອງເຈົ້າຄອງນະຄອນ ຫລວງເລກທີ 008 ລົງວັນທີ 20 ສິງຫາ 2013 ຢ່າງເຂັ້ມງວດ, ໂດຍໄດ້ມີການແຕ່ງຕັ້ງຄະນະແກ້ໄຂສະເພາະກິດຂຶ້ນ, ຊຶ່ງແມ່ນທ່ານຮອງເຈົ້າຄອງນະຄອນຫລວງຜູ້ຊີ້ນໍາ ແລະ ມີບັນດາຫົວໜ້າພະແນກການກ່ຽວ

ຂ້ອງອ້ອມຂ້າງນະຄອນຫລວງເປັນຮອງ ແລະ ຜ່ານການປະຕິບັດຕົວຈິງໃນໄລຍະຜ່ານມາເຫັນວ່າມີທັງດ້ານສະດວກ ແລະ ຫຍຸ້ງຍາກຄື: ດ້ານສະດວກແມ່ນຄະນະດັ່ງກ່າວໄດ້ຈັດເກັບຄົນຂໍທານ, ເດັກ ເລ່ລ້ອນ ແລະ ຄົນໃບ້ບ້າເສຍຈິດທີ່ໄດ້ຮັບລາຍງານຈາກປະຊາຊົນ ຫລື ອໍານາດການປົກຄອງທ້ອງຖິ່ນ ເພື່ອເອົາໄປໄວ້ຢູ່ສູນສັງຄົມສົງເຄາະບ້ານສົມສະຫງ່າ, ເມືອງໄຊເສດຖາ ໄດ້ເປັນຈໍານວນຫລາຍ, ໃນນັ້ນສໍາລັບຜູ້ທີ່ມີສຸຂະພາບແຂງແຮງພາຍຫລັງເຈົ້າໜ້າທີ່ໄດ້ສຶກສາອົບຮົມເພື່ອໃຫ້ພວກເຂົາບໍ່ເປັນຄົນກຽດຄ້ານ, ຮູ້ຈັກຊອກຫາວຽກງານທໍາ ແລະ ການຜະລິດຕ່າງໆແລ້ວ, ກໍໄດ້ສົ່ງກັບຄືນທ້ອງຖິ່ນບ້ານເກີດເມືອງນອນຂອງເຂົາເຈົ້າ, ເພື່ອໃຫ້ອໍານາດການປົກຄອງທ້ອງຖິ່ນນັ້ນໃຫ້ຕິດຕາມ ແລະ ສຶກສາອົບຮົມພວກເຂົາຕື່ມ, ແລະ ປັດຈຸບັນນີ້ຍັງມີປະມານ 90 ກວ່າຄົນ,ໂດຍສ່ວນໃຫຍ່ແມ່ນປະເພດໃບ້ບ້າເສຍຈິດໄດ້ຮັກສາໄວ້ໃນສູນສົມສະຫງ່າ ແລະ ກໍມີຄວາມຫຍຸ້ງຍາກບໍ່ໜ້ອຍໃນການແກ້ໄຂຄົນຈໍາພວກນີ້, ຊຶ່ງຈະຕ້ອງໄດ້ໃຊ້ຄວາມພະຍາຍາມອົດທົນສູງ, ຍ້ອນເຂົາເຈົ້າມີສະພາບບໍ່ຄືຄົນປົກກະຕິທົ່ວໄປ, ຂະນະດຽວກັນພະນັກງານ ແລະ ເຈົ້າໜ້າທີ່ທີ່ຈະມາເຮັດວຽກງານແກ້ໄຂບັນຫານີ້ກໍມີໜ້ອຍ, ງົບ ປະມານຮັບໃຊ້ມີຈໍາກັດ. ນອກຈາກນີ້, ຜູ້ປົກຄອງຄົນຂໍທານ, ໃບ້ບ້າເສຍຈິດ ຫລື ເດັກເລ່ລ້ອນ ກໍບໍ່ເອົາໃຈໃສ່ເບິ່ງແຍງເຂົາເຈົ້າ, ປະປ່ອຍໃຫ້ພວກເຂົາເລ່ລ້ອນຢູ່ກິນໄປຕາມລໍາພັງໃຈຕາມຖະໜົນຫົນທາງ ແລະ ມີຄົນຈໍານວນໜຶ່ງຍັງໃຫ້ເງິນແກ່ຄົນຈໍາພວກນີ້ຢູ່, ຊຶ່ງມັນຄືສິ່ງຈູງໃຈໃຫ້ພວກເຂົາກັບມາຂໍທານອີກ, ນອກຈາກນີ້ບັນຫາຢາເສບຕິດທີ່ແຜ່ລະບາດຢ່າງກວ້າງຂວາງໃນສັງຄົມປັດຈຸບັນກໍແມ່ນສາເຫດໜຶ່ງພາໃຫ້ມີຜູ້ເປັນບ້າເສຍຈິດເພີ່ມຂຶ້ນ.  ທ່ານຫົວໜ້າພະແນກດັ່ງກ່າວ ໃຫ້ຮູ້ວ່າ: ເພື່ອແກ້ໄຂສະພາບດັ່ງກ່າວສະເພາະໜ້າກໍຍັງແມ່ນສືບຕໍ່ເກັບເຂົ້າໄປຢູ່ສູນສັງຄົມສົງເຄາະຄືດັ່ງຜ່ານມາ, ສ່ວນການແກ້ໄຂໄລຍະຍາວ ກໍຕ້ອງໄດ້ມີແຜນປັບປຸງຂະຫຍາຍສູນໃຫ້ກວ້າງຂວາງເພື່ອຮອງຮັບຄົນປະເພດດັ່ງກ່າວທີ່ຈະເພີ່ມຂຶ້ນ ແລະ ພັດທະນາໃຫ້ກາຍເປັນບ່ອນຝຶກອົບຮົມວິຊາຊີບຕ່າງໆນັບທັງການຜະລິດກະສິກໍາ, ປູກຝັງ-ລ້ຽງສັດຕ່າງໆໃຫ້ແກ່ຜູ້ທີ່ສາມາດອອກແຮງງານໄດ້ ຫລື ຜູ້ທີ່ມີສຸຂະ ພາບແຂງແຮງດີ ເພື່ອໃຫ້ພວກເຂົາສາມາດມີອາຫານການກິນດີຂຶ້ນ ແລະ ເບິ່ງແຍງຊ່ວຍເຫລືອເຊິ່ງກັນ ແລະ ກັນໄດ້ຫລາຍຂຶ້ນ,ຂະນະດຽວກັນກໍເພີ່ມທະວີປຸກລະດົມຂົນຂວາຍຊອກແຫລ່ງທຶນທັງຈາກພາກລັດ, ເອກກະຊົນ ແລະ ອົງການຈັດຕັ້ງຕ່າງໆ ເພື່ອມາຊ່ວຍເຫລືອວຽກງານດັ່ງກ່າວ ໃຫ້ມີປະສິດທິຜົນຫລາຍຂຶ້ນ. ພ້ອມທັງຮຽກຮ້ອງມາຍັງຜູ້ປົກຄອງທີ່ມີລູກຫລານເປັນຄົນໃບ້ບ້າເສຍຈິດ ຫລື ເດັກເລ່ລ້ອນຕາມຖະໜົນໃຫ້ເອົາໃຈໃສ່ເບິ່ງແຍງພວກເຂົາໃຫ້ດີ ແລະ ຖ້າບໍ່ມີຄວາມສາມາດເບິ່ງແຍງໄດ້ກໍຂໍໃຫ້ເອົາມາຝາກໄວ້ຢູ່ສູນສັງຄົມສົງກໍໄດ້ ແລະ ອັນສໍາຄັນແມ່ນທຸກຄອບຄົວຕ້ອງເພີ່ມທະວີການສຶກສາອົບຮົມລູກຫລານບໍ່ໃຫ້ໄປພົວພັນກັບສິ່ງເສບຕິດທຸກປະເພດໂດຍເດັດຂາດ ເພາະຈະເປັນພາລະຂອງສັງຄົມຕໍ່ໄປ.

ຂ່າວຈາກ: laophatthananewspaper
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...