Homeຂ່າວທ້ອງຖິ່ນລາວຈະເພີ່ມທະວີການປາບປາມຢາເສບຕິດ

ລາວຈະເພີ່ມທະວີການປາບປາມຢາເສບຕິດ

Published on

ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພົນຕີ ສົມແກ້ວ ສີລາວົງ, ໄດ້ ຢືນຢັນໃນລະຫວ່າງການໃຫ້ສໍາພາດຕໍ່ສື່ມວນຊົນເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 15 ປີ (12 ຕຸລາ 2001- 12 ຕຸລາ2016) ໃນວັນທີ 11 ຕຸລານີ້ວ່າ: ຈະເພີ່ມທະວີເອົາໃຈໃສ່ວຽກງານປາບປາມຢາເສບຕິດໃຫ້ແຂງແຮງກວ່າເກົ່າ, ພາຍຫລັງເຫັນວ່າບັນຫາຢາເສບຕິດຍັງສືບຕໍ່ແຜ່ລາມຢ່າງກວ້າງຂວາງທັງຢູ່ໃນຕົວເມືອງກໍຄືເຂດຊົນນະບົດຫ່າງໄກສອກຫລີກ, ເຮັດໃຫ້ຊາວໜຸ່ມ-ເຍົາວະຊົນຈໍານວນບໍ່ໜ້ອຍຕົກເປັນທາດຂອງມັນ ແລະ ເປັນສາເຫດຕົ້ນຕໍພາໃຫ້ເກີດສິ່ງຫຍໍ້ທໍ້ຕ່າງໆທາງສັງຄົມ ເຊັ່ນ: ຂີ້ລັກງັດແງະ, ປຸ້ນຈີ້-ຊີງຊັບ, ຄາດຕະກຳ ແລະ ອື່ນໆ,ເຊິ່ງໃນປີ 2016 ນີ້, ສາມາດມ້າງຄະດີຢາເສບຕິດໄດ້ຫລາຍເຖິງ 2.212ເລື່ອງ, ຈັບຜູ້ຕ້ອງຫາໄດ້ 3.299 ຄົນ, ຢຶດຢາບ້າໄດ້ຫລາຍກວ່າ 1.852 ກິໂລ, ຢາໄອ 132 ກິໂລ, ເຮໂຣອິນ181 ກິໂລ, ຢາຝິ່ນ 106 ກິໂລ, ກັນຊາແຫ້ງ 229 ກິໂລ, ຝຸ່ນສານເສບຕິດ 1.102 ກິໂລ. ນອກນັ້ນຍັງໄດ້ຢຶດເງິນ, ວັດຖຸມີຄ່າ, ທີ່ດິນ, ສິ່ງປຸກສ້າງ, ພາຫະນະ, ອາວຸດ ແລະ ອຸປະກອນຕ່າງໆທີ່ໃຊ້ເຂົ້າໃນຂະບວນການຄ້າຂາຍຢາເສບຕິດໄດ້ຈຳນວນບໍ່ໜ້ອຍ.

ທ່ານລັດຖະມົນຕີ ກ່າວວ່າ: ໃນຕໍ່ໜ້ານີ້ເພື່ອສະກັດກັ້ນ ແລະ ຕ້ານຢາເສບຕິດບໍ່ໃຫ້ແຜ່ລະ ບາດໃນສັງຄົມເປັນວົງກວ້າງແມ່ນຈະຖືເອົາວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດເປັນກົກ, ເປັນພັນທະ ແລະ ໜ້າທີ່ຂອງຄະນະບັນຊາທຸກຂັ້ນນັບທັງສູນກາງຮອດທ້ອງຖິ່ນ, ເພີ່ມທະວີການນຳໃຊ້ມາດຕະການທາງດ້ານກົດໝາຍເພື່ອປາບປາມຜູ້ຜະລິດ, ຄ້າຂາຍຢາເສບຕິດໃນຂອບເຂດທົ່ວປະເທດຢ່າງເດັດຂາດ, ໂດຍສະເພາະກຸ່ມເປົ້າໝາຍທີ່ເປັນຫົວໂປ່ໂຕການ ແລະ ກຸ່ມແກ໋ງອັນຕະລາຍເພື່ອຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ,ພ້ອມທັງຮຽກຮ້ອງມາຍັງພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າ ຈົ່ງເປັນເຈົ້າການເຂົ້າຮ່ວມຂະບວນການສະກັດກັ້ນ ແລະ ຕ້ານຢາເສບຕິດໃຫ້ເປັນຂະບວນການກວ້າງຂວາງ ເພື່ອປະກອບສ່ວນເຮັດໃຫ້ປະເທດພວກເຮົາບໍ່ມີຢາເສບຕິດ ແລະ ເຮັດໃຫ້ປະຊາຊົນລາວບັນດາເຜົ່າໄດ້ດຳລົງຊີວິດຢ່າງມີຄວາມສະຫງົບສຸກປອດໄພຫລາຍຂຶ້ນ.

ຂ່າວຈາກ: laophatthananewspaper
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...