Homeຂ່າວຕ່າງປະເທດຣັດ​ເຊຍ ຈະ​ງົດ​ຂໍ້​ຕົກ­ລົງ​ກ່ຽວ​ກັບນີວ​ເຄຼຍ ກັບ ສ ອາ​ເມ​ຣິ​ກາ

ຣັດ​ເຊຍ ຈະ​ງົດ​ຂໍ້​ຕົກ­ລົງ​ກ່ຽວ​ກັບນີວ​ເຄຼຍ ກັບ ສ ອາ​ເມ​ຣິ​ກາ

Published on

ຣັດ​ເຊຍ ແຈ້ງ​ໃຫ້​ຮູ້­ເມື່ອ​ວັນ​ທີ 5 ຕຸ­ລາ​ນີ້​ວ່າ ປະ­ເທດ​ນີ້​ຈະ​ງົດ​ຂໍ້ຕົກ­ລົງ​ກ່ຽວ​ກັບ​ນີວ​ເຄຼຍ ແລະ ການ​ຄົ້ນ­ຄວ້າ​ກ່ຽວ​ກັບ​ພະ­ລັງ­ງານນີວ​ເຄຼຍ ທີ່​ໄດ້​ລົງ​ນາມ​ກັບ ສ ອາ​ເມ​ຣິ​ກາ ເມື່ອ​ປີ 2013 ທັງ​ນີ້ກໍ່​ເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່​ການທີ່ ສ ອາ​ເມ​ຣິ​ກາ ໃຊ້ມາດ​ຕະ­ການຂວ້ຳ​ບາດ​ຣັດ​ເຊຍ ທີ່​ພົວ­ພັນ​ເຖິງບັນ­ຫາ​ອູ​ແກຣນ.

ລັດ­ຖະ­ບານ​ຣັດ​ເຊຍ ປະ­ກາດດຳ­ລັດ​ຜ່ານ​ເວບ​ໄຊ​ທາງ​ການ ຊຶ່ງ​ໄດ້​ຮັບ​ການ​ລົງ​ນາມ​ໂດຍ​ນາຍົກ​ລັດ­ຖະ­ມົນ­ຕີ ດີ​ມີ​ຕຣີ ເມດ​ເວເດບ ໂດຍ​ໄດ້​ຊີ້​ແຈງ​ວ່າ: “ການ​ທີ່ ສ ອາ​ເມ​ຣິ​ກາ ຕໍ່​ກຳ­ນົດ​ຄຳ​ສັ່ງຂວ້ຳ​ບາດ​ຕ່າງໆ​ຢ່າງ​ສະ​ໝ່ຳ​ສະເໝີ ມຸ່ງ​ໃສ່​ຣັດເຊຍ ໃນ​ນັ້ນ​ມີ​ການງົດ​ການ​ຮ່ວມ​ມື ຣັດ​ເຊຍ-ສ ອາ​ເມຣິ​ກາ ໃນ​ຂົງ­ເຂດ​ພະ­ລັງ­ງານ​ນີວເຄຼຍ ເປັນ​ການ​ຮຽກ­ຮ້ອງ​ໃຫ້ (ຝ່າຍຣັດ​ເຊຍ) ຕ້ອງ​ໄດ້​ໃຊ້​ມາດ​ຕະ­ການຕອບ​ໂຕ້​ຕໍ່ ສ ອາ​ເມ​ຣິ​ກາ”.

ໃນ​ດຳ­ລັດ​ດັ່ງ­ກ່າວໃຫ້​ຮູ້​ວ່າ “ຄົນ​ອາ​ເມ​ຣິ​ກາ​ທຸກໆ​ຄົນ ຈະ​ບໍ່ໄດ້​ຮັບ​ອະ­ນຸ­ຍາດ​ໃຫ້​ເຂົ້າ​ໄປ​ໃນ​ພື້ນຖານ​ນີວ​ເຄຼຍ​ຂອງ​ຣັດ​ເຊຍອີກ” ໃນ​ຂະ­ນະ​ດຽວ​ກັນ ກະ­ຊວງ​ການຕ່າງ­ປະ­ເທດ​ຣັດ​ເຊຍ ກໍ່​ໄດ້​ຖະ­ແຫຼງວ່າ ຣັດ​ເຊຍ “ບໍ່​ເຊື່ອ​ໝັ້ນ ສ ອາເມ​ຣິ​ກາ ໃນ​ຂົງ­ເຂດ​ທີ່​ສະ­ດຸ້ງ​ໄວ​ຄື​ແນວ​ນັ້ນ​ອີກ​ແລ້ວ.”

ການ­ເຄື່ອນ­ໄຫວ​ດັ່ງ­ກ່າວ​ຂອງຣັດ​ເຊຍ ມີ​ຂຶ້ນ 2 ວັນ ຫຼັງ​ຈາກທີ່​ປະ­ທາ­ນາ­ທິ­ບໍ­ດີ​ຣັດ​ເຊຍ ວາ​ລາດີ​ເມຍ ປູ​ຕິນ ຖະ­ແຫຼງ​ເມື່ອວັນ​ທີ 3 ຕຸ­ລາ ເຖິງ​ການ​ງົດ​ສົນ­ທິ­ສັນ­ຍາ​ທີ່ໄດ້​ລົງ​ນາມ​ກັບ ສ ອາ​ເມ​ຣິ​ກາ ເມື່ອ​ປີ 2010 ເພື່ອ​ປັດ​ເປົ່າ​ເຊື້ອໄຟ​ນີວ​ເຄຼຍລະ­ດັບ​ອາ­ວຸດ.

ທີ່ມາຈາກ: http://www.vientianemai.net/khao/16960.html
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...