Homeຂ່າວເຫດການລາວ-ຈີນ ຮັດແໜ້ນສາຍພົວພັນຮ່ວມມື ຜ່ານສິລະປະວັດທະນະທໍາ

ລາວ-ຈີນ ຮັດແໜ້ນສາຍພົວພັນຮ່ວມມື ຜ່ານສິລະປະວັດທະນະທໍາ

Published on

ຂປລ. ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ​ ຮ່ວມ​ກັບ​ ສູນວັດທະນະ​ທໍາ​ຈີນປະ​ຈໍາ ສປປ ລາວ​ ຈັດ​ງານ​ສັບປະດາ​ວັດທະນະ​ທໍາ​ຊິນ​ຈ່ຽງ ສປ ຈີນ​ ຂຶ້ນ​ໃນ​ວັນ​ທີ 11 ຕຸລານີ້​ ທີ່​ຫໍ​ວັດທະນະ​ທໍາ​ແຫ່ງ​ຊາດ ນະຄອນຫລວງ​ວຽງ​ຈັນ, ​ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມມີ ທ່ານ​ ບໍ່​ແສງ​ຄໍາ ວົງ​ດາລາ ລັດຖະມົນຕີ​ກະຊວງ​ຖະ​ແ​ຫລງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ, ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ​ເຈົ້າ​ຄອງ​ນະຄອນຫລວງ​ວຽງ​ຈັນ, ທ່ານ ​ແຊ້ຊຽວຮົວ ຫົວໜ້າ​ສູນວັດທະນະ​ທໍາ​ຈີນ ​ປະ​ຈໍາ ສປປ ລາວ, ພ້ອມ​ດ້ວຍ​ແຂກ​ຖືກ​ເຊີນ ​ແລະ ຊາວ​ນະຄອນຫລວງ​ວຽງ​ຈັນ ​ເຂົ້າ​ຮ່ວມຢ່າງ​ຄຶກຄື້ນ​ມ່ວນຊື່ນ.

ງານ​ສັບປະດາ​ວັດທະນະ​ທໍາ​ດັ່ງກ່າວ, ຈັດ​ຂຶ້ນ​ເພື່ອ​ສົ່ງ​ເສີມ​ມິດຕະພາບ​ ລະຫວ່າງ​ສອງ​ປະ​ເທດ​ ລາວ-ຈີນ, ຊຸກ​ຍູ້ການ​ແລກປ່ຽນຮ່ວມ​ມື​ເຊິ່ງກັນ ​ແລະ ກັນ ​ໂດຍ​ຜ່ານ​ການສະ​ແດງ ​ສິລະ​ປະ​ວັນນະຄະດີ 13 ລາຍການ​​ ໃຫ້​ຜູ້​ຊົມ​ໄດ້​ຮັບ​ຊົມ. ພ້ອມ​ນີ້, ​ຍັງ​​ໄດ້​ວາງສະ​ແດງຮູບ​ພາບຈໍານວນຫລາຍ​ຮ້ອຍ​​ແຜ່ນ​ ທີ່​ສະທ້ອນ​ໃຫ້​ເຫັນ​ທິວທັດ​ທໍາ​ມະ​ຊາດ, ວິຖີ​ຊີວິດ ​ແລະ ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ຊາວ​ຊິນ​ຈ່ຽງ.

ທ່ານ ​ແຊ້ຊຽວຮົວ ກ່າວ​ວ່າ: ມີ​ຄວາມ​ຮູ້ສຶກ​​ເປັນ​ກຽດ​ຢ່າງ​ສູງ ທີ່​ໄດ້​ຮ່ວມມື​ກັບ ​ພະ​ແນ​ກວັດທະນະ​ທໍາ​ເຂດ​ຊິນ​ຈ່ຽງ ຊົນ​ເຜົ່າ​ວຸຍອູ​ເອີ​ປົກຄອງ​ຕົນ​ເອງ ເພື່ອ​ຈັດ​ກິດຈະ​ກໍາ​ສັບປະດາ​ວັດທະນະ​ທໍາແຂວງ​ຊິນ​ຈ່ຽງ ຄັ້ງ​ທໍາ​ອິດທີ່ ສປປ ລາວ ​ໂດຍ​ປະກອບ​ມີ​ກິດຈະກຳ​ປິ່ນ​ອ້ອມຄື: ສະ​ແດງ​ສິລະ​ປະ, ວາງສະ​ແດງ​ມໍລະດົກ​ວັດທະນະ​ທໍາ, ປາຖະກະຖາ​ກ່ຽວ​ກັບ​ບູຮານຄະດີ ​ແລະ ອື່ນໆ. ​ເຊິ່ງງານ​ດັ່ງກ່າວ, ​ໄດ້​ເຮັດ​ໃຫ້​ປະຊາຊົນ​ລາວ​ ​ຮູ້​ເຂົ້າ​ໃຈ​​ເຖິງວັດທະນະ​ທໍາ​ເຂດ​ຊິນ​ຈ່ຽງ ທີ່​ອຸ​ດົມ​ສົມບູນ ​ແລະ ຮູບ​ແບບ​ສັງຄົມ​ທີ່​ມີ​ຄວາມຫລາກ​ຫລາຍ​ທາງ​ດ້ານຊົນ​ເຜົ່າ, ສົ່​ງ​ເສີມ​ການ​ແລກປ່ຽນ​ວັດທະນະ​ທໍາ​ ລະຫວ່າງ​ສອງ​ປະ​ເທດ ​ລາວ-ຈີນ, ​ເສີມ​ຂະ​ຫຍາຍ​ມິດຕະພາບຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ ຂອງ​ປະຊາຊົນ​ສອງ​ປະ​ເທດ​ໃຫ້​ແໜ້ນ​ແຟ້ນຍິ່ງ​ຂຶ້ນ.

​ແຂວງ​ຊິງ​ຈ່ຽງ ຕັ້ງ​ຢູ່​ທິດຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງສປ ຈີນ, ປະກອບມີ 47 ຊົນ​ເຜົ່າ​ ໃນ​ນັ້ນມີ​ຊົນ​ເຜົ່າ​​ວຸຍອູ​ເອີ, ຮັ້ນ, ຮາ​ຊາ​ເຄີ້ ​ແລະ ອື່ນໆຕື່ມ​ອີກ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...