spot_img
Homeຂ່າວພາຍ​ໃນເກີດເຫດຂຸມຄຳເຈື່ອນທັບປະຊາຊົນ ເສຍຊີວິດທັນທີ 4 ຄົນ

ເກີດເຫດຂຸມຄຳເຈື່ອນທັບປະຊາຊົນ ເສຍຊີວິດທັນທີ 4 ຄົນ

Published on

ວັນທີ 12 ຕຸລາ 2016 ວານນີ້ ລາຍງານຈາກທ້ອງຖິ່ນວ່າ ໄດ້ເກີດອຸບັດເຫດຂຸມຄຳເຈື່ອນທັບປະຊາຊົນຢູ່ເຂດບ້ານນາເຟືອງ (ເກົ່າ) ເຂດນໍ້າທົບ ເມືອງຄຳເກີດ ແຂວງບໍລິຄຳໄຊ ເສຍຊີວິດທັນທີ 4 ຄົນ.

ຂ່າວບອກວ່າ ປະຊາຊົນທີ່ເສຍຊີວິດ ເປັນຄົນບ້ານນາທ່ອນ ເຂດນໍ້າທົບ ໄດ້ຊວນກັນໄປຂຸດຄຳຢູ່ທົ່ງນາຂອງຕົນທີ່ບ້ານນາເຟືອງ ເປັນເວລາຫລາຍມື້ແລ້ວ ແລະມີຄວາມເລິກຫລາຍແມັດ ດ້ວຍເຕັກນິກຄວາມຮູ້ແບບຊາວບ້ານ ບໍ່ມີຄວາມຮັບປະກັນ ຈຶ່ງເຮັດໃຫ້ດິນຍຸບທັບໄວ້ໃນພື້ນບໍ່ຄຳ.

ໝູ່ເພື່ອນຮ່ວມທີມ ພ້ອມດ້ວຍພໍ່ແມ່ປະຊາຊົນໃນເຂດດັ່ງກ່າວ ໄດ້ພະຍາຍາມຊ່ວຍເຫລືອດ້ວຍການຂຸດດິນຂຶ້ນມາ ແຕ່ບໍ່ທັນການ ໃນທີ່ສຸດຈຶ່ງໄດ້ໃຊ້ລົດຈົກໄປຈົກດິນຂຶ້ນ ຈຶ່ງສາມາດກອບກູ້ເອົາຮ່າງຜູ້ເສຍຊີວິດຂຶ້ນມາໄດ້ ໃນເວລາຕໍ່ມາ.

ໄລຍະຫລາຍປີທີ່ຜ່ານມາ ໄດ້ເກີດເຫດໃນລັກສະນະດຽວກັນນີ້ຫລາຍຄັ້ງ ແລະມີຄົນເສຍຊີວິດຫລາຍຄົນແລ້ວ ດ້ວຍຄວາມຢາກໄດ້ຢາກມີເປັນເຫດ.

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...