spot_img
Homeຂ່າວເຫດການຜົນກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກສະພາແຫ່ງຊາດ

ຜົນກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກສະພາແຫ່ງຊາດ

Published on

ກອງປະຊຸມໃຫຍ່ຄັ້ງທີ III ຂອງຄະນະພັກສະພາແຫ່ງຊາດ, ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 7 ຕຸລານີ້, ໂດຍການເປັນປະທານຂອງສະຫາຍ ສົມພູ ດວງສະຫວັນ ຮັກສາການເລຂາຄະນະພັກສະພາແຫ່ງຊາດ ແລະ ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແລະ ສະຫາຍນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ.
ກອງປະຊຸມໄດ້ຜ່ານບົດລາຍງານການເມືອງໃນໄລຍະ 5 ປີຜ່ານມາຂອງອົງຄະນະພັກສະພາ
ແຫ່ງຊາດ, ເຊິ່ງເຫັນວ່າໄດ້ມີຜົນສໍາເລັດຫລາຍດ້ານປະກອບສ່ວນສໍາຄັນເຂົ້າໃນຜົນການຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ, ໂດຍສະເພາະການສ້າງຄວາມເຂັ້ມແຂງໃຫ້ແກ່ລັດປະຊາ ທິປະໄຕທີ່ປົກຄອງດ້ວຍກົດໝາຍ ແລະ ເພີ່ມປະສິດທິພາບຂອງການບໍລິຫານລັດ, ຢຶດໝັ້ນຫລັກການພັກນໍາພາ ແລະ ລັດຄຸ້ມຄອງສັງຄົມດ້ວຍກົດໝາຍ, ສ້າງເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດ ແລະ ຫັນປະເທດຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2020, ພ້ອມທັງໄດ້ກໍານົດທິດທາງ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນໄລຍະ 5 ປີຕໍ່ໜ້າ.
ກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕເລືອກເອົາຄະນະບໍລິຫານງານພັກຊຸດໃໝ່ຈໍານວນ 15 ສະຫາຍຈາກຜູ້ຮັບສະໝັກເລືອກຕັ້ງ 18 ສະຫາຍ, ໂດຍໄດ້ເປັນເອກະສັນເລືອກເອົາສະຫາຍພົນໂທ ແສງນວນ ໄຊຍະລາດ ເປັນເລຂາຄະນະພັກ, ສະຫາຍນາງ ສີໄສ ລືເດດມູນສອນ ເປັນຮອງເລຂາຄະນະພັກ ແລະ ເລືອກເອົາສະຫາຍ ຊົມພູ ດວງສະຫວັນ ເປັນປະທານກວດກາພັກ, ສະຫາຍ ສຸບັນ ສະວະບຸດ ເປັນຮອງ ແລະ ສະຫາຍ ສິນທະລາ ຫລ້າສຸກສະໄໝ ເປັນກໍາມະການ.

ໃນໂອກາດນີ້, ສະຫາຍ ບຸນຍັງ ວໍລະຈິດ ໄດ້ໃຫ້ກຽດໂອ້ລົມຊີ້ນໍາຕໍ່ກອງປະຊຸມ ແລະ ຄະນະພັກສະພາແຫ່ງຊາດຊຸດໃໝ່, ໂດຍສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະພັກຍາດມາໄດ້ໃນໄລຍະຜ່ານມາ ແລະ ເຊື່ອໝັ້ນວ່າບັນດາທິດທາງທີ່ຄະນະພັກວາງອອກໃນຊຸມປີຕໍ່ໜ້ານັ້ນຈະສ້າງບາດ ກ້າວບຸກທະລຸໃນການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ, ພ້ອມທັງເນັ້ນໃຫ້ເອົາ ໃຈໃສ່ໃນບາງບັນຫາຄື: ໃຫ້ສືບຕໍ່ເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ-ພະນັກງານ ຢ່າງໜັກແໜ້ນເຂັ້ມແຂງ, ໂດຍຕິດພັນກັບການສ້າງພັກ-ພະນັກງານ ເປັນຕົ້ນ ແມ່ນການປັບປຸງທັດສະນະຫລັກໝັ້ນ ກໍຄືຄຸນສົມບັດສິນທໍາປະຕິວັດໃຫ້ເລິກເຊິ່ງເປັນລະບົບຕໍ່ເນື່ອງຕິດພັນກັບຮັກສາມູນເຊື້ອອັນດີງາມຂອງສະພາແຫ່ງຊາດ, ຕ້ອງເຊີດຊູຄວາມເປັນແບບຢ່າງນໍາໜ້າ ແລະ ການກະທໍາຕົວຈິງ, ສືບຕໍ່ປັບປຸງກໍ່ສ້າງພັກໃຫ້ໜັກແໜ້ນທາງດ້ານການຈັດຕັ້ງ, ປັບປຸງຮາກຖານພັກໃຫ້ມີຄວາມເຂັ້ມແຂງໂດຍຖືເອົາການສ້າງໜ່ວຍພັກປອດໄສ, ເຂັ້ມແຂງ ແລະ ໜັກແໜ້ນເປັນວຽກຈຸດສຸມຕົ້ນຕໍ ແລະ ບັນລຸຕາມຄາດໝາຍສູ້ຊົນທີ່ວາງອອກ, ໜ່ວຍພັກໃດໄດ້ຮັບນາມມະຍົດເປັນໜ່ວຍພັກປອດໄສເຂັ້ມແຂງແລ້ວກໍຕ້ອງສືບຕໍ່ຮັກສາ ແລະ ເສີມຂະຫຍາຍບົດບາດໃນວຽກງານຕົວຈິງດ້ວຍຄຸນນະ ພາບສູງຂຶ້ນກວ່າເກົ່າ, ເຊີດຊູຄວາມເປັນແບບຢ່າງນໍາໜ້າຂອງພະນັກງານສະມາຊິກພັກ, ປັບປຸງລະ ບອບແບບແຜນວິທີເຮັດວຽກລະຫວ່າງຄະນະພັກ, ຄະນະປະຈໍາສະພາແຫ່ງຊາດໃຫ້ກົມກຽວກັນ, ຕ້ອງປະຕິບັດລະບອບຂໍຄໍາເຫັນ, ໃຫ້ຄໍາແນະນໍາຈາກປະທານສະພາແຫ່ງຊາດ, ຄະນະປະຈໍາຕໍ່ວຽກງານຕ່າງໆຂອງຄະນະພັກໃຫ້ເປັນປົກກະຕິ, ສ້າງຖັນແຖວພະນັກງານມີຄຸນສົມບັດ, ມີຄວາມສາມາດ, ມີທາດແທ້ຫລັກໝັ້ນການເມືອງທີ່ໜັກແໜ້ນ, ສ້າງໃຫ້ໄດ້ຖັນແຖວພະນັກງານທີ່ມີຄຸນນະພາບຄົບຊຸດ, ມີໂຄງປະກອບອັນເໝາະສົມແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການວິຊາສະເພາະໃນຕໍ່ໜ້າ ແລະ ຍາວນານ, ເອົາໃຈໃສ່ວຽກງານກວດກາຢ່າງຮອບດ້ານ ແລະ ປົກກະຕິ ເພື່ອກໍາຈັດຈຸດອ່ອນ ແລະ ສິ່ງຫຍໍ້ທໍ້ ເຮັດໃຫ້ການເຄື່ອນໄຫວວຽກງານມີປະສິດທິພາບ ແລະ ເຂັ້ມແຂງຂຶ້ນເລື້ອຍໆ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...