Homeຂ່າວຕ່າງປະເທດອາເມຣິກາ ທຸ້ມເງິນ 65 ລ້ານໂດລາ ປະກາດຈະສົ່ງມະນຸດໄປດາວອັງຄານ ພາຍໃນປີ 2030

ອາເມຣິກາ ທຸ້ມເງິນ 65 ລ້ານໂດລາ ປະກາດຈະສົ່ງມະນຸດໄປດາວອັງຄານ ພາຍໃນປີ 2030

Published on

ຂປລ. ຕາມ​ຂ່າວຕ່າງປະ​ເທດ, ວັນ​ທີ 11ຕຸລາ 2016, ທ່ານ ບາຣັກ ​ໂອ​ບາ​ມາ, ປະທານາທິບໍດີຂອງ​ ສະຫະລັດ​ອາ​ເມ​ລິ​ກາ ຖະແຫລງວ່າ ລັດຖະບານ ສ.ອາເມຣິກາ ຈະຮ່ວມມືກັບ​ອຸດສາຫະກຳພາກ​ເອກ​ກະ​ຊົນ ​ເພື່ອ​ສົ່ງ​ມະນຸດໄປ​ຍັງ​ດາວ​ອັງຄານ ພາຍ​ໃນ​ປີ 2030 ​ແລະ ເດີນທາງກັບຄືນໂລກຢ່າງ​ປອດ​ໄພ ໂດຍຈະມີ 6​ ບໍລິສັດ ທີ່​ໄດ​້ຮັບເລືອກ ເຮັດວຽກດ້ານ​ທີ່ຢູ່​ອາ​ໄສໃນອາວະກາດ ແລະ ຈະໄດ້ຮັບເງິນຊ່ວຍເຫລືອລວມກັນ 65 ລ້ານ​ໂດ​ລາ​ສະຫະລັດ ໃນໄລຍະເວລາ 2 ປີຕໍ່ໜ້າ ເພື່ອສ້າງທີ່ຢູ່​ອາ​ໄສຢູ່​ເທິງ​ພື້ນ​ຜິວ​ດາວ​ອັງຄານ ຫລື ​ໃຊ້​ເປັນ​ທີ່​ພັກ​ຂອງ​ມະນຸດອາວະກາດ ທີ່​ເດີນທາງເທິງ​ຍານ​ອາ​ວະ​ກາດ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...