Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານ 7 ຊະນິດທີ່ສາມາດປ້ອງກັນມະເຮັງໄດ້

ອາຫານ 7 ຊະນິດທີ່ສາມາດປ້ອງກັນມະເຮັງໄດ້

Published on

ອາຫານທີ່ສາມາດປ້ອງກັນມະເຮັງໄດ້ມີຫຼາຍຊະນິດທີ່ແຕກຕ່າງກັນ ມີທັງອາຫານປະເພດຜັກ, ຊີ້ນສັດ, ໝາກໄມ້ ທີ່ເຮົາກິນແລ້ວສາມາດປ້ອງກັນມະເຮັງໄດ້ ມື້ນີ້ເຮົາຈະມາຮູ້ກ່ຽວກັບອາຫານ 7 ຊະນິດທີ່ສາມາດປ້ອງກັນມະເຮັງໄດ້ມີດັ່ງນີ້

  1. ໃບຊາ: ມີການວິໄຈພົບວ່າ ໃບຊາສາມາດປ້ອງກັນມະເຮັງໄດ້ ແລະ ໃບຊາມີສານສາມາດຢັບຢັ້ງເຊວມະເຮັງ ແລະປ້ອງກັນພະຍາດເລື້ອລັງໄດ້ຫຼາຍຊະນິດ
  2. ສາລີ: ເຊິ່ງສາມາດປ້ອງກັນ ແລະຊ່ວຍຮັກສາພະຍາດຄວາມດັນເລືອດສູງ, ຫຼອດເລືອດແຂງໂຕ ແລະຍັງສາມາດປ້ອງກັນມະເຮັງໄດ້ ໂດຍສະເພາະແມ່ນແປ້ງສາລີ ມີກົດອະມິໂນຫຼາຍຊະນິດ ສາມາດປ້ອງກັນ ແລະຂ້າເຊວມະເຮັງໄດ້
  3. ຖົ່ວເຫຼືອງ: ມີສານປ້ອງກັນມະເຮັງຫຼາຍຊະນິດ ເຊິ່ງມີຊະນິດໜຶ່ງສາມາດປ້ອງກັນມະເຮັງເຕົ້ານົມໄດ້ດີ
  4. ຜັກຫອມບົ່ວ, ກະທຽມ: ສາມາດປ້ອງກັນມະເຮັງລຳໄສ້ໃຫຍ່, ມະເຮັງກະເພາະອາຫານ, ມະເຮັງປອດ ແລະມະເຮັງຕັບ ໂດຍສະເພາະແມ່ນຫົວຫອມບົ່ວ ມີສານທີ່ສາມາດເສີມພູມຄຸ້ມກັນໃຫ້ແຂງແຮງ ແລະຢັບຢັ້ງການແຜ່ກະຈາຍຂອງພະຍາດມະເຮັງ
  5. ເຫັດ: ເປັນອາຫານປ້ອງກັນມະເຮັງໄດ້ດີເຊິ່ງໄດ້ຮັບການນິຍົມທົ່ວໄປ ໂດຍສະເພາະເຫັດຫອມ ສາມາດເສີມພູມຕ້ານທານຂອງເຊວຕ່າງໆໃນຮ່າງກາຍໄດ້ດີ
  6. ໝາກແອັບເປິ່ນ: ຈາກການວິໄຈພົບວ່າ ວິຕາມິນຊີໃນແອັບເປິ່ນ ສາມາດຢັບຢັ້ງການເກີດສານກໍ່ມະເຮັງ, ທຳລາຍເຊວມະເຮັງ ແລະເຮັດໃຫ້ເຊວມະເຮັງກາຍເປັນເຊວປົກກະຕິ
  7. ສາຫຼ່າຍທະເລ: ເລືອດຂອງຜູ້ເປັນມະເຮັງສ່ວນຫຼາຍມີລັກສະນະເປັນກົດ, ສາຫຼ່າຍທະເລມີສານແຄວຊຽມຫຼາຍ ສາມາດປັບປຸງຄວາມສົນດູນລະຫວ່າງກົດກັບດ່າງໃນເລືອດ ຈຶ່ງສາມາດປ້ອງກັນໄດ້

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...