spot_img
Homeຂ່າວທ້ອງຖິ່ນກະຊວງໂຍທາທິການ ແລະ ຂົນສົ່ງປະກາດແຕ່ງຕັ້ງ ຮອງລັດຖະມົນຕີກະຊວງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ຄົນໃໝ່

ກະຊວງໂຍທາທິການ ແລະ ຂົນສົ່ງປະກາດແຕ່ງຕັ້ງ ຮອງລັດຖະມົນຕີກະຊວງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ຄົນໃໝ່

Published on

ໃນວັນທີ 7 ຕຸລາ 2016 ຜ່ານມານີ້ທີ່ກະຊວງໂຍທາ​ທິການ ​ແລະ ຂົນ​ສົ່ງໄດ້ມີພິທີປະກາດແຕ່ງຕັ້ງຮອງລັດຖະມົນຕີກະຊວງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ຄົນໃໝ່ ຈຳນວນ 2 ທ່ານ ຊຶ່ງປະກອບມີທ່ານ ວຽງ​ສະຫວັດ ສີ​ພັນ​ດອນ ​ແລະ ທ່ານ ປອ ສັນ​ຕິສຸກ ສີມມາລາ​ວົງ, ໂດຍເປັນ ກຽດເຂົ້າ ຮ່ວມຂອງທ່ານ ປອ ບຸນ​ຈັນ ສິນ​ທະ​ວົງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງ ໂຍທາ​ທິການ ​ແລະ ຂົນ​ສົ່ງ, ມີບັນດາທ່ານ ຮອງລັດຖະມົນຕີ, ບັນດາທ່ານ ຜູ້ຊ່ວຍລັດຖະມົນຕີ; ທີ່ປຶກສາລັດຖະມົນຕີ; ​ບັນດາຫົວໜ້າກົມ, ຫ້ອງການ, ສະ​ຖາ​ບັນ, ທ່ານຫົວໜ້າ ແລະ ຮອງໂຄງການທາງລົດໄຟລາວ-ຈີນ; ທ່ານຜູ້ອຳນວຍການ ພ້ອມດ້ວຍຄະນະອຳນວຍການລັດ ວິສາຫະກິດອ້ອມຂ້າງກະຊວງ; ບັນດາທ່ານ ປະທານ, ຮອງປະທານ ແລະ ເລຂາ, ຮອງເລຂາ ພ້ອມດ້ວຍຄະນະຂອງສາມອົງການຈັດຕັ້ງມະຫາຊົນຂັ້ນກະຊວງ; ບັນດາທ່ານ ຫົວໜ້າພະແນກ ຂອງກົມ, ກອງ, ຫ້ອງການ, ສະຖາບັນ ແລະ ບັນດາທ່ານ ຫົວໜ້າໂຄງການ ອ້ອມຂ້າງກະຊວງ ເຂົ້າຮ່ວມ.

7802

ໂອກາດດັ່ງກ່າວທ່ານ ນາງ ບຸດ​ສະ​ດີ ທະນາ​ເມືອງ ຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດ ຕັ້ງສູນກາງພັກກໍໄດ້ ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການແຕ່ງຕັ້ງ ຮອງລັດ ຖະມົນຕີກະຊວງ ​ໂຍທາ​ທິການ ​ແລະ ຂົນສົ່ງ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ ວຽກງານຢູ່ກະຊວງໂຍທາ​ທິການ ​ແລະ ຂົນສົ່ງ ເພື່ອຮັບປະກັນໃນການເຄື່ອນໄຫວປະຕິບັດຕາມ ພາລະບົດບາດ, ໜ້າທີ່ໆພັກ – ລັດມອບໝາຍໃຫ້ ໂດຍສະເພາະແມ່ນການປັບປຸງວຽກ​ງານ​ຂອງ​ຂະ​ແໜງ ຍທຂ ​ໃຫ້ມີແບບແຜນ ແລະ ​ທັນສະ ໄໝ ​ໃຫ້​ສົມ​ກັບ​ຄຳຂັວນທີ່​ວ່າ “ສ້າງບາດກ້າວບຸກທະລຸໃຫ້ແຂງແຮງ ຕື່ມອີກ ເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ X ຂອງພັກ ໃນການພັດທະນາພື້ນຖານໂຄງລ່າງ ແລະ ບໍລິການດ້ານໂຍທາທິການ ແລະ ຂົນສົ່ງ ຢ່າງເປັນລະບົບ ແລະ ມີປະສິດທິຜົນສູງທາງດ້ານເສດຖະກິດ”, ປະຕິບັດຕາມທິດຂະຫຍາຍ ແລະ ພັດທະນາ ຂະແໜງການ ໂຍທາທິການ ແລະ ຂົນສົ່ງ ຢ່າງມີຈຸດສຸມ, ມີປະສິດທິພາບ, ປອດໄພ, ໂປ່ງໃສ, ຍືນຍົງ, ມີການບໍລິການ ທີ່ເປັນລະບົບ, ເຊື່ອມໂຍງພາຍໃນ ແລະ ສາກົນ, ເພື່ອສືບຕໍ່ເຮັດໃຫ້ປະເທດຊາດພວກເຮົາເປັນໃຈກາງການບໍລິການຂົນສົ່ງສິນຄ້າ ແລະ ໂດຍສານຜ່ານອະນຸພາກພື້ນ.

7803

​ ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ກໍໄດ້ເນັ້ນໜັກໃຫ້ບັນດາ ທ່ານ ຮອງລັດຖະມົນຕີຄົນໃໝ່ໃຫ້ ເອົາໃຈໃສ່ວຽກງານການເມືອງ – ແນວຄິດ, ຄົ້ນຄວ້າຮ່ຳຮຽນ ທິດສະດີມາກ – ເລນິນ, ແນວທາງນະໂຍບາຍຂອງພັກ ເປັນຕົ້ນແມ່ນເນື້ອໃນຈິດໃຈມະຕິກອງ ປະຊຸມໃຫຍ່ຄັ້ງທີ X ຂອງພັກ ​ແລະ ມະ​ຕິກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ IV ຂອງອົງຄະ​ນະ​ພັກ​ກະ​ຊວງ ໂຍທາທິການ ແລະ ຂົນ​ສົ່ງ ຫັນມາເປັນໂຄງການວຽກງານລະອຽດໃນຂອບເຂດຄວາມຮັບ ຜິດຊອບຂອງຕົນ, ຕັ້ງໜ້າຄົ້ນຄວ້າ ແລະ ຈັດຕັ້ງ ປະຕິບັດທິດຊີ້ນຳຍຸດທະສາດ ຂອງພັກໃນການ ປັບປຸຸງວຽກ​ງານ ຂອງ​ຂະ​ແໜງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ເປັນຂະ​ແໜງ​ປາຍ​ແຫຼມ​ຂອງ​ເສດຖະກິດ​ແຫ່ງ​ຊາດ, ໃຫ້ມີຄວາມໜັກແໜ້ນທາງ ດ້ານການເມືອງ – ແນວຄິດ ແລະ ເຂັ້ມແຂງທາງ ດ້ານການ ຈັດຕັ້ງ, ມີຄວາມຈົງຮັກພັກດີຕໍ່ພັກ – ຕໍ່ປະເທດຊາດ.

ຂ່າວຈາກ: ກະຊວງໂຍທາທິການ ແລະ ຂົນສົ່ງ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...