Homeຂ່າວການພັດທະນາລັດເພີ່ມທະວີການປາບປາມຢາເສບຕິດ ໃຫ້ເຂັ້ມແຂງກວ່າເກົ່າ

ລັດເພີ່ມທະວີການປາບປາມຢາເສບຕິດ ໃຫ້ເຂັ້ມແຂງກວ່າເກົ່າ

Published on

ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພົນຕີ ສົມແກ້ວ ສີລາວົງ, ໄດ້ ຢືນຢັນໃນລະຫວ່າງການໃຫ້ສໍາພາດຕໍ່ສື່ມວນຊົນເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 15 ປີ (12 ຕຸລາ 2001- 12 ຕຸລາ 2016) ໃນວັນທີ 11 ຕຸລານີ້ວ່າ: ຈະເພີ່ມທະວີເອົາໃຈໃສ່ວຽກງານປາບປາມຢາເສບຕິດໃຫ້ແຂງແຮງກວ່າເກົ່າ, ພາຍຫລັງເຫັນວ່າບັນຫາຢາເສບຕິດຍັງສືບຕໍ່ແຜ່ລາມຢ່າງກວ້າງຂວາງທັງຢູ່ໃນຕົວເມືອງກໍຄືເຂດຊົນນະບົດຫ່າງໄກສອກຫລີກ, ເຮັດໃຫ້ຊາວໜຸ່ມ-ເຍົາວະຊົນຈໍານວນບໍ່ໜ້ອຍຕົກເປັນທາດຂອງມັນ ແລະ ເປັນສາເຫດຕົ້ນຕໍພາໃຫ້ເກີດສິ່ງຫຍໍ້ທໍ້ຕ່າງໆທາງສັງຄົມ ເຊັ່ນ: ຂີ້ລັກງັດແງະ, ປຸ້ນຈີ້-ຊີງຊັບ, ຄາດຕະກຳ ແລະ ອື່ນໆ, ເຊິ່ງໃນປີ 2016 ນີ້, ສາມາດມ້າງຄະດີຢາເສບຕິດໄດ້ຫລາຍເຖິງ 2.212 ເລື່ອງ, ຈັບຜູ້ຕ້ອງຫາໄດ້ 3.299 ຄົນ, ຢຶດຢາບ້າໄດ້ຫລາຍກວ່າ 1.852 ກິໂລ, ຢາໄອ 132 ກິໂລ, ເຮໂຣອິນ 181 ກິໂລ, ຢາຝິ່ນ 106 ກິໂລ, ກັນຊາແຫ້ງ 229 ກິໂລ, ຝຸ່ນສານເສບຕິດ 1.102 ກິໂລ. ນອກນັ້ນຍັງໄດ້ຢຶດເງິນ, ວັດຖຸມີຄ່າ, ທີ່ດິນ, ສິ່ງປຸກສ້າງ, ພາຫະນະ, ອາວຸດ ແລະ ອຸປະກອນຕ່າງໆທີ່ໃຊ້ເຂົ້າໃນຂະບວນການຄ້າຂາຍຢາເສບຕິດໄດ້ຈຳ
ນວນບໍ່ໜ້ອຍ.

ທ່ານລັດຖະມົນຕີ ກ່າວວ່າ: ໃນຕໍ່ໜ້ານີ້ເພື່ອສະກັດກັ້ນ ແລະ ຕ້ານຢາເສບຕິດບໍ່ໃຫ້ແຜ່ລະບາດໃນສັງຄົມເປັນວົງກວ້າງແມ່ນຈະຖືເອົາວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດເປັນກົກ, ເປັນພັນທະ ແລະ ໜ້າທີ່ຂອງຄະນະບັນຊາທຸກຂັ້ນນັບທັງສູນກາງຮອດທ້ອງຖິ່ນ, ເພີ່ມທະວີການນຳໃຊ້ມາດຕະການທາງດ້ານກົດໝາຍເພື່ອປາບປາມຜູ້ຜະລິດ, ຄ້າຂາຍຢາເສບຕິດໃນຂອບເຂດທົ່ວປະເທດຢ່າງເດັດຂາດ, ໂດຍສະເພາະກຸ່ມເປົ້າໝາຍທີ່ເປັນຫົວໂປ່ໂຕການ ແລະ ກຸ່ມແກ໋ງອັນຕະລາຍເພື່ອຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ, ພ້ອມທັງຮຽກຮ້ອງມາຍັງພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າ ຈົ່ງເປັນເຈົ້າການເຂົ້າຮ່ວມຂະບວນການສະກັດກັ້ນ ແລະ ຕ້ານຢາເສບຕິດໃຫ້ເປັນຂະບວນການກວ້າງຂວາງ ເພື່ອປະກອບສ່ວນເຮັດໃຫ້ປະເທດພວກເຮົາບໍ່ມີຢາເສບຕິດ ແລະ ເຮັດໃຫ້ປະຊາຊົນລາວບັນດາເຜົ່າໄດ້ດຳລົງຊີວິດຢ່າງມີຄວາມສະຫງົບສຸກປອດໄພຫລາຍຂຶ້ນ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...